ການເຄື່ອນໄຫວຕ່າງໆ ຂອງ ກົມສາມັນສຶກສາ
6-7 ພະຈິກ 2025
ເຂົ້າຮ່ວມ ກອງປະຊຸມຄົ້ນຄວ້າ ແລະ ສ້າງແຜນປະຕິບັດງານດີຈີຕອນ ສຳລັບການສຶກສາ ໄລຍະ 5 ປີ (2026–2030)
ຄັ້ງວັນທີ 6 ພະຈິກ 2025 ທີ່ ໂຮງແຮມ ສີສົມບັດພຣາຊາ ເມືອງ ວັງວຽງ ແຂວງ ວຽງຈັນ, ກົມແຜນການ ແລະ ສູນໄອຊີທີ
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ສ້າງແຜນປະຕິບັດງານດີຈີຕອນ ສຳລັບການສຶກສາ ໄລຍະ 5 ປີ (2026–2030).
ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ການປະທານຂອງ ທ່ານ ສີທອງ ສີຂາວ, ຫົວໜ້າກົມແຜນການ, ມີຜູ້ແທນຈາກຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນ, ສູນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສີທອງ ສີຂາວ ໄດ້ກ່າວວ່າ ການປະຊຸມນີ້ເປັນຂັ້ນຕອນທີ 3 ໃນການພັດທະນາ ແຜນປະຕິບັດງານດີຈີຕອນສຳລັບການສຶກສາ (DEAP) ຮ່ວມກັນລະຫວ່າງ ສສກ ແລະ UNICEF,
ຫຼັງຈາກສຳເລັດການວິເຄາະສະພາບການໃນຂັ້ນຕອນກ່ອນໜ້າ. ຂັ້ນຕອນນີ້ມີເປົ້າໝາຍເພື່ອກໍານົດຜົນໄດ້ຮັບບູລິມະສິດ ແລະ ກິດຈະກໍາສໍາຄັນທີ່ຊັດເຈນ ສໍາລັບ ການຂັບເຄື່ອນການສຶກສາດີຈີຕອນໃນໄລຍະ 5 ປີຂ້າງໜ້າ.
ແຜນດັ່ງກ່າວຈະຖືກອອກແບບ ໃຫ້ສອດຄ່ອງກັບ
- ແຜນພັດທະນາຂະແໜງການສຶກສາ ແລະ ກິລາ ສະບັບທີ 10 (ESSDP 2026–2030)
- ຍຸດທະສາດດີຈີຕອນສຳລັບການສຶກສາ 2025–2035 ແລະ ສະພາບຄວາມເປັນຈິງທີ່ໄດ້ຮັບຜ່ານການປຶກສາຫາລືຈາກຜູ້ແທນກອງປະຊຸມ
ນອກຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮ່ວມກັນກໍານົດຜົນໄດ້ຮັບບູລິມະສິດພາຍໃຕ້ 4 ເສົາຄ້ໍາຂອງ ການສຶກສາດີຈີຕອນ (DSE), ພ້ອມທັງຮ່າງແນວຄວາມຄິດກິດຈະກໍາເບື້ອງຕົ້ນ, ການກໍານົດຜູ້ຮັບຜິດຊອບ ແລະ ການຄາດຄະເນຄ່າໃຊ້ຈ່າຍພື້ນຖານ.
ກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນການຄົ້ນຄວ້າ, ການກວດສອບຜົນໄດ້ຮັບເປັນກຸ່ມ, ການແນະນຳແນວທາງການສຶກສາດີຈີຕອນ ແລະ ການອອກແບບກິດຈະກໍາໃນຂັ້ນຕອນຕໍ່ໄປ.
5-7 ພະຈິກ 2025
ເຂົ້າຮ່ວມກອງປະຊຸມ ຄົ້ນຄວ້າ ແລະ ສ້າງແຜນປະຕິບັດງານ ການຮຽນຮູ້ຕະຫຼອດຊີວິດ ຂອງ ຂະແໜງການສຶກສາ ແລະ ກິລາ, ວິທະຍາສາດ ແລະ ກິລາ ທີ່ ໂຮງແຮມ ລີເວີຊາຍ 2, ເມືອງ ວັງວຽງ, ແຂວງ ວຽງຈັນ
ພາຍໃຕ້ ການເປັນປະທານຂອງ ທ່ານ ສຸພາບ ຄູນວິໄຊ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ແລະ ປະທານຮ່ວມ ທ່ານ Uwe Gartenschlaeger ຜູ້ອຳນວຍການຫ້ອງການນາໆຊາດ
ເພື່ອການສຶກສາຜູ້ໃຫ່ຍເຢຍລະມັນ DVV International ປະຈຳອາຊີຕາເວັນອອກສຽງໃຕ້.
ກອງປະຊຸມ ໄດ້ຮັບຟັງການນໍາສະເໜີ ກ່ຽວກັບ ເຜີຍແຜ່ດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ ແຜນປະຕິບັດງານແຫ່ງຊາດ ເພື່ອການຮຽນຮູ້ຕະຫຼອດຊີວິດ ຮອດປີ 2030
ບົດຮຽນ ການສົ່ງເສີມ ແລະ ພັດທະນາການຮຽນຮູ້ຕະຫຼອດຊີວິດ ຂອງພາກພື້ນ ແລະ ສາກົນ.
- ຄວາມເປັນມາ, ເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງແຜນປະຕິບັດງານ ການຮຽນຮູ້ຕະຫຼອດຊີວິດ ຂອງຂະແໜງການສຶກສາທິການ, ວິທະຍາສາດ ແລະ ກິລາ.
- ສະເໜີ (ຮ່າງ) ຂອງແຜນປະຕິບັດງານ ການຮຽນຮູ້ຕະຫຼອດຊີວິດ ຂະແໜງການສຶກສາທິການ, ວິທະຍາສາດ ແລະ ກິລາ.
- ສະເໜີ (ຮ່າງ) ແຜນປະຕິບັດງານ ໂດຍແຍກອອກເປັນແຕ່ລະກິດຈະກຳ ຂອງວຽກຈຸດສຸມ.
ສົນທະນາລວມ ແລະ ມີຄຳເຫັນລວມ ປະເດັນຫຼັກຄື:
- ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດ ການຮຽນຮູ້ຕະຫຼອດຊີວິດຂອງແຕ່ລະກົມໃນສຳນັກກະຊວງສຶກສາທິການ, ວິທະຍາສາດ ແລະ ກິລາ
- ບັນຫາທີ່ເປັນສິ່ງທ້າທາຍໃນການຜັນຂະຫຍາຍແຜນປະຕິບັດງານດັ່ງກ່າວ ແລະ ທິດທາງໃນຕໍ່ໜ້າ ໃນການຈັດຕັ້ງວຽກງານການຮຽນຮູ້ຕະຫຼອດຊີວິດ ຂອງແຕ່ລະພາກສ່ວນກ່ຽວຂ້ອງ
- ປະກອບຄໍາເຫັນໃສ່ ແຜນງານຍ່ອຍ ການຮຽນຮູ້ຕະຫຼອດຊີວິດ ຂອງ ຂະແໜງການທີ່ກ່ຽວຂ້ອງ
- ຄົ້ນຄວ້າ, ປັບປຸງ ບັນດາ ຄາດໝາຍ ແລະ ຕົວຊີ້ບອກ ຂອງແຕ່ລະແຜນງານ ໃນ (ຮ່າງ) ແຜນປະຕິບັດງານ ດັ່ງກ່າວ.
31 ຕຸລາ 2025
ໃນວັນທີ 31 ຕຸລາ 2025 ໄດ້ເຂົ້າຮ່ວມກອງປະຊຸມ ໜ່ວຍງານວິຊາການຂະແໜງການສຶກສາ ແລະ ກິລາ ທີ່ ໂຮງແຮມ ລາວພລາຊ່າ (Lao Plaza)
ໂດຍການເປັນປະທານຂອງ
ທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາ ແລະ ກິລາ,
ທ່ານ ນາງ ເວຍເລິ ສະເມັດ ຫົວໜ້າຝ່າຍການຮ່ວມມື, ສະຫະພາບເອີລົບ,
ທ່ານ ນາງ ເບັນນິຕາ ຊໍາເມີວິວ, ຮອງເອກອັກຄະລັດຖະທູດ, ສະຖານທູດອົດສະຕຣາລີ.
ຈຸດປະສົງ
- ເພື່ອປຶກສາຫາລື ແລະ ປະກອບຄໍາເຫັນໃສ່ແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ 2026-2030
- ຕົວຊີ້ບອກ ແລະ ເປົ້າໝາຍທີ່ສໍາຄັນຂອງແຜນ
- ຍຸດທະສາດຂະແໜງການຍ່ອຍ
- ກົມແຜນການ, ສສກ ນໍາສະເໜີຍຸດທະສາດ ຕາມແຕ່ລະຂະແໜງການຍ່ອຍ ແລະ ຈະເປີດໃຫ້ຜູ້ເຂົ້າຮ່ວມມີຄຳເຫັນ.
- ຄູ່ຮ່ວມພັດທະນາ ແລະ ບັນດາກົມໃນກະຊວງສຶກສາທິການ ແລະ ກິລາ ປະກອບຄຳເຫັນໃສ່ບຸລິມະສິດຂອງແຕ່ລະຂະແໜງການຍ່ອຍ.
- ກົມແຜນການ, ສສກ ບັນທຶກຄໍາຄິດເຫັນເພື່ອພິຈາລະນາໃນການປັບປຸງແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເປັນຮ່າງສຸດທ້າຍ.
- ຜູ້ເຂົ້າຮ່ວມຄົ້ນຄິດ ເພື່ອປະກອບຄຳເຫັນ:
- ອະທິບາຍເຫດຜົນຄວາມເໝາະສົມຂອງ ຕົວຊີ້ວັດ (KPI)
- ຄວາມເໝາະສົມ ຍຸດທະສາດ/ກິດຈະກຳສຳຄັນ ຂອງ ຂະແໜງການຍ່ອຍ
- ມີຄວາມເປັນໄປໄດ້ຫຼາຍປານໃດ ທີ່ຈະຈັດຕັ້ງປະຕິບັດຍຸດທະສາດ ແລະ ກິດຈະກຳ
- ມີຍຸດທະສາດ ແລະ ກິດຈະກຳໃດທີ່ອາດບໍ່ແມ່ນບຸລິມະສິດສຳຄັນ
- ມີຍຸດທະສາດ ແລະ ກິດຈະກຳອື່ນໃດທີ່ຄວນພິຈາລະນາເພີ່ມເຕີມ
- ບັນຫາ ຄວາມເທົ່າທຽມ ທາງດ້ານ ບົດບາດຍິງ-ຊາຍ, ການມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ, ທຸກຄົນໃນສັງຄົມ ແລະ ການປ່ຽນແປງດິນຟ້າອາກາດ
- ຄູ່ຮ່ວມພັດທະນາອາດຈະທົບທວນ ແລະ ແລກປ່ຽນຄຳຄິດເຫັນນໍາກັນກ່ອນການປະຊຸມ.
- ຄູ່ຮ່ວມພັດທະນາສະເພາະໃດໜຶ່ງ ມີຄຳເຫັນ ກ່ຽວກັບ ຍຸດທະສາດຂະແໜງການຍ່ອຍ ທີ່ສົນໃຈ ຫຼື ໃຫ້ການສະໜັບສະໜູນ
28-29 ຕຸລາ 2025
ກອງເລຂາຄະນະກໍາມະທິການການພັດທະນາຊັບພະຍາກອນມະນຸດ ກົມແຜນການ ຮ່ວມກັບ ກົມສາມັນສຶກສາ ໄດ້ດໍາເນີນການສໍາຫຼວດຕິດຕາມນໍາຮອຍນັກຮຽນຊັ້ນມັດທະຍົມສຶກສາ (ໂດຍຜ່ານແອັບຕິດຕາມນໍາຮອຍ)
ແຂວງ ວຽງຈັນ ໃນລະຫວ່າງວັນທີ 29-31 ຕຸລາ 2025.ໂຮງຮຽນ ມ.ສ ໂພນໝີ, ມ.ສ ປາກແຈ້ງ ແລະ ມ.ສ ໂພນໂຮງ
ມີເປົ້າໝາຍ ນັກຮຽນ 300 ຄົນ (ນັກຮຽນ ມ.4 ຈໍານວນ 75 ຄົນ ແລະ ນັກຮຽນ ມ.7 ຈໍານວນ 225 ຄົນ)
ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 3-5 ພະຈິກ 2025.
ໂຮງຮຽນ ມ.ສ ມິດຕະພາບລາວ-ຫວຽດນາມ, ມ.ສ ດອນໜູນ ແລະ ມ.ສ ໂນນສະອາດ
ມີເປົ້າໝາຍ ນັກຮຽນ 300 ຄົນ (ນັກຮຽນ ມ.4 ຈໍານວນ 90 ຄົນ ແລະ ນັກຮຽນ ມ.7 ຈໍານວນ 210 ຄົນ)
23-24 ຕຸລາ 2025
ກອງປະຊຸມ ປັບປຸງແຜນປະຕິບັດງານ ວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດໃບໄມ້ໃນເລືອດ ຄັ້ງວັນທີ 23-24 ຕຸລາ 2025 ທີ່ ໂຮງແຮມ ລາວພລາຊ່າ (Lao Plaza), ນະຄອນຫຼວງວຽງຈັນ.
ເນື້ອໃນ
ຄົ້ນຄວ້າ ແມ່ນກ່ຽວກັບຮ່າງແຜນປະຕິບັດງານ ວ່າດ້ວຍ ວຽກງານການກັນ ແລະ ຄວບຄຸມພະຍາດທີ່ຄວນເອົາໃຈໃສ່ເພີ່ມເຕີມ 2026-2034 ຄັ້ງທີ 2.
ກໍານົດຍຸດທະສາດ ແລະ ມາດຕະການໃນການຈັດຕັ້ງປະຕິບັດ.
