ກົມສາມັນສຶກສາ

ທີ່ຕັ້ງ ແລະ ພາລະບົດບາດ

ກົມສາມັນສຶກສາ ຂຽນດ້ວຍອັກສອນຫຍໍ້ "ສມ ເປັນກົງຈັກບໍລິຫານ-ຄຸ້ມຄອງວິຊາການ ຢູ່ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງກະຊວງສຶກສາທິການ ແລະ ກິລາ ຊຶ່ງມີພາລະບົດບາດ ເປັນເສນາທິການໃຫ້ແກ່ ລັດຖະມົນຕີ ໃນການຊີ້ນຳ, ຊຸກຍູ້, ສົ່ງເສີມ ວຽກງານສາມັນສຶກສາ ທັງພາກລັດ ແລະ ເອກະຊົນ ເພື່ອພັດທະນາຜູ້ຮຽນໃຫ້ມີການຂະຫຍາຍຕົວຮອບດ້ານ ທັງຮ່າງກາຍ, ຈິດໃຈ ແລະ ສະຕິປັນຍາ, ສົ່ງເສີມສຸຂະອະນາໄມ, ໂພຊະນາການ, ມີຄວາມຮູ້ພື້ນຖານທາງດ້ານ ວິທະຍາສາດທໍາມະຊາດ-ສັງຄົມ ແລະ ວິຊາຊີບ.

ໜ້າທີ່

ກົມສາມັນສຶກສາ ມີໜ້າທີ່ ດັ່ງນີ້ :
  1. ຜັນຂະຫຍາຍແນວທາງນະໂຍບາຍ, ກົດລະບຽບ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ທິດທາງ, ແຜນການ ແລະ ຍຸດທະສາດຂອງກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງເປັນແຜນພັດທະນາວຽກງານສາມັນສຶກສາ;
  2. ສ້າງ ແລະ ປັບປຸງ ນິຕິກຳ ໃນການບໍລິຫານ-ຄຸ້ມຄອງ ວຽກງານສາມັນສຶກສາ;
  3. ຊີ້ນໍາ, ຊຸກຍູ້ ແລະ ສົ່ງເສີມ ດ້ານວິຊາການ ສໍາລັບ ສະຖານສາມັນສຶກສາ ທີ່ນໍາໃຊ້ຫຼັກສູດສາມັນສຶກສາ;
  4. ພັດທະນາ ແລະ ປັບປຸງ ຫຼັກສູດສາມັນວິຊາຊີບ ໂດຍປະສານສົມທົບກັບພາກສ່ວນກ່ຽວຂ້ອງ;
  5. ພັດທະນາມາດຕະຖານການສອນຂອງ ຄູມັດທະຍົມສຶກສາ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
  6. ຊີ້ນໍາ, ຊຸກຍູ້, ຕິດຕາມການບໍລິຫານຄຸ້ມຄອງ ໂຮງຮຽນ, ການນໍາໃຊ້ຫຼັກສູດ, ການນໍາໃຊ້ອຸປະກອນ, ສື່ການຮຽນ-ການສອນ, ປຶ້ມແບບຮຽນ, ຄູ່ມືຄູ, ຫ້ອງສາມັນວິຊາຊີບ, ຫ້ອງສະໝຸດ, ຫ້ອງອ່ານ, ຫ້ອງທົດລອງວິທະຍາສາດພື້ນຖານ ແລະ ຫ້ອງກິດຈະກຳອື່ນໆ;
  7. ຊີ້ນຳ ແລະ ຈັດຕັ້ງການສອບເສັງແຂ່ງຂັນນັກຮຽນເກັ່ງ, ການເລື່ອນຂັ້ນ, ການສອບເສັງຈົບຊັ້ນສາມັນສຶກສາທົ່ວປະເທດ ພ້ອມທັງ ຊຸກຍູ້, ສົ່ງເສີມ ໃຫ້ນັກຮຽນເຂົ້າຮ່ວມການສອບເສັງແຂ່ງຂັນລະດັບພາກພື້ນ ແລະ ສາກົນ;
  8. ຊີ້ນຳ, ຕິດຕາມ, ປະເມີນຜົນ ແລະ ວິໄຈວຽກງານສາມັນສຶກສາ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
  9. ຊີ້ນຳ, ຊຸກຍູ້, ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ຜູ້ບໍລິຫານການສຶກສາ, ສະມາຄົມພໍ່ແມ່-ຜູ້ປົກຄອງນັກຮຽນ ແລະ ຄະນະພັດທະນາການສຶກສາ ແຕ່ລະຂັ້ນ ຕາມການແບ່ງຂັ້ນຄຸ້ມຄອງ;
  10. ຊີ້ນຳ, ຊຸກຍູ້ ແລະ ສົ່ງເສີມ ການນິເທດພາຍໃນໂຮງຮຽນສາມັນ, ການຈັດຕັ້ງປະຕິບັດນໍາໃຊ້ໄອຊີທີ ເຂົ້າໃນການຮຽນ-ການສອນ, ການບໍລິຫານຄຸ້ມຄອງໂຮງຮຽນ, ຫ້ອງທົດລອງວິທະຍາສາດພື້ນຖານ, ອຸປະກອນທົດລອງ, ຫ້ອງຮຽນໄອຊີທີ, ອຸປະກອນໄອຊີທີ, ຫ້ອງສະໝຸດ, ຫ້ອງອ່ານ ແລະ ສື່ການຮຽນ-ການສອນຕ່າງໆ ໃຫ້ໂຮງຮຽນສາມັນ;
  11. ສ້າງແຜນ, ຊຸກຍູ້ ແລະ ສົ່ງເສີມການສະໜອງຫ້ອງທົດລອງວິທະຍາສາດພື້ນຖານ, ອຸປະກອນທົດລອງ, ຫ້ອງຮຽນໄອຊີທີ, ອຸປະກອນໄອຊີທີ, ຫ້ອງສະໝຸດ, ຫ້ອງອ່ານ ແລະ ສື່ການຮຽນ-ການສອນຕ່າງໆ ໃຫ້ໂຮງຮຽນສາມັນ ໂດຍປະສານສົມທົບກັບພາກສ່ວນກ່ຽວຂ້ອງ;
  12. ຄົ້ນຄວ້າ ແລະ ພິຈາລະນາ ຕໍາແໜ່ງວິຊາການຄູ ສາມັນສຶກສາ;
  13. ຄົ້ນຄວ້າ, ພິຈາລະນາ ການຂໍອະນຸມັດຈັດການຮຽນ-ການສອນ, ຕໍ່ອາຍຸ, ຂະຫຍາຍ, ໂຮມ, ແຍກ ແລະ ສະເໜີຂໍຍຸບເລີກ ໂຮງຮຽນສາມັນນານາຊາດ ແລະ ເອກະຊົນ ພ້ອມທັງຕິດຕາມ ການນໍາໃຊ້ຫຼັກສູດ;
  14. ຊີ້ນໍາ, ຊຸກຍູ້ ແລະ ສົ່ງເສີມວຽກງານ ເບ້ຍລ້ຽງນັກຮຽນ, ສຸຂະອະນາໄມ, ໂພຊະນາການ, ເພດສຶກສາ, ບົດບາດຍິງ-ຊາຍ ແລະ ສຸຂະພາບຈະເລີນພັນ, ຄຸ້ມຄອງໄພພິບັດ, ສິ່ງແວດລ້ອມ, ສັງຄົມ ແລະ ອື່ນໆ ໃນໂຮງຮຽນສາມັນ ທັງພາກລັດ ແລະ ເອກະຊົນ;
  15. ສ້າງ ແລະ ຄຸ້ມຄອງ ຖານຂໍ້ມູນຕໍາແໜ່ງວິຊາການຄູ, ມາດຕະຖານດ້ານນໍ້າ ແລະ ສຸຂະອະນາໄມ, ການສອບເສັງແຂ່ງຂັນນັກຮຽນເກັ່ງ, ການສອບເສັງຈົບຊັ້ນສາມັນສຶກສາ, ການອອກປະກາສະນີຍະບັດຈົບຊັ້ນ ສາມັນສຶກສາ, ການປະຕິບັດຫຼັກສູດ ແລະ ອື່ນໆ;
  16. ຄົ້ນຄວ້າ, ອອກແບບ, ສະເໜີຈັດພິມ ແລະ ຄຸ້ມຄອງການອອກປະກາສະນີຍະບັດຈົບຊັ້ນສາມັນສຶກສາ, ປຶ້ມຕິດຕາມການຮຽນ, ທະບຽນນັກຮຽນສາມັນ, ປຶ້ມຮຽກຊື່ ແລະ ໃຫ້ຄະແນນນັກຮຽນ ແລະ ປຶ້ມແຕ່ງບົດສອນ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ;
  17. ຄຸ້ມຄອງ ແລະ ອອກໃບຢັ້ງຢຶນການທຽບຊັ້ນ, ຂັ້ນຮຽນ ແລະ ປະກາສະນີຍະບັດ ສໍາລັບນັກຮຽນສາມັນສຶກສາ ທີ່ໃຊ້ຫຼັກສູດນານາຊາດ ທັງພາຍໃນ, ຕ່າງປະເທດ ແລະ ນັກຮຽນທີ່ມາຈາກຕ່າງປະເທດ;
  18. ຕິດຕາມ ແລະ ປະເມີນ ການປະຕິບັດຫຼັກສູດສາມັນສຶກສາ, ສາມັນວິຊາຊີບ, ໂຮງຮຽນພອນສະຫວັນ, ໂຮງຮຽນ/ຫ້ອງຮຽນສອງພາສາ ພາກລັດ ແລະ ເອກະຊົນ ພ້ອມທັງໂຮງຮຽນທີ່ນຳໃຊ້ຫຼັກສູດນານາຊາດ;
  19. ຄຸ້ມຄອງ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການພັດທະນາການສຶກສາສາມັນ ທີ່ນໍາໃຊ້ທຶນພາຍໃນ ແລະ ຕ່າງປະເທດ;
  20. ພົວພັນ ແລະ ປະສານສົມທົບກັບບັນດາຫ້ອງການ, ກົມ, ສະຖາບັນ, ສູນ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນຕາມການມອບໝາຍຂອງຂັ້ນເທິງ;
  21. ກວດຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ຂັ້ນເທິງເປັນປົກກະຕິ;
  22. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງລັດຖະມົນຕີ.



^ ເລື່ອນຂຶ້ນເທິງ

ຂອບເຂດສິດ

ກົມສາມັນສຶກສາ ມີຂອບເຂດສິດ ດັ່ງນີ້ :
  1. ສະເໜີແຜນການ ແລະ ແຜນງົບປະມານ ເພື່ອພັດທະນາວຽກງານທີ່ຕົນຮັບຜິດຊອບ ຕໍ່ລັດຖະມົນຕີ;
  2. ສະເໜີລັດຖະມົນຕີພິຈາລະນາ, ອະນຸມັດ, ປັບປຸງ, ສ້າງ ຫຼື ຍົກເລີກບັນດານິຕິກຳ ກ່ຽວກັບວຽກງານການສຶກສາສາມັນ;
  3. ສະເໜີລັດຖະມົນຕີ ພິຈາລະນາ, ອະນຸມັດ, ສ້າງຕັ້ງ ຫຼື ຍຸບເລີກ ຫົວໜ່ວຍການຈັດຕັ້ງ ພາຍໃນກົມ ແລະ ສະຖານສາມັນສຶກສາ ຕາມການແບ່ງຂັ້ນຄຸ້ມຄອງ;
  4. ສະເໜີລັດຖະມົນຕີ ບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ ພະນັກງານ-ລັດຖະກອນ ຂອງກົມ ແລະ ສະຖານສາມັນສຶກສາ ຕາມກົດໝາຍ ແລະ ລະບຽບການ;
  5. ສະເໜີການປະຕິບັດນະໂນບາຍຕ່າງໆ ຕໍ່ຜູ້ມີຜົນງານ ແລະ ລົງວິໄນ ພະນັກງານ-ລັດຖະກອນ ຂອງກົມສາມັນສຶກສາ ແລະ ສະຖານສາມັນສຶກສາ ຕາມກົດໝາຍ ແລະ ລະບຽບການ;
  6. ຄຸ້ມຄອງ ແລະ ນຳໃຊ້ ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ, ທຶນຊ່ວຍເຫຼືອປະເພດຕ່າງໆ ຕາມການ ອະນຸມັດຂອງລັດຖະມົນຕີ;
  7. ປະຕິບັດໂຄງການຊ່ວຍເຫຼືອລ້າ, ກູ້ຢືມ, ໂຄງການຮ່ວມມືທັງພາຍໃນ ແລະ ຕ່າງປະເທດ ແລະ ອົງການ ຈັດຕັ້ງສາກົນ ຕາມການອະນຸມັດຂອງລັດຖະມົນຕີ;
  8. ສະເໜີລັດຖະມົນຕີປົກປ້ອງ ແລະ ຄຸ້ມຄອງ ຄູ, ບຸກຄະລາກອນ, ຊັບສິນ ແລະ ລິຂະສິດ ໃນສາມັນສຶກສາ;
  9. ປະຕິບັດສິດອື່ນ ຕາມການມອບໝາຍຂອງລັດຖະມົນຕີ.