ຕົວຊີ້ບອກສໍາລັບການຕິດຕາມ ແລະ ປະເມີນຜົນ.
ບັນດາກິດຈະກໍາ ແລະ ຄາດຄະເນງົບປະມານ.
13-17 ຕຸລາ 2025
ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ ມາຍັງ ທ່ານ ນາງ ບຸນມາ ໂພທິລາດ ຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນ ຈັນສະຫວ່າງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ທີ່ໄດ້ຮັບລາງວັນຄູດີເດັ່ນ,
ຊຶ່ງເປັນຜູ້ທີ 06 ຂອງປະເທດລາວ, ທ່ານໄດ້ຮັບລາງວັນ ສົມເດັດເຈົ້າຟ້າມະຫາຈັກກຣີ ແຫ່ງຣາຊະອານາຈັກໄທ ໃນປີ 2025.
20-25 ຕຸລາ 2025
ກອງປະຊຸມ ສໍາມະນາຫົວຂໍ້ Innovation Camp 2025 ຄັ້ງວັນທີ 20-25 ຕຸລາ 2025 ທີ່ ເມືອງ Helsinki, ປະເທດ ຟິນແລນ ພາຍໃຕ້ແຜນງານ UNICEF Learning Pioneers Programme
ຂອງ ອົງການ UNICEF ປະຈໍາ ສປປ ລາວ ສະໜັບສະໜູນ ໂດຍ UNICEF Global Learning Innovation Hub.
ກອງປະຊຸມດັ່ງກ່າວເປັນປະໂຫຍດສໍາລັບການນໍາເອົາບົດຮຽນມາຜັນຂະຫຍາຍຕໍ່ຍອດໃຫ້ແກ່ ຍຸດທະສາດ ດິຈິຕອນ ສໍາລັບ ການສຶກສາ 2025-2035.
ມີຜູ້ເຂົ້າຮ່ວມຈາກ 6 ປະເທດ: ລາວ (Lao PDR), ໂກຕດີວວາລ (Côte d'Ivoire), ປາກີສະຖານ (Pakistan), ຈໍແດນ (Jordan), ທານຊາເນຍ (Tanzania), ຢູເຄຣນ (Ukraine).
ເນື້ອໃນກອງປະຊຸມ
1. ການສຶກສາ ດິຈິຕອນ.
2. ຈຸດປະສົງ, ສິ່ງທ້າທາຍ ແລະ ແນວຄວາມຄິດ ກ່ຽວກັບ ເປັນຜູ້ນໍາດ້ານການຮຽນຮູ້ດິຈິຕອນ.
3. ການນໍາໃຊ້ບຸກຄະລາກອນ ໃນເພື່ອຊອກຊ່ອງຫວ່າງ, ຄວາມຕ້ອງການຂອງຜູ້ຮຽນ, ຮູບແບບການຮຽນຮູ້ໃນອະນາຄົດ.
4. ຢ້ຽມຢາມໂຮງຮຽນທີ່ຈັດການຮຽນການສອນທີ່ນໍາໃຊ້ດິຈິຕອນ.
5. ບູລິມະສິດສໍາຄັນສໍາລັບຜູ້ຮຽນ.
6. ປັນຍາປະດິດສໍາລັບການສຶກສາ.
7. ເຂົ້າໃຈກ່ຽວກັບ EduTech ເພື່ອສຶກສາເຖິງຜົນກະທົບ.
8. ຮຽນຮູ້ລົງເລິກ ກ່ຽວກັບ EduTech ແລະ ລິເລີ່ມໃນການປັບເຂົ້າໃນແຜນຈັດຕັ້ງປະຕິບັດ ລວມທັງການສຶກສາຄົ້ນຄວ້າ.
9. ສ້າງແຜນໃນການຈັດຕັ້ງປະຕິບັດວຽກການສຶກສາດິຈິຕອນ ໃນຕໍ່ໜ້າ.
17 ຕຸລາ 2025
ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ສຳເລັດໂຄງການຝຶກອົບຮົມພາສາອັງກິດໃຫ້ແກ່ຄູສອນພາສາອັງກິດຊັ້ນມັດທະຍົມສຶກສາ ແຂວງ ຫົວພັນ, ແຂວງ ຊຽງຂວາງ ແລະ ແຂວງ ວຽງຈັນ (2020-2025)
ໃນວັນທີ 17 ຕຸລາ 2025 ທີ່ ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ອຸດາລອນ ສີລາວົງ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ
ແລະ ທ່ານ ເຊນ ດອຍຣອນ (Shane DOIRON) ຜູ້ອໍານວຍການສະຖາບັນອັງອິດຈີນ ປະຈໍາ ສປປ ລາວ (ELIC/Laos), ມີແຂກຖືກເຊີນຈາກກົມ ແລະ ກະຊວງກ່ຽວຂ້ອງກ່ຽວຂ້ອງ, ພະແນກສຶກສາທິການ ແລະ ກິລາແຂວງ
ພ້ອມດ້ວຍວິທະຍາກອນ ແລະ ບັນດາຫົວໜ້າ-ຮອງຫົວໜ້າຂະແໜງສາມັນສຶກສາ ແລະ ຂະແໜງພັດທະນາຄູ ແລະ ວິຊາການ ຈາກພະແນກສຶກສາທິການ ແລະ ກິລາແຂວງ ທັງ 3 ແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການ ແຕ່ປີ 2020 ຫາ 2025; ທິດທາງແຜນການຕໍ່ໜ້າ ຈະຈັດຕັ້ງປະຕິບັດໂຄງການດັ່ງກ່າວຢູ່ແຂວງ ຫຼວງນໍ້າທາ, ແຂວງ ອຸດົມໄຊ,
ແຂວງ ຫຼວງພະບາງ ແລະ ແຂວງບໍລິຄໍາໄຊ; ຕາງໜ້າແຂວງໄດ້ປະກອບຄຳເຫັນໃຫ້ໂຮງການໃນການຈັດຕັ້ງປະຕິບັດການຝຶກອົບຮົມຜ່ານມາວ່າໄດ້ຮັບຜົນດີຫຼາຍ ທີ່ ສາມາດຊ່ວຍໃຫ້ຄູສອນພາສາອັງກິດ
ຊັ້ນມັດທະຍົມສຶກສາໄດ້ຮັບເຕັກນິການສອນແບບໃໝ່ທີ່ເນັ້ນນັກຮຽນເປັນໃຈກາງ ແລະ ສາມາດນຳໄປສອນຕົວຈິງໄດ້ ແລະ ຊ່ວຍໃຫ້ນັກຮຽນມີຄວາມສົນໃຈໃນການຮຽນພາສາອັງກິດຫຼາຍຂຶ້ນ.
ນອກນັ້ນຄູຍັງສາມາດຜະລິດສື່ການສອນແບບງ່າຍດາຍເພື່ອປະກອບເຂົ້າໃນການສອນ ແລະ ຍັງສາມາດນຳເຕັກນິກການສອນນີ້ເຂົ້າກັບວິອື່ນໆ ໄດ້ເຊັ່ນ ວິຊາພາສາລາວ, ເຄມີສາດ ແລະ ອື່ນໆ.
ພ້ອມນັ້ນ, ຜູ້ແທນກອງປະຊຸມຍັງໄດ້ສະເໜີ ແລະ ເຫັນດີໃຫ້ທາງໂຄງການຂະຫຍາຍອອກໄປສູແຂວງອື່ນໆຕື່ມອີກ.
ຢ່າງໃດກໍຕາມ, ຜ່ານການການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເຫັນວ່າມີຜົນສໍາເລັດຫຼາຍດ້ານ ເຊັ່ນ: ສາມາດຝຶກອົບຮົມຄູສອນພາສາອັງກິດ ຊັ້ນມັດທະຍົມສຶກສາ ທັງໝົດ 25 ເມືອງ
ຢູ່ພາຍໃນ 3 ແຂວງ ໄດ້ທັງໝົດ 811 ທ່ານ; ສາມາດສ້າງຄູຝຶກຂັ້ນແຂວງໄດ້ ແຂວງລະ 30 ທ່ານ; ສ້າງວິດີໂອກ່ຽວກັບວິທີການສິດພາສາອກັງກິດເກັບໄວ້ໃນ WebPage ຂອງສະຖານບັນ “elttp.org”
ຊຶ່ງເປັນເງື່ອນໄຂສະດວກໃຫ້ແກ່ຄູສອນ ແລະ ນັກຮຽນສາມາດເຂົ້າເຖິງແບບງ່າຍດາຍ ແລະ ມາສາດຮຽນຮູ້ພາສາດ້ວຍຕົນເອງໄດ້; ສ້າງປື້ມແນະນໍາການສອນເພີ່ມເຕີມ Supplements ແຕ່ ມ.1-ມ.7.
ຊຶ່ງການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຕະຫຼອດ 5 ປີ ທາງໂຄງການໄດ້ໃຊ້ງົບປະມານຊ່ວຍເຫຼືອລ້າ ຈໍານວນ 166.883 ໂດລາສະຫະລັດ.
13-17 ຕຸລາ 2025
ທີມງານ ວິຊາການ ກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ລົງຕິດຕາມການຈັດຕັ້ງປະຕິບັດວຽກງານ ຄະນະພັດທະນາການສຶກສາຂັ້ນບ້ານ ນະຄອນຫຼວງວຽງຈັນ, ຜົ້ງສາລີ, ຫຼວງນໍ້າທາ, ໄຊຍະບູລີ, ຫຼວງພະບາງ, ອຸດົມໄຊ, ບໍ່ແກ້ວ, ວຽງຈັນ ບໍລິຄໍາໄຊ, ສາລະວັນ, ສະຫວັນນະເຂດ, ຈໍາປາສັກ, ເຊກອງ ແລະ ອັດຕະປື ແລະ ໄດ້ຕິດຕາມການຈັດຕັ້ງປະຕິບັດ ໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກໄລຍະເລີ່ມຕົ້ນໃນ 5 ແຂວງ 9 ເມືອງ.
13-25 ຕຸລາ 2025
ທີມງານນັກວິຊາການ ສູນສົ່ງເສີມການສຶກສາຮຽນຮ່ວມ, ກົມສາມັນສຶກສາ, ກົມຈັດຕັ້ງ ແລະ ພະນັກງານ, ກົມແຜນການ, ກົມສ້າງຄູ
ເຂົ້າຮ່ວມກອງປະຊຸມຝຶກອົບຮົມ ໃນຫົວຂໍ້:
Capacity Building for Educators on Promotion of Disability Inclusive Education in Lao PDR (2025)
ທີ່ ສູນ KOICA, ປະເທດ ສ. ເກົາຫຼີໃຕ້.
15 ຕຸລາ ຫາ 4 ພະຈິກ 2025
ພະນັກງານ ວິຊາການ ຂອງ ກົມສາມັນສຶກສາ ໄດ້ເຂົ້າຮ່ວມເປັນທີມງານໃນການຝຶກອົບຮົມ ສໍາມະນາ ໃນຫົວຂໍ້ Digital Education Platform Development and Management
for the MOE of China-UNICEF Gateways to Public Digital Learning Initiative ລະຫວ່າງວັນທີ 15 ຕຸລາ ຫາ 4 ພະຈິກ 2025 ທີ່ ເມືອງ ຈີນຫຼິນ ປະເທດ ສປ ຈີນ.
ເນື້ອໃນ
- Orientation and Life Guide Growth Paths of Outstanding Young Talents in Digital Education in Developing Countries: Current Situation, Challenges and Optimization Strategies
- Integration Strategies of Digital Education Platforms and the Cultivation of Humanities and Social Sciences Talents
- Topic 1: Overall situation of public digital education-digital teaching, learning and application in your country
- Topic 2: The advantages and/or challenges of digital education (teaching, learning, application of digital equipment and soft wares
including computers, internet, artificial intelligence, etc.,
online teaching and distance education; digital instructional resources and intelligent teaching tools; digital assessment and management) in comparison to traditional education - Topic 3: Your experiences, methods, tips or references to other trainees concerning digital education
- Innovative Practice s of AI - Enabled Digital Education and Teaching in Developing Countries
- Northeast Normal University
- Education Psychology and the Department Strategies of Digital Intelligence Competence
- Prioritize the Department of Education Undertaking
- Professional Practice: (Investigation in underdeveloped areas) Go to Jinlin City Institute of Education to inspect the construction of Digital platforms
- From Data Insights to Instructional Transformation: Evidence - Based Research on AI - Enabled Teaching
- Research on Digital Technology Empowering the Intelligent Cultivation of Pre - Service TeachersTool Practices in Teaching and Research Under the AI Trend
- Go to the Museum of Northeast Normal University to Learn about the experience in organizing second classroom activities
- Visiting Jilin Natural Museum
- Case Teaching 2: Design of Education Quality Evaluation Scheme and Data Analysis from the Perspective of Digital Education
- Lecture 10: Practical Dilemmas in the Development of Digital Education Platforms in Economically Underdeveloped Regions
- Listening session and exchanged knowledge at the Beijing Institute of Technology (BIT) University
- On - Site Teaching 2: Digital Education Practice and Outcomes: A Case Study of High School Attached to Northeast Normal University
- Go to Jingyue High - Tech Industrial Development Zone to learn about the Project design for digital intelligence literacy cultivation of teachers in 9 - year consistent Education
- Educational skills: Travel to the land of dragons at the long Great Wall of China
- On - Site Teaching 2: Digital Education Practice and Outcomes: A Case Study of High School Attached to Northeast Normal University
- Go to Jingyue High - Tech Industrial Development Zone to learn about the Project design for digital intelligence literacy cultivation of teachers in 9 - year consistent Education
- Professional Practice 10: University Visit
- Professional Practice 11: Go to Shanghai Museum to inspect the achievements in Digital exhibition and Digital resource development of cultural relics
- Sightseeing in Shanghai
07 ຕຸລາ 2025
ກະຊວງສຶກສາທິການ ແລະ ກິລາ ຈັດພິທີສະເຫຼີມສະຫຼອງ ວັນຄູແຫ່ງຊາດ ແລະ ວັນວິທະຍາສາດແຫ່ງຊາດ ປີ 2025 ທີ່ ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລແຫ່ງຊາດ
ວິດີໂອ ຊົມເຊີຍວັນຄູແຫ່ງຊາດ (07 ຕຸລາ 1994 - 07 ຕຸລາ 2025) ຄົບຮອບ 31 ປີ ຢ່າງສຸດໃຈ
03 ຕຸລາ 2025
ກົມສາມັນສຶກສາ ໄດ້ຈັດການແຂ່ງຂັນກິລາສາມັກຄີ ຮ່ວມກັບ ສູນໂຄສະນາຂ່າວສານການສຶກສາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.