^ ເລື່ອນຂຶ້ນເທິງ

ໂຄງປະກອບການຈັດຕັ້ງ

ໂຄງຮ່າງການຈັດຕັ້ງ ກົມສາມັນສຶກສາ

ໝາຍເຫດ: ຫົວໜ້າກົມ ສາມາດຊີ້ນໍາ ໄດ້ທຸກພະແນກ. ແຕ່ລະພະແນກ ສາມາດລາຍງານ ຫາ ຫົວໜ້າກົມ ໄດ້ໂດຍກົງ


ໂຄງປະກອບກົງຈັກລັດ ຂອງກົມສາມັນສຶກສາ

ປະກອບດ້ວຍ 6 ພະແນກ ແລະ 1 ຫ້ອງການ ຄື:


^ ເລື່ອນຂຶ້ນເທິງ

ໂຄງປະກອບບຸກຄະລາກອນ ແລະ ຕຳແໜ່ງງານ

ກົມສາມັນສຶກສາ ມີໂຄງປະກອບບຸກຄະລະກອນ ດັ່ງລຸ່ມນີ້:
  1. ຫົວໜ້າກົມ 1 ທ່ານ, ຮັບຜິດຊອບຕໍ່ ລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຊຶ່ງມີໜ້າທີ່ ແລະ ຂອບເຂດສິດ
    ຕາມມາດຕາ 3 ແລະ ມາດຕາ 4 ຂອງ ຂໍ້ຕົກລົງສະບັບນີ້; ເວລາຫົວໜ້າກົມ ຕິດຂັດຕ້ອງມອບໃຫ້ຮອງກົມ ທ່ານໃດໜຶ່ງຮັກສາການແທນ;
  2. ຮອງຫົວໜ້າກົມ ຈຳນວນໜຶ່ງ ຊ່ວຍຫົວໜ້າກົມໃນການຊີ້ນຳວຽກຂອງຕົນ, ຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍ ຂອງ ຫົວໜ້າກົມ ແລະ
    ຮອງຫົວໜ້າກົມ ທີ່ຖືກມອບໝາຍໃຫ້ເປັນຮັກສາການແທນຫົວໜ້າກົມ ຕິດຄັດ ພ້ອມທັງລາຍງານ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການແທນນັ້ນ ໃຫ້ຫົວໜ້າກົມ ພາຍຫຼັງມາປະຈຳການ;
  3. ຫົວໜ້າພະແນກ, ຮອງພະແນກ ແລະ ລັດຖະກອນວິຊາການຈຳນວນໜຶ່ງຮັບຜິດຊອບວຽກງານ ຕາມການກຳນົດຕໍາແໜ່ງງານ ທີ່ຂັ້ນເທິງອະນຸມັດ.

  4.   ສຳລັບ ການບັນຈຸ, ຊັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບຫຼັກການຕ່າງໆ.


^ ເລື່ອນຂຶ້ນເທິງ

ໜ້າທີ່ຂອງພະແນກ ບໍລິຫານ ແລະ ຄົ້ນຄວ້າ-ສັງລວມ

ພະແນກບໍລິຫານ ແລະ ຄົ້ນຄວ້າ-ສັງລວມ ມີໜ້າທີ່ດັ່ງນີ້ :
  1. ຄົ້ນຄວ້າ, ສັງລວມ ແລະ ສ້າງແຜນພັດທະນາວຽກງານຂອງກົມ;
  2. ສ້າງ ແລະ ປັບປຸງ ບັນດານິຕິກຳຕ່າງໆ ເພື່ອບໍລິຫານຄຸ້ມຄອງ ຂອງກົມ;
  3. ເປັນເລຂານຸການ, ປະສານງານການນັດໝາຍເຊີນ ແລະ ວຽກງານພິທີການຕ່າງໆຂອງກົມ ແລະ ພົວພັນປະສານງານກັບພາກສ່ວນອື່ນ ທັງພາຍໃນ ແລະ ພາຍນອກ;
  4. ຄຸ້ມຄອງ ເອກະສານ, ອັດສຳເນົາ, ສົ່ງເອກະສານ ແລະ ແຈ້ງຂ່າວຕ່າງໆ ພາຍໃນກົມ;
  5. ຄຸ້ມຄອງ ບັນຊີ, ງົບປະມານການເງິນ, ຊັບສິນ, ພາຫະນະ, ອຸປະກອນ ແລະ ອຶ່ນໆ ພາຍໃນກົມ;
  6. ສ້າງແຜນງົບປະມານ, ຄຸ້ມຄອງການນຳໃຊ້, ຕິດຕາມ ແລະ ສະຫຼຸບລາຍຮັບລາຍຈ່າຍຂອງກົມເປັນ ແຕ່ລະໄລຍະ;
  7. ຄົ້ນຄວ້າ, ນໍາສະເໜີ ການສ້າງຕັ້ງ ຫຼື ຍຸບເລີກ ການຈັດຕັ້ງ ພາຍໃນກົມ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
  8. ຄົ້ນຄວ້າ ການຂຽນຄູ່ມືວິທີການເຮັດວຽກ ແລະ ການກຳນົດຕຳແໜ່ງງານຂອງກົມ;
  9. ຄົ້ນຄວ້າ ການປະຕິບັດນະໂຍບາຍ, ແຕ່ງຕັ້ງ, ສັບຊ້ອນ, ຍົກຍ້າຍ, ບໍາເນັດ, ບໍານານ, ການຍ້ອງຍໍ, ການລົງວິໄນ ແລະ ປົດຕໍາແໜ່ງ ພະນັກງານ-ລັດຖະກອນ ພາຍໃນກົມ ຕາມກົດໝາຍ ແລະ ລະບຽບການ;
  10. ສະເໜີແຜນ ແລະ ລາຍງານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ສໍາລັບສາຍສາມັນສຶກສາ;
  11. ຄຸ້ມຄອງ ແລະ ບໍລິຫານ ເອກະສານຂາເຂົ້າ-ຂາອອກ, ຊັບສິນ, ພາຫະນະ, ວັດສະດຸ, ແລະ ອຸປະກອນ ຂອງກົມ;
  12. ຄຸ້ມຄອງ ວຽກງານບຸກຄະລາກອນ, ວຽກງານປ້ອງກັນ ແລະ ນະໂຍບາຍຕ່າງໆ ພາຍໃນກົມ;
  13. ຄົ້ນຄວ້າ, ອອກແບບ ແລະ ຄຸ້ມຄອງການຈັດພິມ ຮ່າງປະກາສະນີຍະບັດຈົບຊັ້ນສາມັນສຶກສາ, ປຶ້ມຕິດຕາມການຮຽນ, ທະບຽນນັກຮຽນສາມັນ, ປຶ້ມຮຽກຊື່ ແລະ ໃຫ້ຄະແນນນັກຮຽນ ແລະ ປຶ້ມແຕ່ງບົດສອນ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ;
  14. ຄົ້ນຄວ້າ ພິຈາລະນາ ການອອກປະກາສະນີຍະບັດຈົບຊັ້ນມັດທະຍົມສຶກສາຕອນປາຍ ແລະ ອອກໜັງສືຢັ້ງຢືນການສໍາເນົາປະກາສະນີຍະບັດ;
  15. ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ໃນການຈັດຕັ້ງປະຕິບັດແຜນງານໂຄງການພັດທະນາການສຶກສາສາມັນ;
  16. ຄຸ້ມຄອງ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການພັດທະນາການສຶກສາສາມັນ ທີ່ນໍາໃຊ້ທຶນ ພາຍໃນ ແລະ ຕ່າງປະເທດ;
  17. ສັງລວມ, ຄົ້ນຄວ້າ, ຈັດສັນ ແລະ ສະໜອງອຸປະກອນ, ສື່ການຮຽນ-ການສອນຕ່າງໆ ໃຫ້ໂຮງຮຽນສາມັນສຶກສາ;
  18. ປະສານສົມທົບກັບ ບັນດາພະແນກ ແລະ ຫ້ອງການ ພາຍໃນກົມ ໃນການຈັດຕັ້ງປະຕິບັດວຽກງານ ຂອງຕົນ.
  19. ກວດກາ, ຕິດຕາມ ແລະ ປະເມີນ ພ້ອມທັງສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ຄະນະກົມ ເປັນປົກກະຕິ;
  20. ປະຕິບັດໜ້າທີອື່ນ ຕາມການມອບໝາຍ.


^ ເລື່ອນຂຶ້ນເທິງ

ໜ້າທີ່ຂອງ ພະແນກປະຖົມສຶກສາ

ພະແນກປະຖົມສຶກສາ ມີໜ້າທີ່ດັ່ງນີ້ :

  1. ຄົ້ນຄວ້າ ນະໂຍບາຍ, ຍຸດທະສາດ ແລະ ແຜນພັດທະນາການສຶກສາ ແລະ ກິລາ ຊັ້ນປະຖົມສຶກສາແຕ່ລະໄລຍະ;
  2. ສ້າງ ແລະ ປັບປຸງນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງ ແລະ ພັດທະນາການສຶກສາ ແລະ ກິລາ ຊັ້ນປະຖົມສຶກສາ;
  3. ຄົ້ນຄວ້າ, ພັດທະນາຄູ່ມືອົບຮົມການບໍລິຫານ-ຄຸ້ມຄອງໂຮງຮຽນປະຖົມ ທີ່ເນັ້ນໂຮງຮຽນເປັນຫຼັກ ແຕ່ລະໄລຍະ ທັງພາກລັດ ແລະ ເອກະຊົນ;
  4. ຄົ້ນຄວ້າ ອອກແບບ ປະກາສະນີຍະບັດຈົບຊັ້ນປະຖົມສຶກສາ ໃຫ້ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
  5. ຊີ້ນຳ, ຊຸກຍູ້ ການຈັດຕັ້ງປະຕິບັດການສຶກສາຊັ້ນປະຖົມສຶກສາ, ການວັດຜົນ, ການເລື່ອນຂັ້ນແບບຕໍ່ເນື່ອງ, ການສອບເສັງຈົບຊັ້ນ ແລະ ການສອບເສັງນັກຮຽນເກັ່ງລະດັບແຂວງ;
  6. ຊີ້ນຳ, ຊຸກຍູ້, ຕິດຕາມການນໍາໃຊ້ຫຼັກສູດ, ຂະບວນການຮຽນ-ການສອນ, ການນໍາໃຊ້ເຕັກໂນໂລຊີຂ່າວ ສານ ແລະ ການສື່ສານ, ການຜະລິດ-ນຳໃຊ້ອຸປະກອນ, ສື່ການຮຽນ-ການສອນ, ປຶ້ມແບບຮຽນ, ຄູ່ມືຄູ, ຫ້ອງສະໝຸດ, ຫ້ອງອ່ານ ແລະ ການນໍາໃຊ້ມາດຕະຖານຄຸນນະພາບການສຶກສາ ສໍາລັບຊັ້ນປະຖົມສຶກສາ;
  7. ຊີ້ນຳ, ຊຸກຍູ້, ປັບປຸງ ແລະ ຂະຫຍາຍກຸ່ມໂຮງຮຽນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການສຶກສາ ໃນຊັ້ນປະຖົມສຶກສາ;
  8. ຊີ້ນຳ, ຊຸກຍູ້ ແລະ ສົ່ງເສີມຄວາມເປັນເຈົ້າການ ໃນການພັດທະນາການສຶກສາ ແລະ ກິລາ ລະດັບປະຖົມສຶກສາຂອງແຂວງ, ນະຄອນຫຼວງ, ເມືອງ, ນະຄອນ, ໂຮງຮຽນ, ສະມາຄົມພໍ່ແມ່ຜູ້ປົກຄອງນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຊຸມຊົນ;
  9. ຊີ້ນຳ, ຊຸກຍູ້ການປະຕິບັດວຽກງານສົ່ງເສີມສຸຂະອະນາໄມ, ໂພຊະນາການ, ເພດສຶກສາ, ໄພພິບັດ ແລະ ສິ່ງແວດລ້ອມໃນໂຮງຮຽນປະຖົມ ທັງພາກລັດ ແລະ ເອກະຊົນ;
  10. ຕິດຕາມ, ຊຸກຍູ້, ຊ່ວຍເຫຼືອການປະຕິບັດໜ້າທີ່ຂອງຄູສຶກສານິເທດຊັ້ນປະຖົມສຶກສາ;
  11. ສົມທົບກັບ ຄູ່ຮ່ວມພັດທະນາ ແລະ ກົມກ່ຽວຂ້ອງໃນການພັດທະນາວຽກງານປະຖົມສຶກສາ;
  12. ຊີ້ນຳ, ຕິດຕາມ ແລະ ປະເມີນຜົນ ການປະຕິໜ້າທີ່ ຂອງຄະນະອຳນວຍການໂຮງຮຽນປະຖົມຄູ, ຄຸສຶກສານິເທດ ແລະ ຄູ ປະຖົມ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
  13. ຊີ້ນຳ, ຊກຍູ້ ແລະ ຕິດຕາມ ການປະຕິບັດຫຼັກສູດຊັ້ນປະຖົມສຶກສາ ທັງພາກລັດ ແລະ ເອກະຊົນ;
  14. ປະສານສົມທົບກັບບັນດາພະແນກ ແລະ ຫ້ອງການ ພາຍໃນກົມ ໃນການຈັດຕັ້ງປະຕິບັດວຽກງານຂອງຕົນ;
  15. ກວດກາ, ຕິດຕາມ ແລະ ປະເມີນພ້ອມທັງສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ຄະນະກົມເປັນປົກກະຕິ;
  16. ປະຕິບັດໜ້າທີອື່ນ ຕາມການມອບໝາຍ.



^ ເລື່ອນຂຶ້ນເທິງ

ໜ້າທີ່ຂອງ ພະແນກມັດທະຍົມສຶກສາຕອນຕົ້ນ

ພະແນກມັດທະຍົມສຶກສາຕອນຕົ້ນ ມີໜ້າທີ່ດັ່ງນີ້ :