ເພື່ອເປັນການສ້າງຂະບວນການຕ້ອນຮັບ ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 31 ປີ (1994-2025) ແລະ ສະເຫຼີມສະຫຼອງວັນ
ວິທະຍາສາດແຫ່ງຊາດ ວັນທີ 12 ຕຸລາ.
29 ກັນຍາ 2025
ກອງປະຊຸມຂອງໜ່ວຍງານວິຊາການຂະແໜງການຍ່ອຍສາມັນສຶກສາ ແລະ ການສຶກສານອກໂຮງຮຽນ ຊັ້ນ 4 ຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ.
ຈຸດປະສົງ:- ເພື່ອນໍາສະເໜີ ມະຕິ ແລະ ມາດຕະການຕ່າງໆທີ່ຖືກຮັບຮອງໃນກອງປະຊຸມຜູ້ບໍລິຫານການສຶກສາ ປະຈໍາສົກຮຽນ 2025-2026 ເພື່ອແກ່ໄຂບັນຫາການເຂົ້າຮຽນ, ການປະລະການຮຽນ ແລະ ເດັກທີ່ບໍ່ໄດ້ເຂົ້າຮຽນ.
- ເພື່ອນຳສະເໜີກ່ຽວກັບສະພາບການເຂົ້າຮຽນ, ປະລະການຮຽນ ແລະ ເດັກທີ່ບໍ່ໄດ້ເຂົ້າຮຽນ ໃນຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກສາໃນປັດຈຸບັນ, ການແຕ່ງງານກ່ອນໄວອັນຄວນຂອງເດັກ ແລະ ມາດຕະການແກ້ໄຂ ຂອງ ກົມສາມັນສຶກສາ ແລະ ກົມການສຶກສານອກໂຮງຮຽນ.
- ເພື່ອສົນທະນາແລກປ່ຽນ ວຽກງານໂພຊະນາການໃນໂຮງຮຽນ.
- ເພື່ອນໍາສະເໜີ ແລະ ສົນທະນາກ່ຽວກັບຮ່າງຍຸດທະສາດ ແລະ ວຽກຈຸດສຸມ ຂອງແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຄັ້ງທີ 10 ທີ່ກ່ຽວຂ້ອງກັບ ກົມສາມັນສຶກສາ ແລະ ກົມການສຶກສານອກໂຮງຮຽນ.
25-26 ກັນຍາ 2025
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ວັນທີ 24-25 ກັນຍາ 2025
ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 25 ກັນຍາ 2025 ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການສູນກາງພັກ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ສະຫາຍ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັັ້ງສູນກາງພັກ, ມີບັນດາສະຫາຍຄະນະພັກປະຈໍາພັກ-ຄະນະບໍລິຫານງານພັກກະຊວງ, ສະມາຊິກພັກ, ອະດີດການນໍາຜູ້ອາວຸໂສບໍານານ, ຕາງໜ້າຄະນະຈັດຕັັ້ງ, ຄະນະກວດກາ, ຫ້ອງວ່າການສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 368 ສະຫາຍ, ຍິງ 110 ສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ນີ້ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຂອງກະຊວງສຶກສາທິການ ແລະ ກິລາ, ເປັນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃນໄລຍະທ້າຍສະໄໝ ເພື່ອສ້າງບາດລ້ຽວຫັນປ່ຽນໃໝ່ທີ່ໜັກແໜ້ນ ແລະ ເຂັ້ມແຂງ ໃນຂົງເຂດການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ກິລາ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ-ລັດໃນໄລຍະໃໝ່.
ພ້ອມນັ້ນ, ໃນນກອງປະຊຸມໃຫຍ່ຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ຮັບຮອງເອົາວຽກງານສໍາຄັນຈຳນວນໜຶ່ງ ຄື: ຮັບຟັງການຜ່ານຮ່າງລາຍງານການເມືອງ ສະໄໝທີ X ແລະ ແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ 5 ປີ (ໄລຍະ 2026-2030); ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ IX; ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ເພື່ອເປັນຄັນທຸງສືບຕໍ່ນໍາພາ-ຊີ້ນຳ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ໃຫ້ປະກົດຜົນເປັນຈິງ; ພິເສດກອງປະຊຸມໃຫຍ່ຂອງພວກເຮົາຍັງຈະໄດ້ຮັບກຽດຟັງການໂອ້ລົມຂອງ ສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງຈະເປັນທິດຊີ້ນຳອັນສຳຄັນໃຫ້ແກ່ຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ຊຸດໃໝ່ ແລະ ຜູ້ແທນກອງປະຊຸມ ສືບຕໍ່ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ.
ພ້ອມມີຄວາມເຊື່ອໝັ້ນວ່າ ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈະຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ພ້ອມກັນສຸມທຸກສະຕິປັນຍາ ເຂົ້າໃສ່ການຄົ້ນຄວ້າ, ປຶກສາຫາລື ເພື່ອຮັບຮອງເອົາບັນດາບັນຫາຕ່າງໆ ທີ່ກອງປະຊຸມໃຫຍ່ຄັ້ງນີ້ຍົກຂຶ້ນ ແນໃສ່ເຮັດໃຫ້ກອງປະຊຸມໃຫຍ່ຂອງພວກເຮົາ ດໍາເນີນໄປດ້ວຍບັນຍາກາດທີ່ດີ ແລະ ມີຜົນສໍາເລັດຢ່າງສະຫງ່າງາມ.
ສຳລັບ ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ແມ່ນຈະດໍາເນີນໄປຮອດວັນທີ 26 ກັນຍາ 2025 ຈຶ່ງຈະສຳເລັດ ຊຶ່ງບັນດາຜູ້ແທນທີ່ເຂົ້າຮ່ວມຈະໄດ້ຮັບຟັງການຜ່ານຮ່າງແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ໄລຍະ 5 ປີ (2026-2030); ປັບປຸງວຽກງານການສຶກສາອົບຮົມການເມືອງແນວຄິດໃນອົງການຈັດຕັ້ງມະຫາຊົນຂອງກະຊວງໃນເງື່ອນໄຂໃໝ່; ການພັດທະນາຄູໃຫ້ສອດຄ່ອງກັບສະພາບການໃໝ່; ຫັນປ່ຽນວຽກງານການສຶກສາຊັ້ນສູງໃນຍຸກອຸດສະຫະກຳ 4.0; ສົ່ງເສີມວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ; ການພັດທະນາກິລາ-ກາຍະກຳ ຂອງ ສປປ ລາວ ແລະ ຜ່ານຮ່າງບົດສຳຫຼວດການໍາພາລວມຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ IX ພ້ອມທັງດໍາເນີນການປ່ອນບັດເລືອກຕັ້ງຄະນະພັກຊຸດໃໝ່.
24 ກັນຍາ 2025
ການນຳກະຊວງສຶກສາທິການ ແລະ ກິລາ ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໂອກາດດຳເນີນກອງປະຊຸມໃຫຍ່ ຄັ້ງທີ X ເນື່ອງໃນໂອກາດດຳເນີນກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ທີ່ຈະຈັດຂຶ້ນລະຫວ່າງວັນທີ 25-26 ກັນຍາ 2025.
ດັ່ງນັ້ນ, ໃນຕອນບ່າຍວັນທີ 24 ກັນຍາ 2025 ການນໍາກະຊວງສຶກສາທິການ ແລະ ກິລາ ນໍາໂດຍສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ສະຫາຍຮອງເລຂາ, ຄະນະປະຈຳພັກ, ຄະນະພັກ, ເລຂາໜ່ວຍພັກຮາກຖານ, ເລຂາຄະນະພັກຮາກຖານ ຕະຫຼອດຮອດສາມອົງການຈັດຕັ້ງມະຫາຊົນ ແລະ ຜູ້ແທນກອງປະຊຸມ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ທີ່ຫໍພິພິຕະພັນ ປະທານ ໄກສອນ ພົມວິຫານ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ອຸທິດຕົນໃນພາລະກິດປະຕິວັດຢ່າງອົງອາດກ້າຫານ.
ພາຍໃຕ້ການນຳພາ-ຊີ້ນຳອັນສະຫຼາດສ່ອງໃສ ແລະ ປີຊາສາມາດ ຂອງ ພັກປະຊາຊົນປະຕິວັດລາວ, ສະມາຊິກພັກ-ພະນັກງານ ກະຊວງສຶກສາທິການ ແລະ ກິລາ ຂໍຈົດຈຳລຳລຶກ, ກະຕັນຍູຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຈະພ້ອມກັນສືບທອດພາລະກິດຂອງພັກ, ຂອງລັດ ແລະ ຂອງປະຊາຊົນ ໂດຍເຮັດທຸກຢ່າງເພື່ອພັກ, ເພື່ອລັດ ແລະ ເພື່ອປະຊາຊົນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮື່ອງສີວິໄລ, ນຳພາປະເທດຊາດກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງມີໄຊ.
19 ກັນຍາ 2025
ພິທີ ປະດັບຫຼຽນຕະລຸມບອນ, ຫຼຽນກາລະນຶກ 65 ປີ ແລະ ມອບໃບຍ້ອງຍໍ ໃຫ້ແກ່ກົມກອງທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານໃນໄລຍະຜ່ານມາ
15 ກັນຍາ 2025
ກອງປະຊຸມ ວິຊາການ ຜ່ານ ແລະ ຮັບຮອງເນືອໃນ ຮ່າງແຜນຍຸດທະສາດພັດທະນາຊັບພະຍາກອນມະນຸດແຫ່ງຊາດ 10 ປີ (2026-2035)
11-14 ກັນຍາ 2025
ກອງປະຊຸມສະຫຼຸບວຽກງານສາມັນສຶກສາ ປະຈຳສົກຮຽນ 2024-2025 ໄດ້ຈັດຂຶ້ນໃນວັນທີ 11-14 ກັນຍາ 2025 ທີ່ ຫ້ອງປະຊຸມ ຣີສອດນາປ່າກວາງ, ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ປອ. ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີ ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ຫ້ອງການກຳມາທິການສຶກສາສົງສູນກາງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ 17 ແຂວງ, ນະຄອນຫຼວງວຽງຈັນ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງສາມັນສຶກສາ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການ ພາຍໃນ ກົມສາມັນສຶກສາ ລວມຜູ້ເຂົ້າຮ່ວມທັງໝົດ 91 ທ່ານ, ຍິງ 24 ທ່ານ.
ຈຸດປະສົງ ເພື່ອລາຍງານຜົນການຈັດຕັ້ງປະຕິບັດວຽກງານສາມັນສຶກສາ ໃນໄລຍະຜ່ານມາ ເຊິ່ງມີຫົວຂໍ້ດັ່ງນີ້:
ກອງປະຊຸມໄດ້ຮັບຟັງການສະຫຼຸບລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມ ປະຈໍາປີ 2024, ການຈັດຕັ້ງປະຕິບັດຂະແໜງການຍ່ອຍສາມັນສຶກສາ ປະຈໍາສົກຮຽນ 2024-2025 (ຜົນສໍາເລັດ, ສິ່ງທ້າທາຍ, ວິທີປັບປຸງແກ້ໄຂ ແລະ ລາຍງານ ແຜນປະຈໍາປີ 2025-2026), ການວິເຄາະຜົນການສອບເສັງຈົບຊັ້ນ ປ.5, ມ.4 ແລະ ມ.7 ສົກຮຽນ 2024-2025, ຜົນການກວດບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ດ້ວຍເຄື່ອງຈັກ, ຜົນການປະເມີນ ດ້ານນໍ້າ ແລະ ສຸຂະອະນາໄມ ຕາມຮູບແບບ ການປະເມີນ 3 ດາວ, ການສຶກສາຮຽນຮ່ວມ, ການຄຸ້ມຄອງໂຮງຮຽນສາມັນກິນນອນຊົນເຜົ່າ, ການສະໜອງອາຫານໃນໂຮງຮຽນ, ຖານຂໍ້ມູນທີ່ໄດ້ຕຳແໜ່ງວິຊາການຄູ, ດໍາລັດ ວ່າດ້ວຍ ທືນການສຶກສາຕ່າງປະເທດ ແລະ ຜູ້ຮຽນ ສະບັບເລກທີ 83/ລບ, ລົງວັນທີ 26 ມັງກອນ 2023.
ແຕ່ລະແຂວງລາຍງານການຈັດຕັ້ງປະຕິບັດ ມະຕິກອງປະຈໍາປີ ແລະ ແຜນພັດທະນາການສຶກສາ ຂອງແຂວງ ເຊິ່ງມີບັນຫາຄຸນນະພາບການຮຽນ ແລະ ການແກ້ໄຂບັນຫາ ນັກຮຽນປະລະ ແລະ ການສະໜອງອາຫານທ່ຽງໃນໂຮງຮຽນ.
ພາຍຫຼັງໄດ້ຮັບຟັງຈາກການລາຍງານການຈັດຕັ້ງປະຕິບັດວຽກງານສາມັນສຶກສາຈາກແຕ່ລະພາກສ່ວນ ແລ້ວຈຶ່ງໄດ້ຈັດກຸ່ມຄົ້ນຄວ້າ ອອກເປັນ 4 ກຸ່ມ ຕາມຄໍາຖາມຄົ້ນຄວ້າ 16 ຂໍ້ ທີ່ຄະນະຮັບຜິດຊອບໄດ້ກະກຽມ.