  1. ຜັນຂະຫຍາຍແນວທາງນະໂຍບາຍ, ກົດລະບຽບ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ທິດທາງ, ແຜນການ ແລະ ຍຸດທະສາດຂອງກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງເປັນແຜນພັດທະນາວຽກງານຊັ້ນມັດທະຍົມສຶກສາຕອນຕົ້ນ ແຕ່ລະໄລຍະ;
  2. ສ້າງ ແລະ ປັບປຸງນິຕິກຳ ກ່ຽວກັບການບໍລິຫານ-ຄຸ້ມຄອງວຽກງານຊັ້ນມັດທະຍົມສຶກສາຕອນຕົ້ນ, ກຸ່ມໂຮງຮຽນ ແລະ ຄະນະພັດທະນາການສຶກສາແຕ່ລະຂັ້ນ;
  3. ຊີ້ນຳ, ຊຸກຍູ້, ການບໍລິຫານຄຸ້ມຄອງການນໍາໃຊ້ຫຼັກສູດ, ຂະບວນການຮຽນ-ການສອນ, ການນໍາໃຊ້ອຸປະກອນ, ສື່ການຮຽນ-ການສອນ, ປຶ້ມແບບຮຽນ, ຄູ່ມືຄູ, ຫ້ອງສະໝຸດ, ຫ້ອງອ່ານ ແລະ ຫ້ອງກິດຈະກຳອື່ນໆ;
  4. ຊີ້ນໍາ, ຊຸກຍູ້ ແລະ ສົ່ງເສີມ ດ້ານວິຊາການໃນການຈັດການຮຽນ-ການສອນ ສໍາລັບຊັ້ນມັດທະຍົມສຶກສາຕອນຕົ້ນໃນໂຮງຮຽນສາມັນສຶກສາ, ໂຮງຮຽນສາມັນກິນນອນຊົນເຜົ່າ, ໂຮງຮຽນສາມັນສຶກສາສົງ, ໂຮງຮຽນ/ຫ້ອງຮຽນພອນສະຫວັນ, ໂຮງຮຽນມັດທະຍົມ-ວິຊາຊີບ, ໂຮງຮຽນສາມັນຂອງກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ;
  5. ຊີ້ນຳ, ຊຸກຍູ້ ແລະ ສ້າງຄວາມເຂັ້ມແຂງ ໃນການສ້າງກຸ່ມໂຮງຮຽນມັດທະຍົມຕອນຕົ້ນເພື່ອພັດທະນາຄຸນນະພາບການສຶກສາ;
  6. ຊຸກຍູ້ ແລະ ສົ່ງເສີມໃນການສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນທີ່ທຸກຍາກ, ດ້ອຍໂອກາດ, ເດັກຍິງຊົນເຜົ່າ, ນັກຮຽນທີ່ຮຽນເກັ່ງມີພອນສະຫວັນ;
  7. ຊີ້ນຳ, ຊຸກຍູ້, ຕິດຕາມ, ສົ່ງເສີມ, ປັບປຸງການເກັບກຳຂໍ້ມູນ ກ່ຽວກັບ ຄູ, ໂຮງຮຽນ, ຫ້ອງຮຽນມັດທະຍົມສຶກສາຕອນຕົ້ນໃນເຂດທົ່ວປະເທດ;
  8. ຊີ້ນຳ, ຊຸກຍູ້, ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ຜູ້ບໍລິຫານການສຶກສາ ຂັ້ນແຂວງ, ນະຄອນຫຼວງ, ເມືອງ, ນະຄອນ, ໂຮງຮຽນ, ສະມາຄົມພໍ່ແມ່ຜູ້ປົກຄອງນັກຮຽນ ແລະ ຊຸມຊົນ;
  9. ຄົ້ນຄວ້າ ອອກແບບປະກາສະນີຍະບັດຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ໃຫ້ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
  10. ຊຸກຍູ້ ການປະຕິບັດຫຼັກສູດ ແລະ ການນິເທດສຶກສາຊັ້ນມັດທະຍົມສຶກສາຕອນຕົ້ນ;
  11. ຄົ້ນຄວ້າ, ແລະ ເກັບກໍາຂໍ້ມູນໃນການສະໜອງ ຫ້ອງທົດລອງວິທະຍາສາດພື້ນຖານ, ອຸປະກອນທົດລອງ, ຫ້ອງຮຽນໄອຊີທີ, ອຸປະກອນໄອຊີທີ, ຫ້ອງສະໝຸດ, ຫ້ອງອ່ານ ແລະ ສື່ການຮຽນ-ການສອນຕ່າງໆ ໃຫ້ໂຮງຮຽນມັດທະຍົມຕອນຕົ້ນ;
  12. ຊີ້ນຳ ແລະ ຈັດຕັ້ງການສອບເສັງແຂ່ງຂັນນັກຮຽນເກັ່ງ, ການເລື່ອນຂັ້ນ ແລະ ສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນທົ່ວປະເທດ;
  13. ຊຸກຍູ້ ແລະ ສົ່ງເສີມວຽກງານສຸຂະອະນາໄມ, ໂພຊະນາການ, ເພດສຶກສາ, ບົດບາດຍິງ-ຊາຍ ແລະ ສຸຂະພາບຈະເລີນພັນ, ສິ່ງແວດລ້ອມ, ສັງຄົມ ແລະ ອື່ນໆ ໃນໂຮງຮຽນມັດທະຍົມຕອນຕົ້ນ ທັງພາກລັດ ແລະ ເອກະຊົນ;
  14. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການກວດກາ, ຕິດຕາມ ແລະ ປະເມີນຜົນ ການປະຕິບັດຫຼັກສູດ, ການປະຕິບັດໜ້າທີ່ ຂອງຄະນະອໍານວຍການໂຮງຮຽນ, ຄູປະຈໍາການ ແລະ ວິໄຈຜົນການຮຽນ-ການສອນ;
  15. ຄົ້ນຄວ້າ, ພິຈາລະນາ ການຂໍອະນຸມັດຈັດການຮຽນ-ການສອນ, ຕໍ່ອາຍຸ, ຂະຫຍາຍ, ໂຮມ, ແຍກ ແລະ ສະເໜີຂໍຍຸບເລີກ ໂຮງຮຽນມັດທະຍົມຕອນຕົ້ນນານາຊາດ ແລະ ເອກະຊົນ ພ້ອມທັງຕິດຕາມ ການນໍາໃຊ້ຫຼັກສູດ;
  16. ຄົ້ນຄວ້າ ແລະ ພີຈາລະນາ ການທຽບຊັ້ນ, ຂັ້ນຮຽນ ແລະ ປະກາດສະນີຍະບັດຂອງນັກຮຽນຊັ້ນມັດທະຍົມສຶກສາຕອນຕົ້ນ ພາຍໃນ ແລະ ມາຈາກຕ່າງປະເທດ ທີ່ໃຊ້ຫຼັກສູດນານາຊາດ ລວມທັງການກວດກາ ການຄຸ້ມຄອງໂຮງຮຽນ, ຫ້ອງຮຽນ, ອາຄານສະຖານທີ່, ຄູສອນ ແລະ ນັກຮຽນໃນໂຮງຮຽນນານາຊາດ;
  17. ປະສານສົມທົບກັບ ຄູ່ຮ່ວມພັດທະນາຕ່າງໆ ໃນການຈັດຕັ້ງແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ແຕ່ລະໄລຍະ;
  18. ປະສານສົມທົບກັບບັນດາພະແນກ ແລະ ຫ້ອງການ ພາຍໃນກົມ ໃນການຈັດຕັ້ງປະຕິບັດວຽກງານ ຂອງຕົນ;
  19. ກວດກາຕິດຕາມ ແລະ ປະເມີນ ພ້ອມທັງສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ຄະນະກົມເປັນປົກກະຕິ;
  20. ປະຕິບັດໜ້າທີອື່ນ ຕາມການມອບໝາຍ.



^ ເລື່ອນຂຶ້ນເທິງ

ໜ້າທີ່ຂອງພະແນກມັດທະຍົມສຶກສາຕອນປາຍ

ພະແນກມັດທະຍົມສຶກສາຕອນປາຍ ມີໜ້າທີ່ດັ່ງນີ້ :

  1. ຜັນຂະຫຍາຍແນວທາງນະໂຍບາຍ, ກົດລະບຽບ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ທິດທາງ, ແຜນການ ແລະ ຍຸດທະສາດຂອງກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງເປັນແຜນພັດທະນາວຽກງານການສຶກສາ ແລະ ກິລາ ຊັ້ນມັດທະຍົມສຶກສາຕອນປາຍ ແຕ່ລະໄລຍະ;
  2. ສ້າງ ແລະ ປັບປຸງນິຕິກຳ ກ່ຽວກັບການບໍລິຫານ-ຄຸ້ມຄອງວຽກງານການສຶກສາສາຍສາມັນສຶກສາ, ສູນສຶກສານິເທດ, ກຸ່ມໂຮງຮຽນ, ໂຮງຮຽນຕົວແບບ ແລະ ຄະນະພັດທະນາການສຶກສາແຕ່ລະຂັ້ນ;
  3. ປັບປຸງການພັດທະນາຫຼັກສູດ ສາມັນວິຊາຊີບ ຫ້ອງຮຽນສາມັນວິຊາຊີບ ແລະ ໂຮງຮຽນມັດທະຍົມ-ວິຊາຊີບ;
  4. ຊີ້ນຳ, ຊຸກຍູ້, ຕິດຕາມ, ສົ່ງເສີມ, ປັບປຸງການເກັບກຳຂໍ້ມູນ ກ່ຽວກັບຄູ, ໂຮງຮຽນ, ຫ້ອງຮຽນມັດທະຍົມສຶກສາຕອນປາຍໃນເຂດທົ່ວປະເທດ;
  5. ຊີ້ນຳ, ຊຸກຍູ້, ຕິດຕາມການບໍລິຫານຄຸ້ມຄອງການນໍາໃຊ້ຫຼັກສູດ, ຂະບວນການຮຽນ-ການສອນ, ການນໍາໃຊ້ອຸປະກອນ, ສື່ການຮຽນ-ການສອນ, ປຶ້ມ, ແບບຮຽນ, ຄູ່ມືຄູ, ຫ້ອງສາມັນວິຊາຊີບ, ໂຮງຮຽນມັດທະຍົມ-ວິຊາຊີບ, ຫ້ອງສະໝຸດ, ຫ້ອງອ່ານ, ຫ້ອງທົດລອງ, ເຄື່ອງທົດລອງວິທະຍາສາດພື້ນຖານ ແລະ ຫ້ອງກິດຈະກຳອື່ນໆ;
  6. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຊຸກຍູ້ການປະຕິບັດໜ້າທີ່ ຂອງຄະນະອຳນວຍການໂຮງຮຽນ, ຄູປະຈຳການ;
  7. ຊຸກຍູ້ ແລະ ສົ່ງເສີມ ດ້ານວິຊາການສາມັນ ສຳລັບ ສະຖານການສຶກສາ ທີ່ຈັດການຮຽນ-ການສອນສາມັນສຶກສາ, ໂຮງຮຽນສາມັນກິນນອນຊົນເຜົ່າ, ໂຮງຮຽນສາມັນສຶກສາສົງ, ໂຮງຮຽນ/ຫ້ອງຮຽນພອນສະຫວັນ, ໂຮງຮຽນມັດທະຍົມ-ວິຊາຊີບ, ຫ້ອງຮຽນສາມັນວິຊາຊີບ, ໂຮງຮຽນ/ຫ້ອງຮຽນສອງພາສາ, ໂຮງຮຽນນານາຊາດ, ໂຮງຮຽນສາມັນຂອງກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ;
  8. ຊຸກຍູ້ ແລະ ສົ່ງເສີມ ການຈັດການຮຽນ-ການສອນ, ການນິເທດ ສາຍສາມັນສຶກສາ ໂດຍເນັ້ນໃສ່ການນຳໃຊ້ເຕັກໂນໂລຊີຂ່າວສານ ແລະ ການສື່ສານຕ່າງໆ;
  9. ຊີ້ນຳ, ຊຸກຍູ້ ແລະ ສົ່ງເສີມ ການສະໜອງຫ້ອງທົດລອງວິທະຍາສາດພື້ນຖານ, ອຸປະກອນທົດລອງ, ຫ້ອງຮຽນໄອຊີທີ, ອຸປະກອນໄອຊີທີ, ຫ້ອງສະໝຸດ, ຫ້ອງອ່ານ ແລະ ສື່ການຮຽນ-ການສອນຕ່າງໆ ໃຫ້ໂຮງຮຽນສາມັນສຶກສາ;
  10. ຊີ້ນຳ ແລະ ຈັດຕັ້ງການສອບເສັງແຂ່ງຂັນນັກຮຽນເກັ່ງ, ການເລື່ອນຂັ້ນ ແລະ ສອບເສັງຈົບຊັ້ນມັດທະຍົມຕອນປາຍທົ່ວປະເທດ;
  11. ຊຸກຍູ້ ແລະ ສົ່ງເສີມວຽກງານສຸຂະອະນາໄມ, ໂພຊະນາການ, ເພດສຶກສາ, ບົດບາດຍິງ-ຊາຍ ແລະ ສຸຂະພາບຈະເລີນພັນ, ຄຸ້ມຄອງໄພພິບັດ, ສິ່ງແວດລ້ອມ, ສັງຄົມ ແລະ ອື່ນໆ ໃນໂຮງຮຽນສາມັນສຶກສາ ທັງພາກລັດ ແລະ ເອກະຊົນ;
  12. ຄົ້ນຄວ້າ ອອກແບບ ປະກາສະນີຍະບັດຈົບຊັ້ນມັດທະຍົມສຶກສາຕອນປາຍ ໃຫ້ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
  13. ຄົ້ນຄວ້າ ແລະ ພີຈາລະນາ ການທຽບຊັ້ນ, ຂັ້ນຮຽນ ແລະ ປະກາດສະນີຍະບັດຂອງນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ ພາຍໃນ ແລະ ມາຈາກຕ່າງປະເທດ ທີ່ໃຊ້ຫຼັກສູດນານາຊາດ ລວມທັງການກວດກາ ການຄຸ້ມຄອງໂຮງຮຽນ, ຫ້ອງຮຽນ, ອາຄານສະຖານທີ່, ຄູສອນ ແລະ ນັກຮຽນໃນໂຮງຮຽນນານາຊາດ;
  14. ສົມທົບກັັບພາກສ່ວນກ່ຽວຂ້ອງ ໃນການກວດກາ, ຕິດຕາມ ແລະ ປະເມີນ ການປະຕິບັດຫຼັກສູດສາຍສາມັນສຶກສາ, ສາມັນວິຊາຊີບ, ໂຮງຮຽນພອນສະຫວັນ, ໂຮງຮຽນ/ຫ້ອງຮຽນສອງພາສາ, ໂຮງຮຽນມັດທະຍົມ-ວິຊາຊີບ ແລະ ໂຮງຮຽນທີ່ນຳໃຊ້ຫຼັກສູດນານາຊາດ ທັງພາກລັດ ແລະ ເອກະຊົນ;
  15. ຄົ້ນຄວ້າ ພິຈາລະນາ ການຂໍອະນຸມັດສ້າງຕັ້ງ, ແຍກ, ໂຮມ, ຂະຫຍາຍສາຂາ, ຕໍ່ອາຍຸ ແລະ ຍຸບເລີກ ໂຮງຮຽນນານາຊາດ ແລະ ເອກະຊົນ;
  16. ຊຸກຍູ້ ແລະ ຈັດຕັ້ງປະຕິບັດໂຄງການພັດທະນາການສຶກສາສາຍສາມັນທີ່ນໍາໃຊ້ທຶນພາຍໃນ ແລະ ຕ່າງປະເທດ;
  17. ປະສານສົມທົບກັບ ຄູ່ຮ່ວມພັດທະນາຕ່າງໆ ໃນການຈັດຕັ້ງແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ແຕ່ລະໄລຍະ.
  18. ຄົ້ນຄວ້າ, ພິຈາລະນາ ການຂໍອະນຸມັດຈັດການຮຽນ-ການສອນ, ຕໍ່ອາຍຸ, ຂະຫຍາຍ, ໂຮມ, ແຍກ ແລະ ສະເໜີຂໍຍຸບເລີກ ໂຮງຮຽນມັດທະຍົມຕອນປາຍນານາຊາດ ແລະ ເອກະຊົນ ພ້ອມທັງຕິດຕາມ ການນໍາໃຊ້ຫຼັກສູດ;
  19. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການກວດກາ, ຕິດຕາມ, ປະເມີນຜົນ ແລະ ວິໄຈ ຜົນການຮຽນ-ການສອນ, ການນິເທດສຶກສາ, ການປະຕິບັດໜ້າທີ່ຂອງຄະນະອໍານວຍການໂຮງຮຽນ, ຄູປະຈຳການ ແລະ ຄະນະພັດທະນາການສຶກສາແຕ່ລະຂັ້ນ;
  20. ປະສານສົມທົບກັບບັນດາພະແນກ ແລະ ຫ້ອງການ ພາຍໃນກົມ ໃນການຈັດຕັ້ງປະຕິບັດວຽກງານຂອງຕົນ;
  21. ກວດກາຕິດຕາມ ແລະ ປະເມີນພ້ອມທັງສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ຄະນະກົມເປັນປົກກະຕິ;
  22. ປະຕິບັດໜ້າທີອື່ນ ຕາມການມອບໝາຍ.