ມະຕິກອງປະຊຸມ
❖ ເຫັນດີໃຫ້ກົມສາມັນສຶກສາ ປະຕິບັດດັ່ງນີ້:1. ສົ່ງເສີມການເຂົ້າຮຽນ
- ສືບຕໍ່ຈັດຕັ້ງ ແລະ ຜັນຂະຫຍາຍ ມະຕິຕົກລົງ ນະໂຍບາຍ ແລະ ມາດຕະການແກ້ໄຂ ການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ສະບັບເລກທີ 09/ລບ, ລົງວັນທີ 17 ກໍລະກົດ 2023;
- ສືບຕໍ່ຂະຫຍາຍການຈັດການຮຽນການສອນສາມັນວິຊາຊີບ ໄປສູ່ໂຮງຮຽນທີ່ີມີເງື່ອນໄຂ;
- ສືບຕໍ່ການສະໜອງເບ້ຍລ້ຽງ ແລະ ອາຫານທ່ຽງ ໃຫ້ແກ່ນັກຮຽນທຸກຍາກ ແລະ ດ້ອຍໂອກາດ ໃນແຕ່ລະສົກຮຽນ.
2. ຄຸນນະພາບ ແລະ ຜົນການຮຽນ
- ເຫັນດີສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງກັບການຮຽນການສອນສາມັນສຶກສາ ເປັນຜູ້ຮັບຜິດຊອບໃນການຝຶກອົບຮົມຄູປະຈໍາການ ພ້ອມທັງການຕິດຕາມ ແລະ ຊ່ວຍເຫຼືອຄູປະຈໍາການ ແລະ ຜູ້ອໍານວຍການໂຮງຮຽນ;
- ເຫັນດີໃຫ້ພາກສ່ວນທີ່ກ່ຽວຂ້ອງເປັນຜູ້ຮັບຜິດຊອບໃນການຕິດຕາມປະເມີນການຈັດຕັ້ງປະຕິບັດຫຼັກສູດສາມັນສຶກສາ;
- ສືບຕໍ່ຈັດຝຶກອົບຮົມວຽກງານຄະນະພັດທະນາການສຶກສາຂັ້ນບ້ານໃຫ້ແກ່ຄະນະພັດທະນາການສຶກສາ ຂັ້ນບ້ານ ໃນ 40 ເມືອງສາມສ້າງ ທີ່ຍັງບໍ່ທັນໄດ້ຮັບການຝຶກອົບຮົມ;
- ສືບຕໍ່ຂະຫຍາຍການປະເມີນການຮຽນການສອນສາມັນສຶກສາ (ປະເມີນເພື່ອປັບປຸງ ແລະ ປະເມີນເພື່ອສະຫຼຸບຜົນການຮຽນ) ໄປແຂວງອື່ນທີ່ມີເງື່ອນໄຂ.
3. ບໍລິຫານ ແລະ ຄຸ້ມຄອງ
- ຊຸກຍູ້ ໃຫ້ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ, ແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປະຈໍາປີ;
- ຊຸກຍູ້ ໃຫ້ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ, ແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ດໍາເນີນການຈັດຕັ້ງປະຕິບັດວຽກງານກຸ່ມໂຮງຮຽນ, ສ້າງກຸ່ມໂຮງຮຽນຕົວແບບ ແລະ ຊຸກຍູ້ ຕິດຕາມການປະຕິບັດໜ້າທີ່ຂອງຜູ້ອໍານວຍການໂຮງຮຽນ ແລະ ຄູສອນ;
- ປັບປຸງ ນິຕິກໍາ ກ່ຽວກັບ ການປະເມີນ ຄູ ແລະ ຜູ້ອໍານວຍການໂຮງຮຽນ ໃຫ້ສອດຄ່ອງຕາມພາລະບົດບາດ ແລະ ໜ້າທີ່ຂອງກົມສາມັນສຶກສາ;
- ສ້າງຄວາມເຂັ້ມແຂງໃຫ້ແກ່ຄູທີ່ສອນນັກຮຽນພິການຫູ;
- ປັບປຸງ ນິຕິກໍາ ກ່ຽວກັບ ການຄຸ້ມຄອງບໍລິຫານ ໂຮງຮຽນສາມັນກິນນອນຊົນເຜົ່າ ໃນລະດັບແຂວງ ແລະ ລະດັບເມືອງ ເພື່ອຮອງຮັບການຂະຫຍາຍໂຮງຮຽນສາມັນກິນນອນຊົນເຜົ່າ;
- ສ້າງ ແລະ ປັບປຸງ ມາດຕະຖານໃນການຄັດເລືອກໂຮງຮຽນທີ່ຈະສະໜອງອາຫານທ່ຽງ;
- ສືບຕໍ່ ຮ່ວມມືກັບ ກະຊວງສາທາລະນະສຸກ ໃນການຈັດຕັ້ງປະຕິບັດ ກິດຈະກໍາ ກັນພະຍາດ ແລະ ສົ່ງເສີມສຸຂະພາບໃນໂຮງຮຽນ.
1. ສົ່ງເສີມການເຂົ້າຮຽນ
- ລະດົມພໍ່ແມ່ຜູ້ປົກຄອງນັກຮຽນ, ຊຸມຊົນ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ໃນການຊຸກຍູ້, ສົ່ງເສີມລູກຫຼານຂອງຕົນໃນເກນອາຍຸເຂົ້າຮຽນ, ປະລະການຮຽນໃຫ້ກັບຄືນມາຮຽນ ແລະ ຮຽນໃຫ້ຈົບ;
- ສືບຕໍ່ຂຶ້ນແຜນການສະໜອງເບ້ຍລ້ຽງໃຫ້ນັກຮຽນທຸກຍາກດ້ອຍໂອກາດໃຫ້ໄດ້ຮັບເບ້ຍລ້ຽງໃນສົກຮຽນຕໍ່ໄປ ທີ່ຖັດຈາກ ກະຊວງສຶກສາທິການ ແລະ ກິລາ ອະນຸມັດ ພ້ອມທັງ ຊຸກຍູ້, ຕິດຕາມ ແລະ ສະຫຼຸບລາຍງານ ໂດຍປະຕິບັດຕາມຄູ່ມືແນະນຳການສະໜອງເບ້ຍລ້ຽງ;
- ສືບຕໍ່ດໍາເນີນການສະໜອງເບ້ຍລ້ຽງ ໃຫ້ແກ່ນັກຮຽນທຸກຍາກ ແລະ ດ້ອຍໂອກາດ ໃນແຕ່ລະສົກຮຽນ;
- ສະເໜີ ນະຄອນຫຼວງ, ແຂວງ ຄັດເລືອກເອົາໂຮງຮຽນທີ່ມີການປະລະສູງ ເພື່ອສະໜອງອາຫານທ່ຽງ;
- ຊີ້ນຳ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ສືບຕໍ່ປະສານກັບ ຜູ້ອໍານວຍການໂຮງຮຽນ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອສົ່ງເສີມການເຂົ້າຮຽນ ແລະ ຫຼຸດຜ່ອນການປະລະ (ນຳນ້ອງຄືນສູ່ໂຮງຮຽນ).
2. ຄຸນນະພາບ ແລະ ຜົນການຮຽນ
- ຊຸກຍູ້ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ຕິດຕາມ ການຈັດຕັ້ງປະຕິບັດ ກິດຈະກໍາ ກັນພະຍາດ ແລະ ສົ່ງເສີມສຸຂະພາບດີໃນໂຮງຮຽນ;
- ຊີ້ນໍາ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ເພື່ອຊຸກຍູ້ ຜູ້ອໍານວຍການໂຮງຮຽນສົມທົບກັບຄະນະພັດທະນາການສຶກສາຂັ້ນບ້ານ ປະຕິບັດໜ້າທີ່ຕາມພາລະບົດບາດທີ່ໄດ້ກໍານົດໄວ້;
- ຊີ້ນໍາ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ເພື່ອຊຸກຍູ້ ຜູ້ອໍານວຍການໂຮງຮຽນຈັດຕັ້ງຜັນຂະຫຍາຍ ການແນະນໍາເສັ້ນທາງສູ່ອາຊີບໃຫ້ແກ່ນັກຮຽນ;
- ຊີ້ນໍາ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ຊຸກຍູ້ ແລະ ຕິດຕາມການປະຕິບັດໜ້າທີ່ຂອງຜູ້ອໍານວຍການໂຮງຮຽນ ແລະ ການປະເມີນການຮຽນການສອນ (ປະເມີນເພື່ອປັບປຸງ ແລະ ປະເມີນເພື່ອສະຫຼຸບຜົນການຮຽນ) ແລະ ການຈັດການບໍາລຸງນັກຮຽນທີ່ມີຜົນການຮຽນຕໍ່າ;
- ສຶບຕໍ່ຊຸກຍູ້ ການຈັດການຮຽນການສອນພາສາຕ່າງປະເທດ ໃຫ້ຫຼາຍຂຶ້ນ;
3. ບໍລິຫານ ແລະ ຄຸ້ມຄອງ
- ໃຫ້ສ້າງຖານຂໍ້ມູນ ນັກຮຽນທີ່ປະລະການຮຽນ ທີ່ຢູ່ໃນເກນອາຍຸແຕ່ລະຂັ້ນຮຽນ, ຊັ້ນຮຽນ ທີ່ກັບມາຮຽນຄືນ ແຕ່ລະສົກຮຽນ;
- ຂຶ້ນແຜນ ການຈັດການຮຽນການສອນສາມັນວິຊາຊີບແບບຄູ່ຂະໜານ ຢູ່ ໂຮງຮຽນສາມັນກິນນອນຊົນເຜົ່າ ແລະ ໂຮງຮຽນມັດທະຍົມທີ່ມີເງື່ອນໄຂ;
- ແນະນໍາລະບຽບການໃນການດໍາເນີນເອກະສານ ໃຫ້ແກ່ນັກຮຽນທີ່ໄປຮຽນຕໍ່ຕ່າງປະເທດໃຫ້ຖືກຕ້ອງ;
- ສັງລວມຄວາມຕ້ອງການອຸປະກອນການຮຽນການສອນ ແລະ ການສ້ອມແປງໃຫຍ່ ຂອງແຕ່ລະສົກຮຽນ ໃຫ້ແກ່ກົມສາມັນສຶກສາ ແລະ ພາກສ່ວນກ່ຽວຂ້ອງ;
- ຊຸກຍູ້ ແລະ ຕິດຕາມ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ແລະ ໂຮງຮຽນ ເອົາໃຈໃສ່ໃນການປະຕິບັດ ແລະ ປ້ອນຂໍ້ມູນ ວຽກງານສຸຂານາໄມໃນໂຮງຮຽນ ແລະ ຕໍາແໜ່ງວິຊາການຄູ;
- ຊຸກຍູ້ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ປັບປຸງການສ້າງຕັ້ງກຸ່ມໂຮງຮຽນໃຫ້ມີການເຄື່ອນໄຫວປົກກະຕິ;
- ຊຸກຍູ້ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ສ້າງຂໍ້ແຂ່ງຂັນການຈັດຕັ້ງປະຕິບັດການສ້າງໂຮງຮຽນຕົວແບບ ແລະ ກຸ່ມໂຮງຮຽນຕົວແບບ ຢ່າງໜ້ອຍໃຫ້ໄດ້ແຂວງລະ 1 ແຫ່ງ ແລະ 1 ກຸ່ມໂຮງຮຽນຕົວແບບ.
07 ກັນຍາ 2025
ໂຮງຮຽນມັດທະຍົມສົມບູນດົງບັງ ໄດ້ຕ້ອນຮັບການມາຢ້ຽມຢາມຂອງ ພັນລະຍາ ປະທານປະເທດ ສ. ກູບາ Dr. Lis Cuesta Peraza ແລະ ຄະນະທີມງານ ໃນຄັ້ງວັນທີ 07.09.2025 ທີ່ ໂຮງຮຽນມັດທະຍົມສົມບູນດົງບັງ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.
ມີຄະນະທີ່ຮັບຕ້ອນຈາກ ປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າກົມ ສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ, ຮອງເຈົ້າເມືອງ ໄຊທານີ, ກົມພິທີການທູດກະຊວງການຕ່າງປະເທດ, ຄະນະພະແນກພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ, ພະນັກງານຈາກກົມສາມັນສຶກສາ, ຄະນະອໍານວຍການ ພ້ອມຄູອາຈານ ໂຮງຮຽນ ມັດທະຍົມສົມບູນດົງບັງ ມິດຕະພາບ ລາວ-ກຸຍຍາ ກໍເປັນກຽດຕ້ອນຮັບ.
ປະຫວັດຄວາມເປັນມາ ຂອງ ໂຮງຮຽນມັດທະຍົມສົມບູນດົງບັງ ມິດຕະພາບ ລາວ-ກູບາ ດັ່ງຕໍ່ໄປນີ້:
- ໂຮງຮຽນດົງບັງ ໄດ້ຮັບການສ້າງຕັ້ງປີ 1977 ເຊິ່ງໃນເມື່ອກ່ອນຕັ້ງຢູ່ບ້ານໂພນຕ້ອງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.
- ປີ 1987 ຈຶ່ງໄດ້ຍ້າຍມາຢູ່ບ້ານ ນາສາລາ ໄດ້ຍົກລະດັບເປັນມັດທະຍົມສຶກສາຕອນຕົ້ນ.
- ປີ 1988 ຈຶ່ງໄດ້ຍົກລະດັບເປັນໂຮງຮຽນມັດທະຍົມສົມບູນດົງບັງ ຢູ່ ບ້ານ ນາສາລາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.
- ປັດຈຸບັນ ໂຮງຮຽນແຫ່ງນີ້ໄດ້ຮັບນັກຮຽນຈາກ 8 ບ້ານອ້ອມຂ້າງມີນັກຮຽນ 827 ນ້ອງ, ເປັນຍິງ 420 ນ້ອງ. ມີຄູສອນ 37 ຄົນ, ເປັນຍິງ 21 ຄົນ.
- ເພື່ອເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນ ມິດຕະພາບ ການຮ່ວມມືອັນດີງາມລະຫວ່າງ 2 ພັກ 2 ລັດ ແລະ ປະຊາຊົນ 2 ຊາດ ລາວ ແລະ ກູບາ.
- ຈຶ່ງໄດ້ຕົກລົງປ່ຽນຊື່ໂຮງຮຽນມັດທະຍົມ ດົງບັງ ມິດຕະພາບ ລາວ-ກູບາ ໃນວັນທີ 20 ເດືອນ ຕຸລາ 2020.
04 ກັນຍາ 2025
ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄູຊ່ວຍສອນ ຈາກ ສ.ເກົາຫຼີ 4 ທ່ານ ພາຍໃຕ້ໂຄງການແລກປ່ຽນ ຄູ ລາວ-ເກົາຫຼີ ປະຈໍາປີ 2025.
01 ກັນຍາ 2025
ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ມື້ໄຂສົກຮຽນໃໝ່ ສົກຮຽນ 2025-2026
ຄະນະນໍາ ກະຊວງສຶກສາທິການ ແລະ ກິລາ ໄດ້ລົງຕິດຕາມຊຸກຍູ້ການໄຂສົກຮຽນໃໝ່ ສົກຮຽນ 2025-2026 ທີ່ ເມືອງ ປາກຊັນ, ແຂວງ ບໍລິຄໍາໄຊ
ບົດເລື່ອງ 2 ເສັ້ນທາງ
ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບ ລັດຖະບານອົດສະຕຣາລີ ໄດ້ສ້າງວິດີໂອທຳອິດ ຂອງແຜນສ້າງວິດີໂອການສົ່ງເສີມການສຶກສາ ໃນທົ່ວປະເທດຄັ້ງໃໝ່.
ວິດີໂອສົ່ງເສີມການສຶກສາ ເລື່ອງ 2 ເສັ້ນທາງ ແມ່ນເລີ່ມຕອນທຳອິດດ້ວຍເລື່ອງລາວທີ່ເປັນແຮງບັນດານໃຈໃຫ້ ນັກຮຽນ, ພໍ່ແມ່ຜູ້ປົກຄອງ ແລະ ຊຸມຊົນ ເຫັນໄດ້ເຖິງຄຸນຄ່າ ແລະ ຊ່ວຍກັນສະໜັບສະໜູນການສຶກສາ.
ວັນທີ 18-27 ສິງຫາ 2025

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ອູຍນີເຊັບ ລົງເຄື່ອນໄຫວ ແລະ ຊຸກຍູ້ໂຄງການນໍານ້ອງຄືນສູ່ໂຮງຮຽນ ປະຈໍາສົກຮຽນ 2025-2026 ທີ່ ເມືອງ ພີນ, ແຂວງ ສະຫວັນນະເຂດ ແລະ ເມືອງ ຕະໂອ້ຍ ແຂວງ ສາລະວັນ ເພື່ອໂຄສະນາປຸກລະດົມນຳເດັກນ້ອຍກັບໂຮງຮຽນ ໃນລະຫວ່າງ ວັນທີ 18-27 ສິງຫາ 2025 ຜ່ານມານີ້,
ທີມງານຈາກກະຊວງສຶກສາ ແລະ ອູຍນີເຊັບ ໄດ້ລົງເຄື່ອນໄຫວຈັດກິດຈະກຳຂັບເຄື່ອນສົ່ງເສີມການເຂົ້າຮຽນ ໃນສອງເມືອງນໍາຮ່ອງ ເຊັ່ນ: ເມືອງຕະໂອ້ຍ ແຂວງສາລະວັນ ແລະ ເມືອງພີນ ແຂວງສະຫວັນນະເຂດ ໂດຍແນໃສ່ເພື່ອໂຄສະນາປຸກລະດົມສ້າງຄວາມຈຸງໃຈໃຫ້ເດັກນ້ອຍ ແລະ ພໍ່ແມ່ຜູ້ປົກຄອງ ເຫັນຄວາມສໍາຄັນຂອງການສຶກສາ ແລະ ສົ່ງເສີມໃຫ້ເດັກໄດ້ກັບໄປໂຮງຮຽນ ແລະ ຮຽນໃຫ້ຈົບ ໃນສົກຮຽນ 2025-2026 ທີ່ກໍາລັງຈະເປີດຂຶ້ນໃນໄວໆນີ້ ພ້ອມທັງຕິດຕາມເບີ່ງການກຽມຄວາມພ້ອມໃນການໄຂສົກຮຽນໃໝ່ ເຊັ່ນ: ອຸປະກອນການຮຽນ, ການຈົດທະບຽນເຂົ້າຮຽນ, ສະພາບແວດລ້ອມ, ອາຄານສະຖານທີ່ໂຮງຮຽນ, ວຽກການປະສານງານ ແລະ ການມີສ່ວນຮ່ວມຂອງຊຸມຊົນ.
ໃນໂອກາດທີ່ທີມງານທີ່ລົງເຄື່ອນໄຫວປຸກລະດົມໂຄສະນາດັ່ງກ່າວ ຊຶ່ງມີຕາງໜ້າຈາກຫ້ອງການກະຊວງ ສສກ, ກົມສາມັນສຶກສາ, ກົມກ່ອນໄວຮຽນ, ສູນໂຄສະນາຂ່າວສານການສຶກສາ ແລະ ກິີລາ (ສວສ) ແລະ ຈາກອົງການກອງທຶນເດັກນ້ອຍແຫ່ງສະຫະປະຊາຊາດ ຫຼື ອູຍນີເຊັບ (UNICEF) ໂດຍສົມທົບ ແລະ ປະສານງານກັບພະແນກສຶກສາທິການ ແລະ ກິລາເມືອງ ແລະ ແຂວງທັງສອງທີ່ກ່ຽວຂ້ອງ, ໄດ້ລົງເຮັດວຽກຢູ່ໂຮງຮຽນເປົ້າໝາຍ 4 ແຫ່ງ ຄືໃນເມືອງຕະໂອ້ຍ ແລະ ເມືອງພີນ ເມືອງລະ 2 ແຫ່ງ ຊຶ່ງແຕ່ລະບ່ອນໄດ້ມີການເຮັດກິດຈະກຳຮ່ວມກັບນ້ອງໆນັກຮຽນ, ຄູອາຈານ ແລະ ພໍ່ແມ່ຜູ້ປົກຄອງ ໂດຍໄດ້ສະແດງແຜ່ນປ້າຍໂຄສະນາ ຫຼື ໂປສເຕີ ໃນຫົວຂໍ້ “ການສຶກສາແມ່ນຄວາມຈຳເປັນ ທີ່ເປັນພື້ນຖານສຳລັບທຸກອາຊີບ; ການເຂົ້າຮຽນໃນວັນນີ້ຈະນໍາໄປສູ່ຊີວິດທີ່ສົດໃສ ແລະ ໝັ້ນຄົງ ໃນອະນາຄົດ”.
ນອກຈາກນີ້ຍັງມີການເປີດຄຼິບສຽງ ຜ່ານໂທລະໂຄ່ງບ້ານເພື່ອເຊີນຊວນໃຫ້ນ້ອງນັກຮຽນກັບເຂົ້າສູ່ໂຮງຮຽນ ພ້ອມທັງການສາຍວີດີໂອກາຕູນຕ່າງໆທີ່ກ່ຽວຂ້ອງຜ່ານຈໍໂປຣເຈັກເຕີ້ ເພື່ອກະຕຸ້ນໃຫ້ນ້ອງໆມີຄວາມຮູ້ສຶກກະຕືລືລົ້ນໃນການຈະກັບເຂົ້າສູ່ໂຮງຮຽນໃນສົກໃໝ່ນີ້.
ນອກຈາກການເຮັດກິດຈະກຳນີ້ແລ້ວ ຍັງໄດ້ມີການສົນທະນາແລກປ່ຽນ ກັບຄະນະອຳນວຍການໂຮງຮຽນ ແລະ ອຳນາດການປົກຄອງບ້ານ ໂດຍສະເພາະການເຜີຍແຜ່ແຈ້ງການຂອງກະຊວງສຶກສາ ແລະ ກິລາ ໃນການກະກຽມໄຂສົກຮຽນໃໝ່ 2025-2026, ການສົນທະນາແລກປ່ຽນກັບທີມຜູ້ບໍລິຫານໂຮງຮຽນ (ຜູ້ອໍານວຍການໂຮງຮຽນ, ຄູສອນ, ນາຍບ້ານ) ກ່ຽວກັບ ຄວາມພ້ອມການໄຂສົກຮຽນໃໝ່ ແລະ ນຳໃຊ້ສື່ໂຄສະນາປຸກລະດົມ ນຳນ້ອງກັບເຂົ້າໂຮງຮຽນ ພ້ອມທັງສຳພາດສະມາຊິກຄອບຄົວ, ຜູ້ປົກຄອງທີ່ມີເດັກນ້ອຍໃນເກນອາຍຸເຂົ້າຮຽນ ແລະ ເດັກນ້ອຍທີ່ປະລະ ແລະ ອອກໂຮງຮຽນ.
ແນວໃດກໍຕາມ, ຜ່ານການລົງເຄື່ອນໄຫວປຸກລະດົມໂຄສະນາໃນຄັ້ງນີ້ ເຫັນວ່າຍັງມີສິ່ງທ້າທາຍຫຼາຍຢ່າງ ທີ່ເປັນອຸປະສັກໃນການກັບເຂົ້າໂຮງຮຽນຂອງລູກຫຼານ ເຊັ່ນ: ຄວາມຫຍຸ້ງຍາກທາງເສດຖະກິດເປັນຕົ້ນຕໍ ເຮັດໃຫ້ພໍ່ແມ່ຜູ້ປົກຄອງ ຕ້ອງພາລູກຫຼານໄປເຮັດວຽກຢູ່ໄກ ບ່ອນທີ່ການສຶກສາເຂົ້າບໍ່ເຖິງ, ສະພາບບາງໂຮງຮຽນຍັງຂາດເຂີນອຸປະກອນຈຳເປັນເຊັ່ນ ພັດລົມ, ເຄື່ອງຫຼິ້ນສຳລັບເດັກນ້ອຍ ເຊັ່ນ ມ້າໝູນ, ຊິງຊ້າ ຫຼື ສະໄລເດີ້ ລວມທັງເຄື່ອງຫຼິນທີ່ເປັນອຸປະກອນການຮຽນອື່ນໆ ຊຶ່ງລ້ວນແລ້ວແຕ່ເປັນສິ່ງຈູງໃຈໃຫ້ພວກເຂົາຢາກມາໂຮງຮຽນ.
ການຂັບເຄື່ອນໄຫວກິດຈະກຳນຳນ້ອງກັບເຂົ້າໂຮງຮຽນ ແລະ ສືບຕໍ່ຮຽນຈົນຈົບໃນຄັ້ງນີ້ ໂດຍໄດ້ຮັບການສະໜັບສະໜູນຫຼັກຈາກອົງການອູຍນີເຊັບ, ແມ່ນອີງຕາມຜົນຂອງກອງປະຊຸມປຶກສາຫາລື ກ່ຽວກັບໂຄງການນຳນ້ອງກັບເຂົ້າໂຮງ ຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມງານຂັ້ນທ້ອງຖີ່ນ ເພື່ອຕິດຕາມ ແລະ ຊ່ວຍເຫຼືອດ້ານວິຊາການຕາມເປົ້າໝາຍ 3 ເມືອງ ໃນ 3 ແຂວງ ຄື: ເມືອງໜອງແຮດ (ຊຽງຂວາງ), ເມືອງພິນ (ສະຫວັນນະເຂດ) ແລະ ເມືອງຕາໂອ້ຍ (ສາລະວັນ) ເນື່ອງຈາກເມືອງເຫຼົ່ານີ້ໄດ້ຖືກກໍານົດ ໂດຍອີງໃສ່ທ່າອ່ຽງທີ່ຜ່ານມາຂອງການປະລະການຮຽນທີ່ສູງ, ການເຂົ້າຮຽນຊັກຊ້າ, ແລະການເຂົ້າເຖິງໄວເດັກແລະມັດທະຍົມມີຈຳກັດ, ແລະເປັນເປົ້າໝາຍເມືອງ ທີ່ມີການເຊື່ອມສານເຂົ້າກັບບັນດາກິດຈະກຳສົ່ງເສີມຄອບຄົວ, ບ້ານ, ຊຸມຊົນ ແລະ ໂຮງຮຽນເຊັ່ນ ໂຄງການສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນຊັ້ນປະຖົມ ຈັດຕັ້ງປະຕິບັດໂດຍ ກະຊວງສຶກສາ ແລະ ກິລາ, ແລະ ໂຄງການ “ຮັກລູກໃຫ້ໃສ່ໃຈ” “Parenting Program”, ເຊິ່ງນໍາພາໂດຍສະຫະພັນແມ່ຍິງລາວ. ໂຄງການດັ່ງກ່າວຍັງຈະສືບຕໍ່ຈັດ ຢູ່ ເມືອງ ໜອງແຮດ ແຂວງ ຊຽງຂວາງ ອີກໃນໄວໆນີ້.
15 ສິງຫາ 2025
ກອງປະຊຸມ ການກະກຽມແຜນການຈັດຕັ້ງປະຕິບັດໂຄງການນໍານ້ອງກັບໂຮງຮຽນເຂົ້າໂຮງຮຽນ ແລະ ສືບຕໍ່ເຂົ້າຮຽນ ຈົນຈົບ ໃນຊັ້ນ ອະນຸບານ, ປະຖົມ ແລະ ມັດທະຍົມ ສໍາລັບ ສົກຮຽນ 2025-2026 ທີ່ ຫ້ອງປະຊຸມ ຊັ້ນ 4 ສູນໄອຊີທີ ກະຊວງສຶກສາທິການ ແລະ ກິລາ
ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີເປີດຂະບວນການໂຄສະນາປຸກລະດົມການນຳນ້ອງກັບຄືນສູ່ໂຮງຮຽນ ແລະ ສືບຕໍ່ຮຽນຈົນຈົບ ໃນສົກຮຽນ 2025-2026 ເພື່ອແນໃສ່ເພີ່ມທະວີການເຂົ້າຮຽນໃຫ້ທັນເວລາ, ຫຼຸດຜ່ອນການຂາດໂຮງຮຽນ ແລະ ຮັກສາອັດຕານັກຮຽນມາຮຽນຢ່າງເປັນປົກກະຕິ ໂດຍເນັ້ນໃສ່ເດັກນ້ອຍໃນຊົນນະບົດ ແລະ ຊຸມຊົນດ້ອຍໂອກາດ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອຸຍນີເຊັບ ປະຈຳສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາ.