^ ເລື່ອນຂຶ້ນເທິງ

ໜ້າທີ່ຂອງພະແນກພາສາຕ່າງປະເທດ

ພະແນກພາສາຕ່າງປະເທດ ມີໜ້າທີ່ດັ່ງນີ້ :

  1. ຜັນຂະຫຍາຍແນວທາງນະໂຍບາຍ, ກົດລະບຽບ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ທິດທາງ, ແຜນການ ແລະ ຍຸດທະສາດຂອງກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງເປັນແຜນພັດທະນາວຽກງານການຈັດຕັ້ງການຮຽນ-ການສອນພາສາຕ່າງປະເທດ ແລະ ຫ້ອງຮຽນສອງພາສາ ແຕ່ລະໄລຍະ;
  2. ສ້າງ ແລະ ປັບປຸງນິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບການພົວພັນກັບພາກພື້ນ ແລະ ສາກົນ;
  3. ຄຸ້ມຄອງ, ພັດທະນາ, ຊຸກຍູ້ ແລະ ສົ່ງເສີມການຮຽນ-ການສອນພາສາຕ່າງປະເທດ, ຫ້ອງຮຽນສອງພາສາ;
  4. ສົມທົບກັບພະແນກ ແລະ ກົມອື່ນໆທີ່ກ່ຽວຂອງໃນການຕິດຕາມ, ປະເມີນການປະຕິບັດຫຼັກສູດສາມັນສຶກສາ, ການຮຽນ-ການສອນພາສາຕ່າງປະເທດ, ຫ້ອງຮຽນສອງພາສາ ພາກລັດ ແລະ ເອກະຊົນ ພ້ອມທັງໂຮງຮຽນທີ່ນຳໃຊ້ຫຼັກສູດນານາຊາດ;
  5. ຊີ້ນຳ, ຊຸກຍູ້, ຕິດຕາມ, ສົ່ງເສີມ, ປັບປຸງການເກັບກຳຂໍ້ມູນກ່ຽວກັບຄູສອນພາສາຕ່າງປະເທດໃນສາຍສາມັນໃນຂອບເຂດທົ່ວປະເທດ;
  6. ປະສານສົມທົບກັບຄູ່ຮ່ວມພັດທະນາຕ່າງໆ ທີ່ກ່ຽວຂ້ອງໃນການຊຸກຍູ້ສົ່ງເສີມການຮຽນ-ການສອນພາສາຕ່າງປະເທດ ແລະ ຫ້ອງຮຽນສອງພາສາໃນສາຍສາມັນສຶກສາ ທັງພາຍໃນ ແລະ ຕ່າງປະເທດ;
  7. ປະສານສົມທົບກັບບັນດາພະແນກ ແລະ ຫ້ອງການ ພາຍໃນກົມ ໃນການຈັດຕັ້ງປະຕິບັດວຽກງານ;
  8. ກວດກາຕິດຕາມ ແລະ ປະເມີນພ້ອມທັງສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ຄະນະກົມເປັນປົກກະຕິ;
  9. ປະຕິບັດໜ້າທີອື່ນ ຕາມການມອບໝາຍ.



^ ເລື່ອນຂຶ້ນເທິງ

ໜ້າທີ່ຂອງພະແນກ ກວດກາ, ຕິດຕາມ ແລະ ປະເມີນຜົນ

ພະແນກ ກວດກາ, ຕິດຕາມ ແລະ ປະເມີນຜົນ ມີໜ້າທີ່ດັ່ງນີ້ :