ພິທີເປີດຂະບວນການໂຄສະນາດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 15 ສິງຫາ 2025 ທີ່ຫ້ອງປະຊຸມສູນໄອຊີທີ, ກະຊວງ ສສກ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ມາກະລີ ໂຣເມເດັນ ຮອງຜູ້ຕາງໜ້າອົງການອຸຍນິເຊັບ (UNICEF) ປະຈຳ ສປປ ລາວ, ມີບັນດາການນໍາຈາກບັນດາກົມ ແລະ ພະແນກການອ້ອມຂ້າງກະຊວງ ສສກ, ພະແນກສືກສາ ແລະ ກິລາແຂວງ 18 ແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ 148 ເມືອງ. ນອກນີ້, ຍັງມີຜູ້ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ເຊັ່ນ: ສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມ, ສູນກາງແນວລາວສ້າງຊາດ ພ້ອມທັງສະພາແຫ່ງຊາດ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖານທູດອົດສະຕຣາລີ ແລະ ໂຄງການ BEQUAL ເຂົ້າຮ່ວມທັງເຊິ່ງໜ້າ ແລະ ອອນລາຍຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ບູລິມະສິດຂອງພວກເຮົາ ແມ່ນເພື່ອຮັບປະກັນໃຫ້ເດັກນ້ອຍທຸກຄົນໃນ ສປປ ລາວ ມີໂອກາດໄດ້ເຂົ້າໂຮງຮຽນນັບຕັ້ງແຕ່ມື້ໄຂສົກຮຽນ, ມາຮຽນຢ່າງເປັນປົກກະຕິ ແລະ ປະສົບຜົນສຳເລັດໃນການຮຽນ. "ຂະບວນການໂຄສະນາປຸກລະດົມນີ້ແມ່ນເພື່ອແນໃສ່ເຮັດໃຫ້ພໍ່ແມ່ຜູ້ປົກຄອງ, ຊຸມຊົນ, ແລະ ຄູ່ຮ່ວມງານທຸກພາກສ່ວນເຮັດວຽກຮ່ວມກັນ ເພື່ອຮັບປະກັນບໍ່ປະໃຫ້ເດັກນ້ອຍຜູ້ໃດໄວ້ຂ້າງຫຼັງ." ສ່ວນ ທ່ານ ນາງ ມາກະລີ ໂຣເມເດັນ ກ່າວວ່າ: “ຂະບວນການໂຄສະນາປຸກລະດົມການນຳນ້ອງກັບຄືນສູ່ໂຮງຮຽນ ແລະ ສືບຕໍ່ຮຽນຈົນຈົບ ບໍ່ແມ່ນພຽງແຕ່ເປັນການເປີດປະຕູໂຮງຮຽນເທົ່ານັ້ນ ແຕ່ມັນແມ່ນການເປີດປະຕູສູ່ໂອກາດ”. "ໂດຍການຮ່ວມກັນ ພວກເຮົາສາມາດຮັບປະກັນວ່າເດັກໄດ້ເຂົ້າໂຮງຮຽນນັບຕັ້ງແຕ່ມື້ໄຂສົກຮຽນຫຼາຍຂຶ້ນ, ມາຮຽນຢ່າງເປັນປົກກະຕິ ແລະ ສືບຕໍ່ການຮໍ່າຮຽນຈົນໝົດພາກຮຽນ."
ສຳລັບຂໍ້ຄວາມໃນການໂຄສະນາປຸກລະດົມ ໄດ້ພັດທະນາຂຶ້ນ ໂດຍຜ່ານປຶກສາຫາລືກັບທຸກພາກສ່ວນໃນຂະແໜງການສຶກສາ, ຊຸມຊົນ ແລະ ຄູ່ຮ່ວມງານ; ຂໍ້ຄວາມ ແລະ ສື່ໂຄສະນາໂປດສະເຕີ ສໍາລັບໂຮງຮຽນອະນຸບານ, ປະຖົມ ແລະ ມັດທະຍົມ, ຄຼິບສຽງສຳເນົາໂຄສະນາປຸກລະດົມ ຍັງໄດ້ຖືກສ້າງເປັນພາສາລາວ, ຂະມຸ ແລະ ພາສາມົ້ງ ແລະ ໄດ້ເປີດຜ່ານໂທລະໂຄ່ງບ້ານ, ຊຸມຊົນ ແລະ ວິທະຍຸກະຈາຍສຽງ; ຂໍ້ຄວາມໂຄສະນາດັ່ງກ່າວຍັງໄດ້ປັບໃຫ້ແທດເໜາະກັບທ້ອງຖິ່ນໂດຍສະເພາະພໍ່ແມ່ຜູ້ປົກຄອງ, ເດັກນ້ອຍ ແລະ ຄະນະນໍາຂອງຊຸມຊົນ.
ຂະບວນການໂຄສະນາດັ່ງກ່າວ ໄດ້ເຊື່ອມສານເຂົ້າກັບທຸກການຈັດຕັ້ງປະຕິບັດຂອງແຜນງານ, ໂຄງການ, ກິດຈະກຳຕ່າງຂອງລັດຖະບານລາວ ຮ່ວມກັບອົງການອຸຍນິເຊັບ ເຊັ່ນ: ໂຄງການຮັກລູກໃຫ້ໃສ່ໃຈ, ຄອບຄົວຜາສຸກ ພ້ອມກັນພັດທະນາ, ການໃຫ້ການຊ່ວຍເຫຼືອສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນທີ່ມາຈາກຄອບຄົວທຸກຍາກ ແລະ ການທົດລອງເຄື່ອງມືສຳລັບການປະເມີນເພື່ອປັບປຸງການຮຽນ; ການລົງຕິດຕາມຊຸກຍູ້ການກຽມຄວາມພ້ອມເຂົ້້າຂອງເດັກ, ສ້າງຄວາມເຂັ້ມແຂງໃຫ້ແກ່ການເຜີຍແຜ່ໃຫ້ແກ່ຊຸມຊົນ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ທີມງານຂັ້ນແຂວງ, ເມືອງ ແລະ ໂຮງຮຽນ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນ ໂດຍໄດ້ມີການລະດົມແນວຄວາມຄິດ ແລະ ແລກປ່ຽນຄຳເຫັນນຳກັນ ເພື່ອເຮັດແນວໃດໃຫ້ສື່ໂຄສະນາຊຸດນີ້ ໄດ້ຮັບໝາກຜົນ ແລະ ໄດ້ເຂົ້າເຖິງເປົ້າໝາຍທີ່ວາງໄວ້. ຂະບວນການໂຄສະນາປຸກລະດົມການນຳນ້ອງກັບຄືນສູ່ໂຮງຮຽນ ແລະ ສືບຕໍ່ຮຽນຈົນຈົບ ແມ່ນສ່ວນໜຶ່ງຂອງຄໍາໝາຍໝັ້ນຂອງອົງການ UNICEF ໃນການສະໜັບສະໜູນລັດຖະບານ ສປປ ລາວ ສຳລັບການສຶກສາ ຮັບປະກັນ ການຮຽນຮ່ວມ, ມີຄວາມເທົ່າທຽມ ແລະ ມີຄຸນນະພາບໃຫ້ແກ່ເດັກນ້ອຍທຸກຄົນ.
ບົດສໍາພາດ
ບົດສໍາພາດ ຜົນງານທີ່ພົ້ນເດັ່ນໃນການເຄື່ອນໄຫວນໍາພາ-ຊີ້ນໍາ ໄລຍະ 5 ປີ (2020-2025) ແລະ ທິດທາງວຽກຈຸດສຸມ 5 ປີ ຕໍໜ້າ (2025-2030) ຂອງ ໜ່ວຍພັກຮາກຖານກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ
14 ສິງຫາ 2025
ໜ່ວຍພັກຮາກຖານ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມພາຍໃນໜ່ວຍພັກຮາກຖານກົມສາມັນສຶກສາ ທີ່ ຫ້ອງປະຊຸມ 305 ຕຶກກິລາ ເຈົ້າອານຸວົງ.
11-12 ສິງຫາ 2025
ກອງປະຊຸມ ຜູ້ບໍລິຫານການສຶກສາທົ່ວປະເທດ
12 ເປົ້າໝາຍແຜນພັດທະນາ ຂອງກະຊວງສຶກສາທິການ ແລະ ກິລາ ປະຈຳສົກຮຽນ 2025-2026
ວັນທີ 12 ສິງຫາ 2025 ກອງປະຊຸມຜູ້ບໍລິຫານການສຶກສາວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2024-2025 ໂດຍການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມ ໄດ້ຜ່ານ (ຮ່າງ) ມະຕິກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈຳສົກຮຽນ 2024-2025 ແລະ ທິດທາງແຜນການປະຈຳສົກຮຽນ 2025-2026 ກອງປະຊຸມຕົກລົງ:
1. ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ, ຜົນສໍາເລັດ ແລະ ຄາດໝາຍສູ້ຊົນ ປະຈໍາສົກຮຽນ 2024-2025 ພ້ອມທັງມອບໃຫ້ຜູ້ບໍລິຫານການສຶກສາໃນແຕ່ລະຂັ້ນ ໂດຍສະເພາະພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດຄາດໝາຍທີ່ບໍ່ທັນສາມາດບັນລຸໄດ້ ຊຶ່ງເປັນຕົວຊີ້ບອກທີ່ຕິດພັນກັບການເຂົ້າຮຽນ ແລະ ການປະລະການຮຽນໃນການສຶກສາຂັ້ນພື້ນຖານ.
2. ຮັບຮອງເອົາທິດທາງແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈຳສົກຮຽນ 2025-2026 ພ້ອມທັງຮັບຮອງເອົາບັນດາຄາດໝາຍສູ້ຊົນ ປະຈຳສົກຮຽນ 2025-2026 ຄື:
1) ອັດຕາການເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນ ການສຶກສາກ່ອນໄວຮຽນໃຫ້ບັນລຸໄດ້ 85,5%.
2) ອັດຕາເຂົ້າໃໝ່ສຸດທິຂັ້ນ ປ.1 ໃນຊັ້ນ ປະຖົມສຶກສາ ໃຫ້ບັນລຸໄດ້ 99,4%.
3) ອັດຕາປະລະ ຂອງ ນັກຮຽນຊັ້ນປະຖົມສຶກສາ ບໍ່ໃຫ້ເກີນ 4%.
4) ອັດຕາເລື່ອນຊັ້ນ ຂອງນັກຮຽນຈົບ ປ.5 ຂຶ້ນ ມ.1 ໃຫ້ບັນລຸໄດ້ 89,5%.
5) ອັດຕາເຂົ້າຮຽນລວມ ຊັ້ນມັດທະຍົມຕອນຕົ້ນ ໃຫ້ບັນລຸໄດ້ 72,9%.
6) ອັດຕາປະລະຂອງ ນັກຮຽນຊັ້ນມັດທະຍົມຕອນຕົ້ນ ບໍ່ໃຫ້ເກີນ 11,7%.
7) ຄູປະຈໍາການ ແລະ ຜູ້ເຮັດວຽກສຶກສານິເທດທຸກຊັ້ນ ໄດ້ຮັບການພັດທະນາວິຊາຊີບ
ແບບຕໍ່ເນື່ອງ ສະເລ່ຍ 20% ຕໍ່ປີ.
8) ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ
ຝຶກອົບຮົມວິຊາຊີບ (ກສນ) ບໍ່ໃຫ້ຫຼຸດ 30,000 ຄົນ ໃນແຕ່ລະປີ.
9) ຈໍານວນ ນັກສຶກສາ ທີ່ຈົບ ອາຊີວະສຶກສາ ແລະ ອົບຮົມວິຊາຊີບ ຕາມຫຼັກສູດທາງການ ໃນແຕ່ລະປີ
ບໍ່ໃຫ້ຫຼຸດ 10,000 ຄົນ (ທັງໝົດ 50,000 ຄົນ ພາຍໃນປີ 2030).
10) ຫຼັກສູດການຮຽນການສອນ ທີ່ເປັນ ຫຼັກສູດສາກົນ ໃນຊັ້ນການສຶກສາຊັ້ນສູງ ເພື່ອເຊື່ອມໂຍງກັບ
ພາກພື້ນ ແລະ ສາກົນ ໃຫ້ມີ 10 ຫຼັກສູດ.
11) ຈໍານວນ ຫົວຂໍ້ຄົ້ນຄວ້າວິທະຍາສາດ ທີ່ນໍາໃຊ້ເງິນກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ
ຕາມ 24 ຂົງເຂດບູລິມະສິດ ເພື່ອຮັບໃຊ້ແຜນພັດທະນາເສດຖະກິດ-ສັງຄົມ ລະຫວ່າງປີ 2026-2030
ໃຫ້ໄດ້ ຢ່າງໜ້ອຍ 45 ຫົວຂໍ້ ໃນແຕ່ລະປີ.
12) ຈໍານວນ ກໍາມະການຕັດສິນ ໃນລະດັບ ອາຊຽນ, ອາຊີ ແລະ ລະດັບສາກົນ ແຕ່ລະປີໃຫ້ບັນລຸໄດ້ 6 ຄົນ.
08 ສິງຫາ 2025
ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດການແຂ່ງຂັນກິລາ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຂອງ ອົງຄະນະພັກກະຊວງ ທີ່ເດີ່ນກິລາເປຕັງ ມະຫາວິທະຍາໄລແຫ່ງຊາດ.
08 ສິງຫາ 2025
ສະຫະພັນກຳມະບານກະຊວງສຶກສາທິການ ແລະ ກິລາ ຈັດແຂ່ງຂັນເຕະບານມິດຕະພາບ ສ້າງຂະບວນການຕ້ອນຮັບ 3 ວັນປະຫວັດສາດ ແລະ ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງອົງຄະນະພັກ
ວິດີໂອ
05 ສິງຫາ 2025
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜງບໍລິຫານ ຂັ້ນຫົວໜ້າກົມ ເມື່ອວັນທີ 5 ສິງຫາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ)
05-06 ສິງຫາ 2025
ກອງປະຊຸມ ຖອດຖອນບົດຮຽນການຈັດຕັ້ງປະຕິບັດ ວຽກກຸ່ມໂຮງຮຽນມັດທະຍົມ, ການສະໜອງເບ້ຍລ້ຽງນັກຮຽນທຸກຍາກດ້ອຍໂອກາດ ແລະ ເຜີຍແຜ່ຄໍາສັ່ງວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບ ໃນການຕ້ານ ແລະ ສະກັດກັ້ນຢາສູບ, ຢາສູບໄຟຟ້າ ແລະ ຢາສູບຮູບແບບໃໝ່ ໃນສະຖານສາມັນສຶກສາ ວັນທີ 5-6 ສິງຫາ 2025
22 ກໍລະກົດ 2025 ຫາ 04 ສິງຫາ 2025
ນັກຮຽນເກັ່ງຊັ້ນມັດທະຍົມສຶກສາ ຈໍານວນ 24 ນ້ອງ ພ້ອມດ້ວຍຄູນໍາພາ 2 ທ່ານ ໄດ້ໄປທັດສະນະສຶກສາ ທີ່ ປະເທດ ເບລາລຸດ ລະຫວ່າງ ວັນທີ 21 ກໍລະກົດ 2025 ຫາ 04 ສິງຫາ 2025
ວິດີໂອ ການເຄື່ອນໄຫວ
ການຮຽນການສອນສາມັນວີຊາຊີບ
ການຈັດການຮຽນການສອນສາມັນວີຊາຊີບ ພາກປົກກະຕິ ແລະ ພັກສິ້ນປີຮຽນ
ການເຄື່ອນໄຫວຂອງຄະນະພັດທະນາການສຶກສາຂັ້ນບ້ານ
ການເຄື່ອນໄຫວຂອງຄະນະພັດທະນາການສຶກສາຂັ້ນບ້ານ ໃນການຕັດຫຍ້າ, ອານາໄມ, ສ້ອມແປງ ແລະ ປັບປຸງ ພຶ້ນຖານໂຄງລ່າງຂອງໂຮງຮຽນ.
ການສະໜອງອາຫານທ່ຽງໃນໂຮງຮຽນ
ການສະໜອງອາຫານທ່ຽງໃນໂຮງຮຽນປະຖົມສຶກສາເປົ້າໝາຍ
21-22 ກໍລະກົດ 2025
ກອງປະຊຸມ ຮຽບຮຽງກົດໝາຍວ່າດ້ວຍສາມັນສຶກສາ (ສະບັບສ້າງໃໝ່) ທີ່ຜ່ານການພິຈາລະນາຮັບຮອງ
ໃນກອງປະຊຸມສະໄໝສາມັນ ເທື່ອທີ 9
ຂອງສະພາແຫ່ງຊາດ ຊຸດທີ IX
ຊຶ່ງຈັດຂຶ້ນທີ່
ສະພາແຫ່ງຊາດ ຫ້ອງ 426 (ຕຶກຫຼັງໃໝ່) ໃນວັນທີ 21-22 ກໍລະກົດ 2025, ເວລາ 8:30-16:30 ໂມງ.
3 ກໍລະກົດ 2025
ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ( ຊາວໜຸ່ມ, ກໍາມະບານ ແລະ ແມ່ຍິງ ) ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ມອບເງິນອຸປະຖຳ ໃຫ້ອ້າຍນ້ອງພົນທະຫານ ທີ່ ແຂວງ ບໍ່ແກ້ວ ຈໍານວນ 3.000.000 ກີບ
18-20 ມິຖຸນາ 2025
ພາບບັນຍາກາດການສອບເສັງຈົບຊັ້ນມັດທະຍົມສຶກສາ ເອກະພາບທົ່ວປະເທດ ສົກຮຽນ 2024-2025
ວັນທີ 12 ມິຖຸນາ 2025
ລວມຄະນະກໍາມະການລົງຕິດຕາມ ແລະ ຊີ້ນໍາການສອບເສັງ
ວັນທີ 4 ມິຖຸນາ 2025
ພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7) ເອກະພາບທົ່ວປະເທດ
ວັນທີ 26 ພຶດສະພາ 2025
ລວມຄະນະສະເພາະກິດ 4 ກະຊວງ ແລະ 4 ບໍລິສັດໂທລະຄົມມະນາຄົມ ປຶກສາຫາລືກັນ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ທີ່ອາດຈະເກີດຂຶ້ນໃນໄລຍະສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ມັດທະຍົມສຶກສາຕອນປາຍ (ມ.7) ສົກຮຽນ 2024-2025
ວັນທີ 28 ພຶດສະພາ 2025
ສສກ-ທະນາຄານໂລກ ປະຊຸມຊຸກຍູ້ຊ່ວຍເຫຼືອການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ GPE III
ວັນທີ 23 ພຶດສະພາ 2025
ກະຊວງສຶກສາທິການ ແລະ ກິລາ ຈັດແຂ່ງຂັນດອກປີກໄກ່ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ອົງຄະນະພັກກະຊວງ ສສກ ຄັ້ງທີ X
ວັນທີ 14 ເມສາ 2025
ປະຫວັດຄວາມເປັນມາຂອງ ອົງການຈັດຕັ້ງຊາວໜຸ່ມ
ວັນທີ 12 ເມສາ 2025
ວັນທີ 11 ເມສາ 2025
ກະຊວງສຶກສາທິການ ແລະ ກິລາ ຈັດພິທີທາງສາສະໜາ ໂອກາດ ປີໃໝ່ລາວ ພສ.2568
ວັນທີ 10 ເມສາ 2025
ພິທີສະຫຼຸບ ການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2024-2025
ວັນທີ 9 ເມສາ 2025
ນັກຮຽນເກັ່ງຊັ້ນມັດທະຍົມສຶກສາ ຈໍານວນ 288 ຄົນ ທັດສະນະສຶກສາ ໃນນະຄອນຫຼວງວຽງຈັນ
ວັນທີ 8 ເມສາ 2025
ພິທີເປີດ ການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2024-2025
ວັນທີ 7 ເມສາ 2025
ວັນທີ 28 ມີນາ 2025
ກົມສາມັນສຶກສາ ໄດ້ຈັດກອງປະຊຸມເພື່ອທາບທາມເອົາຮອງຫົວໜ້າສາມັນສຶກສາ ໂດຍການເປັນປະທານຂອງ ທ່ານ ນາງ ນວມຄຳ ຈັນທະບູລີ ວ່າການແທນຫົວໜ້າກົມສາມັນສຶກສາ ມີທ່ານ ຮອງຫົວໜ້າກົມກວດກາ ແລະ ຕາງໜ້າຈາກ ກົມຈັດຕັ້ງ ແລະ ພະນັກງານ, ຫ້ອງການພັກ, ພະນັກງານກົມສາມັນສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ
ວັນທີ 21 ມີນາ 2025
ກະຊວງສຶກສາທິການ ແລະ ກິລາ ຈັດກິດຈະກໍາຟ້ອນລໍາວົງລາວ ແລະ ເຕັ້ນລີລາລີລາດ ຕ້ອນຮັບກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ
ວັນທີ 11 ມີນາ 2025
ກົມສາມັນສຶກສາ ໄດ້ຈັດການຝຶກອົບຮົມການພັດທະນາເສັ້ນທາງໄປສູ່ອາຊີບໃຫ້ແກ່ພະນັກງານຂັ້ນແຂວງ, ຂັ້ນເມືອງ, ຜູ້ອໍານວຍການໂຮງຮຽນ ແລະ ຄູສອນ ໃນໂຮງຮຽນເປົ້າໝາຍ (ແບ່ງອອກເປັນ 3 ພາກ) ໃນຂອບເຂດທົ່ວປະເທດ. ໃນລະຫວ່າງ ວັນທີ 11 ຫາ 21 ມີນາ 2025 ທີ່ ຫ້ອງປະຊຸມ ລີສອດນາປ່າກວາງ, ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ.
ວັນທີ 7 ມີນາ 2025
ກົມສາມັນສຶກສາ ໄດ້ຈັດກອງປະຊຸມ ໜ່ວຍງານວິຊາການຂະແໜງການຍ່ອຍສາມັນສຶກສາ ແລະ ກົມການສຶກສານອກໂຮງຮຽນ ໃນມື້ວັນທີ 7 ມີນາ 2025 ທີ່ ຫ້ອງປະຊຸມ ໂຮງແຮມ Holiday Inn, ນະຄອນຫຼວງວຽງຈັນ ໄດຍການສະໜັບສະໜູນຈາກ ອົງການ ຊ່ວຍເຫຼືອເດັກສາກົນ (SCI) ແລະ ອົງການ UNICEF ປະຈຳ ສປປ ລາວ
ວັນທີ 6 ມີນາ 2025
ພິທີ ມອບ-ຮັບ ແທັບເລັດ
ລັດຖະບານເຢຍລະມັນ ມອບແທັບເລດ 216 ເຄື່ອງ ໃຫ້ກົມສາມັນສຶກສາ ສສກ ເພື່ອຕິດຕາມ ແລະ ລາຍງານວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ພິທີມອບ-ຮັບອຸປະກອນໄອທີ ປະເພດແທັບເລດ ຈຳນວນ 216 ເຄື່ອງ ພາຍໃຕ້ທຶນຊ່ວຍເຫຼືອລ້າຈາກລັດຖະບານປະເທດເຢຍລະມັນ ໂດຍຜ່ານອົງການອາຫານໂລກ ປະຈໍາ ສປປ ລາວ ໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 6 ມີນາ 2025 ທີ່ຫ້ອງການອົງການອາຫານໂລກ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ເປັນກຽດມອບໂດຍ ທ່ານ ນາໂອກິ ມາເອກະວະ ຮອງຜູ້ອຳນວຍການອົງການອາຫານໂລກ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ມີພາກສ່ວນກ່ຽວຂ້ອງ 2 ຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ນາງ ນວມຄຳ ຈັນທະບູລີ ການຈັດຕັ້ງປະຕິບັດບັນດານະໂຍບາຍຂອງລັດຖະບານ ກໍຄື ນະໂຍບາຍຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ທີ່ກໍາລັງໃສ່ຈັດຕັ້ງປະຕິບັດ 15 ຄາດໝາຍຂອງການສຶກສາ ແລະ ກິລາ ໃຫ້ປະກົດຜົນເປັນຈິງ ຈຶ່ງໄດ້ສຸມທຸກຄວາມພະຍາຍາມປຸກລະດົມ ການຊ່ວຍເຫຼືອດ້ານການເງິນ, ດ້ານວິຊາການ ຈາກທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ເພື່ອສຸມໃສ່ໃຫ້ບັນລຸຄາດໝາຍດັ່ງກ່າວ. ນັບແຕ່ໃນປີ 2002 ເປັນຕົ້ນມາ, ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ຮັບການຊ່ວຍເຫຼືອລ້າດ້ານການເງິນ, ດ້ານວິຊາການ ແລະ ຮ່ວມກັນຈັດຕັ້ງປະຕິບັດໂຄງການອາຫານໃນໂຮງຮຽນ ເປັນຕົ້ນແມ່ນ ຮ່ວມກັບອົງການອາຫານໂລກ, ອົງການບັນເທົາທຸກກາໂຕລິກ, ທະນາຄານໂລກ ແລະ ບັນດາມູນນິທິ ໄດ້ຮ່ວມກັນຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນ ໃນບັນດາເມືອງບູລິມະສິດຂອງລັດຖະບານ ແລະ ເມືອງບູລິມະສິດຂອງກະຊວງສຶກສາທິການ ແລະ ກິລາ ໃນແຕ່ລະໄລຍະ ເພື່ອເປັນການສ້າງເງື່ອນໄຂ ດ້ານການຄໍ້າສະບຽງອາຫານຂອງຊຸມຊົນ ແລະ ການສະໜອງອາຫານທີ່ມີໂພຊະນາການ ໃຫ້ນັກຮຽນທີ່ດ້ອຍໂອກາດ ຢູ່ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າ ໄດ້ກິນອາຫານທີ່ມີໂພຊະນາການຢູ່ໃນໂຮງຮຽນ, ຜ່ານຜົນການຈັດຕັ້ງປະຕິບັດໂຄງການສົ່ງເສີມອາຫານທ່ຽງຕົວຈິງ ໃນໂຮງຮຽນໃນ 65 ເມືອງ ໃນ 16 ແລະ 1 ນະຄອນຫຼວງ, ພວກເຮົາຮັບຮູ້ ແລະ ເຫັນໄດ້ວ່າ ພາຍຫຼັງມີໂຄງການອາຫານທ່ຽງໃນໂຮງຮຽນ ໄດ້ເຮັດໃຫ້ອັດຕາການເຂົ້າຮຽນລວມ, ອັດຕາປະລະ ແລະ ບັນຫາດ້ານສຸຂະພາບຂອງນັກຮຽນມີທ່າອ່ຽງດີຂຶ້ນເທື່ອລະກ້າວ ລວມທັງຄຸນນະພາບການຮຽນຂອງນັກຮຽນອະນຸບານ ແລະ ນັກຮຽນປະຖົມສຶກສາ ກໍໄດ້ຮັບການປັບປຸງດີຂຶ້ນ ຖ້າທຽບໃສ່ເຂດໂຮງຮຽນທີ່ຍັງບໍ່ທັນມີໂຄງການສົ່ງເສີມອາຫານທ່ຽງໃນໂຮງຮຽນ.