  1. ຕິດຕາມ, ປະເມີນຜົນ ແລະ ວິໄຈ ຜົນການຮຽນ-ການສອນ, ການນິເທດສຶກສາ, ການປະຕິບັດໜ້າທີ່ ຂອງຄະນະອຳນວຍການໂຮງຮຽນ, ຄູປະຈຳການ, ຄູສຶກສານິເທດ, ຄູຝຶກ ແລະ ຄະນະພັດທະນາການສຶກສາແຕ່ລະຂັ້ນ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
  2. ສັງລວມ ແລະ ວິເຄາະ ຜົນການສອບເສັງແຂ່ງຂັນນັກຮຽນເກັ່ງ, ການເລື່ອນຂັ້ນ ແລະ ສອບເສັງຈົບຊັ້ນ ສາຍສາມັນສຶກສາທົ່ວປະເທດ;
  3. ສ້າງຄັງ ແລະ ພັດທະນາຂໍ້ສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ;
  4. ສ້າງ ແລະ ຄຸ້ມຄອງ ຖານຂໍ້ມູນ ຕໍາແໜ່ງວິຊາການຄູ, ມາດຕະຖານດ້ານນໍ້າ ແລະ ສຸຂະອະນາໄມ, ການສອບເສັງແຂ່ງຂັນນັກຮຽນເກັ່ງ, ສອບເສັງຈົບຊັ້ນສາຍສາມັນສຶກສາ, ການອອກປະກາສະນີຍະບັດຈົບຊັ້ນສາຍສາມັນສຶກສາ, ການປະຕິບັດຫຼັກສູດ ແລະ ອື່ນໆ;
  5. ຕິດຕາມ ແລະ ປະເມີນ ການປະຕິບັດຫຼັກສູດສາຍສາມັນສຶກສາ, ສາມັນວິຊາຊີບ, ໂຮງຮຽນພອນສະຫວັນ, ໂຮງຮຽນ/ຫ້ອງຮຽນສອງພາສາ, ໂຮງຮຽນມັດທະຍົມ-ວິຊາຊີບ ພາກລັດ ແລະ ເອກະຊົນ ພ້ອມທັງໂຮງຮຽນທີ່ນຳໃຊ້ຫຼັກສູດນານາຊາດ;
  6. ຄົ້ນຄວ້າ ແລະ ພິຈາລະນາ ຕຳແໜ່ງວິຊາການຄູ ສາຍສາມັນສຶກສາ;
  7. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມ ແລະ ປະເມີນຜົນ ກິດຈະກໍາການລົງທຶນຕ່າງໆ ໃນວຽກງານສາມັນສຶກສາ ທັງພາຍໃນ ແລະ ຕ່າງປະເທດ;
  8. ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຕ່າງໆ ຂອງກົມ;
  9. ປະສານສົມທົບກັບບັນດາພາກສ່ວນຕ່າງໆ ພາຍໃນກົມ ໃນການຈັດຕັ້ງປະຕິບັດວຽກງານຂອງຕົນ;
  10. ກວດກາຕິດຕາມ ແລະ ປະເມີນພ້ອມທັງສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ຄະນະກົມເປັນປົກກະຕິ;
  11. ປະຕິບັດໜ້າທີອື່ນ ຕາມການມອບໝາຍ.



^ ເລື່ອນຂຶ້ນເທິງ

ໜ້າທີ່ຂອງຫ້ອງການຄຸ້ມຄ້ອງໂຄງການ

ຫ້ອງການຄຸ້ມຄອງໂຄງການສາມັນສຶກສາ ມີໜ້າທີ່ດັ່ງນີ້ :

  1. ຄົ້ນຄວ້າ ນະໂຍບາຍ ແລະ ວາງແຜນພັດທະນາການສຶກສາ ແລະ ກິລາ ສາຍສາມັນສຶກສາ;
  2. ສ້າງ ແລະ ປັບປຸງແຜນປະຕິບັດງານຕ່າງໆ ຂອງໂຄງການ ຢູ່ຂັ້ນກະຊວງ ແລະ ຂັ້ນແຂວງ;
  3. ສ້າງແຜນການປະຈຳປີ, ແຜນ 6 ເດືອນ, ປະຈຳໄຕມາດ, ປະຈຳເດືອນ ຕາມແຜນງານ/ໂຄງການ ຕາມສັນຍາກັບ ຄູ່ຮ່ວມພັດທະນາ;
  4. ຊີ້ນໍາ, ຊຸກຍູ້ ການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ຂອງແຕ່ລະໜ່ວຍປະຕິບັດງານ;
  5. ອໍານວຍຄວາມສະດວກໃນແຕ່ລະດ້ານ ໃຫ້ໜ່ວຍປະຕິບັດງານ, ອົງການກວດສອບ, ຄະນະກວດກາ ແລະ ຄະນະທົບທວນໂຄງການ;
  6. ຄຸ້ມຄອງຊ່ຽວຊານ ແລະ ພະນັກງານສັນຍາຈ້າງ ພ້ອມທັງອໍານວຍຄວາມສະດວກດ້ານເອກະສານຕ່າງໆໃຫ້ແກ່ຊ່ຽວຊານຕ່າງປະເທດທີ່ດໍາລົງຊີວິດຢູ່ ສປປ ລາວ;
  7. ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໃນການປະມູນ, ການຈັດຊື້ວັດຖຸ, ອຸປະກອນ ແລະ ການບໍລິຫານຕ່າງໆ ຂອງໂຄງການ;
  8. ປະສານສົມທົບກັບຜູ້ໃຫ້ທຶນ ໃນການຂໍອະນຸມັດ ເພື່ອຈັດຕັ້ງປະຕິບັດກິດຈະກໍາຕ່າງໆຂອງໂຄງການ;
  9. ຊຸກຍູ້, ຕິດຕາມ ການຄຸ້ມຄອງນໍາໃຊ້ຊັບສິນ ແລະ ເອກະສານຕ່າງໆຂອງໂຄງການ;
  10. ຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດກິດຈະກໍາຕ່າງໆຂອງໂຄງການ;
  11. ປະສານສົມທົບກັບບັນດາພະແນກ ແລະ ຫ້ອງການ ພາຍໃນກົມ ໃນການຈັດຕັ້ງປະຕິບັດວຽກງານຂອງຕົນ.
  12. ກວດກາຕິດຕາມ ແລະ ປະເມີນພ້ອມທັງສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ຄະນະກົມເປັນປົກກະຕິ;
  13. ປະຕິບັດໜ້າທີອື່ນ ຕາມການມອບໝາຍ.



^ ເລື່ອນຂຶ້ນເທິງ

ຫຼັກການ

ກົມສາມັນສຶກສາ ເຄື່ອນໄຫວວຽກງານຕາມຫຼັກການດັ່ງນີ້ :

  1. ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ ກ່ຽວກັບບັນຫາລວມຂອງກົມ;
  2. ປະຕິບັດລະບອບຫົວໜ້າດຽວ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງ ຂອງພະນັກງານ-ລັດຖະກອນ ທຸກລະດັບ;
  3. ທຸກການເຄື່ອນໄຫວ ຂອງກົມສາມັນສຶກສາ ແມ່ນອີງໃສ່ ລະບຽບກົດໝາຍ, ລະບຽບການ, ຫຼັກການລວມຂອງລັດຖະບານ, ນຳເອົາແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ.



ແບບແຜນວິທີເຮັດວຽກ

ກົມສາມັນສຶກສາ ແບບແຜນວິທີເຮັດວຽກດັ່ງນີ້ :

  1. ເຮັດວຽກມີ ແຜນການ, ແຜນງານ ແລະ ໂຄງການລະອຽດ, ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ເປົ້າໝາຍ ໃນແຕ່ລະໄລຍະ, ປະສານສົມທົບຢ່າງແໜ້ນແຟ້ນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ວຽກງານສາມັນສຶກສາ ໃຫ້ໄດ້ຮັບຜົນດີ;
  2. ເຮັດວຽກມີການກວດກາ, ຕິດຕາມ, ຊຸກຍູ້, ສະຫຼຸບຖອດຖອນບົດຮຽນ ແລະ ຕີລາຄາຜົນໄດ້ຮັບ-ຜົນເສຍ ພ້ອມທັງລາຍງານສ່ອງແສງຢ່າງເຂັມງວດ;
  3. ປະຕິບັດລະບອບປະຊຸມປະຈຳເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ ແລະ ປະຕິບັດລະບອບລາຍງານໃຫ້ຂັ້ນເທິງ ເປັນປົກກະຕິ.


^ ເລື່ອນຂຶ້ນເທິງ