ພ້ອມກັນນັ້ນ ວຽກງານນີ້ ຍັງໄດ້ຊ່ວຍແບ່ງເບົາຄວາມທຸກຈົນຂອງຄອບຄົວ ທີ່ຢູ່ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າ ໄດ້ມີເວລາທໍາມາຫາກິນຫຼາຍຂຶ້ນ ພ້ອມທັງໄດ້ຮຽນຮູ້ ກ່ຽວກັບການຜະລິດກະສິກໍາ, ການບໍລິໂພກອາຫານໂພຊະນາການ, ການແປຮູບອາຫານ, ການເກັບຮັກສາອາຫານ ເຫຼົ່ານີ້້ເປັນຕົ້ນ ໄປພ້ອມໆກັບການຈັດຕັ້ງປະຕິບັດໂຄງການສົ່ງເສີມອາຫານທ່ຽງໃນໂຮງຮຽນ.
ການສືບຕໍ່ຊ່ວຍສະໜັບສະໜູນຊ່ວຍເຫຼືອທຶນຮອນເພີ່ມເຕີມ ຈາກລັດຖະບານປະເທດເຢຍລະມັນ ໂດຍຜ່ານອົງການອາຫານໂລກ ໃນງົບປະມານ 9,4 ລ້ານໂດລາສະຫະລັດ ຊຶ່ງກະຊວງສຶກສາທິການ ແລະ ກິລາ ແລະ ອົງການອາຫານໂລກ ປະຈໍາ ສປປ ລາວ ໄດ້ສໍາເລັດຈັດພິທີເຊັນລົງນາມຮ່ວມກັນ ກ່ຽວກັບໂຄງການດັ່ງກ່າວ ໃນທ້າຍປີ 2024 ທີ່ຜ່ານມາ, ໂຄງການຄັ້ງນີ້ມີເປົ້າສະໜັບສະໜູນຊ່ວຍ 200 ໂຮງຮຽນ ໃນ 11 ເມືອງ ໃນ 03 ແຂວງ ຄື: ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື ທີ່ໄດ້ມອບ-ໂອນໃຫ້ລັດຖະບານ ໃນປີ 2021 ຊຶ່ງຖືໄດ້ວ່າ ເປັນການຊ່ວຍເຫຼືອເພີ່ມເຕີມ ເພື່ອສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ຂັ້ນບ້ານ ແລະ ໂຮງຮຽນ ໃນການຄຸ້ມຄອງ ບໍລິຫານວຽກງານ ໃຫ້ມີຄວາມເຂັ້ມແຂງ, ເວົ້າສະເພາະ ແມ່ນບໍ່ໃຫ້ນັກຮຽນບໍ່ປະລະການຮຽນ, ໄດ້ກິນອາຫານທ່ຽງຢູ່ໃນໂຮງຮຽນ, ໃຫ້ຢູ່ໂຮງຮຽນຕະຫຼອດວັນເຂົ້າຮຽນ, ບໍ່ໃຫ້ນັກຮຽນກັບບ້ານໃນຕອນທ່ຽງ, ໃຫ້ນັກຮຽນໄດ້ຮຽນຮູ້ ຜ່ານຮູບແບບເອື້ອຍສອນນ້ອງ ນ້ອງສອນເອື້ອຍ, ໄດ້ເຂົ້າຮ່ວມກິດຈະກໍາ ທີ່ເປັນການສົ່ງເສີມການຮຽນຮູ້ ຫຼື ສົ່ງເສີມດ້ານວັດທະນາທໍາບັນດາເຜົ່າ ທີ່ຄູເປັນຜູ້ນໍາພາກິດຈະກໍາດັ່ງກ່າວ ໃນຕອນທ່ຽງຫຼັງຈາກກິນອາຫານທ່ຽງ ທັງນີ້ກໍເພື່ອສ້າງໃຫ້ນັກຮຽນໄດ້ຮຽນຮູ້ດ້ວຍຫຼາກຫຼາຍຊ່ອງທາງ ເພື່ອໃຫ້ນັກຮຽນເຫຼົ່ານັ້ນ ໄດ້ຮັບການປັບປຸງຄຸນນະພາບຂອງການຮຽນຮູ້ຂອງຕົນ ໂດຍສະເພາະແມ່ນການອ່ານ ອອກຂຽນ, ການຄິດໄລ່ເປັນ ແລະ ອື່ນໆ ເຫຼົ່ານັ້ນເປັນຕົ້ນ.
ການສືບຕໍ່ໃຫ້ການສະໜັບສະໜູນແທັບເລດ ຈໍານວນ 216 ເຄື່ອງ ໃນຄັ້ງນີ້ ແມ່ນສະແດງເຖິງສາຍສໍາພັນທີ່ແໜ້ນແຟ້ນແຫ່ງຍຸດທະສາດ ລະຫວ່າງ 2 ປະເທດ ສປປ ລາວ-ປະເທດເຢຍລະມັນ ກໍຄື ຍ້ອນຄວາມເປັນຫວ່ງເປັນໃຍຂອງອົງການອາຫານໂລກ ທີ່ມີຕໍ່ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໃນການສ້າງຄວາມເຂັ້ັັັັັັັັັມແຂງໃຫ້ຄະນະຮັບຜິດຊອບວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ໂດຍສະເພາະແມ່ນວຽກງານຕິມຕາມ, ກວດກາ, ລາຍງານຂໍ້ມູນການຈັດຕັ້ງປະຕິບັດວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ທີ່ເປັນລະບົບລວມສູນ, ທັນສະໄໝ, ວ່ອງໄວ, ປະຢັດງົບປະມານ ຊຶ່ງມັນສອດຄ່ອງກັບແນວທາງການພັດທະນາຂອງລັດຖະບານ ສປປ ລາວ ໃນການຫັນເອົາການພັດທະນາໄປສູ່ແບບທັນສະໄໝເທື່ອລະກ້າວ.
ກະຊວງສຶກສາທິການ ແລະ ກິລາ ຈະນໍາເອົາເຄື່ອງແທັບເລດໃນຄັ້ງນີ້ ແຈກຢາຍໃຫ້ຄະນະຮັບຜິດຊອບວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ຂັ້ນກະຊວງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນໂຮງຮຽນເປົ້າໝາຍຂອງໂຄງການ ໂດຍສະເພາະແມ່ນຈະມອບໃຫ້ຜູ້ທີ່ຮັບຜິດຊອບຖານຂໍ້ມູນວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນເປັນຜູ້ນໍາໃຊ້ ພ້ອມທັງ ຈະມີການຈົດເປັນຊັບສິນຂອງລັດ ໃນແຕ່ລະຂັ້ນ. ໂອກາດສຸດທ້າຍນີ້, ຂ້າພະເຈົ້າຕາງໜ້າໃຫ້ກະຊວງສຶກສາທິການ ແລະ ກິລາ ກໍຄື ຂັ້ນແຂວງ, ຂັ້ນເມືອງ ແລະ ໂຮງຮຽນເປົ້າໝາຍໂຄງການ ຂໍຝາກຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງໄປຍັງ ຄະນະລັດຖະບານປະເທດເຢຍລະມັນ ແລະ ຄະນະນໍາອົງການອາຫານໂລກທຸກທ່ານ ທີ່ໄດ້ໃຫ້ການສະໜັບສະໜູນໃນຫຼາຍຂົງເຂດວຽກງານ ໃນ ສປປ ລາວ ໂດຍສະເພາະ ແມ່ນຂົງເຂດການສຶກສາ, ວິທະຍາສາດ ແລະ ກິລາ ຕະຫຼອດມາ, ຫວັງຢ່າງຍິ່ງວ່າ ອະນາຄົດ ຈະໄດ້ຮັບການຊ່ວຍເຫຼືອຕື່ມອີກ ເພື່ອເຮັດໃຫ້ວຽກງານສົ່ງເສີມອາຫານຂອງ ສປປ ລາວ ຄວາມເຂັ້ມແຂງ, ມີປະສິດທິຜົນ ແລະ ມີປະສິດທິພາບ.
ວັນທີ 6 ມີນາ 2025
ການແຂ່ງຂັນກິລາ ສາມັກຄີ ລະຫວ່າງ ກົມສາມັນສຶກສາ, ກົມປະກັນຄູນນະພາບການສຶກສາ ແລະ ກົມຈັດຕັ້ງ ແລະ ພະນັກງານ ເພື່ອຂຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງ ສຶກສາທິການ ແລະ ກິລາ ແລະ ສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ.
ວັນທີ 5 ມີນາ 2025
ສະຫະພັນແມ່ຍິງ ສສກ ໄຂກອງປະຊຸມໃຫຍ່ ຄັ້ງທີ XI ພ້ອມເລືອກເອົາຄະນະສະຫະພັນແມ່ຍິງຊຸດໃໝ່
ວັນທີ 26 ກູມພາ 2025
ຝຶກອົບຮົມຄູຝຶກການແນະນໍາເສັ້ນທາງໄປສູ່ອາຊີບ ລະຫວ່າງວັນທີ ວັນທີ 26 ກູມພາ 2025 ຫາ ວັນທີ 1 ກູມພາ 2025 ທີ່ ຫ້ອງປະຊຸມ ເຮືອນພັກແຄມງື່ມ, ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ
ວັນທີ 25 ກູມພາ 2025
ສະຫະພັນກຳມະບານກະຊວງສຶກສາທິການ ແລະ ກິລາ ເປີດກອງປະຊຸມໃຫຍ່ຄັ້ງທີ X ພ້ອມເລືອກໄດ້ຄະນະຊຸດໃໝ່
ວັນທີ 25 ກູມພາ 2025
ທີມຊາວໜຸ່ມ ສສກ ຄວ້າຮອງແຊ້ມເຕະບານ ຊິງຂັນເລຂາຄະນະບໍລິຫານງານສູນກາງ ຊປປລ ປິ2024
ວັນທີ 14 ກູມພາ 2025
ແຂ່ງຂັນກິລາເປຕັງ ຂອງ ສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ ສ້າງຂະບວນຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ XI
ວັນທີ 12 ກູມພາ 2025
ກີລາເປຕັງ ທີມຍິງ ແລະ ທີມຊາຍ ຕ້ອນຮັບ ກອງປະຊຸມໃຫຍ່ສະຫະພັນກໍາມະບານກະຊວງ ສສກ ຄັ້ງທີ X
ກິດຈະກໍາເຄື່ອນໄຫວຂອງ 3 ອົງການຈັດຕັ້ງມະຫາຊົນ
ກອງປະຊຸມໜ່ວຍພັກ ກົມສາມັນສຶກສາ
ການລົງຊຸກຍູ້ວຽກງານສືກສາ ໃນການປະເມີນເພື່ອປັບປຸງຜົນໃນຫ້ອງຮຽນ
ຮູບແຕ້ມໂຄງການ Enikki Festa 2024-2025
ວັນທີ 23 ກັນຍາ 2024
ກະຊວງສຶກສາທິການ ແລະ ກິລາ ປະກາດ ພະນັກງານການນໍາອອກພັກການຮັບອຸດໜູນບໍານານ ແລະ ປະກາດແຕ່ງຕັ້ງ ພະນັກງານດໍາລົງຕໍາແໜງບໍລິຫານ
ວັນທີ 2 ກັນຍາ 2024
ຄະນະລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລົງຕິດຕາມ-ຊຸກຍູ້ ບັນດາໂຮງຮຽນ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2024-2025
ວັນທີ 2 ກັນຍາ 2024
ກະຊວງສຶກສາທິການ ແລະ ກິລາ ໄຂສົກຮຽນໃໝ່ 2024 - 2025 ເອກະພາບ ທົ່ວປະເທດ 2 ກັນຍາ 2024
ນໍານ້ອງຄືນສູ່ໂຮງຮຽນ
ການສຶກສາ ແມ່ນຄວາມຈໍາເປັນພຶ້ນຖານ ສໍາລັບ ທຸກໆອາຊີບ, ການເຂົ້າຮຽນໃນວັນນີ້ ຈະນໍາໄປສູ່ຊີວິດທີ່ສົດໃສ ແລະ ໝັ້ນຄົງໃນອະນາຄົດ.
ວັນທີ 07 ສິງຫາ 2024
ກອງປະຊຸມ ໜ່ວຍງານວິຊາການຂະແໜງການຍ່ອຍ ສາມັນສຶກສາ ແລະ ນອກໂຮງຮຽນ
ວັນທີ 18 ກໍລະກົດ 2024
ກະຊວງສຶກສາທິການ ແລະ ກິລາ ຜ່ານຮ່າງວາລະກອງປະຊຸມຄົບຄະນະເປີດກວ້າງຂອງຄະນະບໍລິຫານງານພັກກະຊວງ ຄັ້ງທີ 8 ສະໄຫມທີ IX
ວັນທີ 11 ກໍລະກົດ 2024
ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
ວັນທີ 08 ກໍລະກົດ 2024
ກະຊວງສຶກສາທິການ ແລະ ກິລາ ເຜີຍແຜ່ນະໂຍບາຍປະຢັດແລະ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໄປສູ່ພຶດຕິກໍາຕົວຈິງ
ວັນທີ 27 ມິຖຸນາ 2024
ກະຊວງສຶກສາທິການ ແລະ ກິລາ ເຊື່ອມຊຶມມະຕິກອງປະຊຸມໃຫ່ຍຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
ວັນທີ 26-27 ມິຖຸນາ 2024
ກະຊວງສຶກສາທິການ ແລະ ກິລາ ສ້າງຄວາມເຂັ້ມແຂງ ກ່ຽວກັບການນໍາໃຊ້ລະບົບການບໍລິຫານລັດດີຈີຕອນ ໃຫ້ຜູ້ບໍລິຫານ
ວັນທີ 14 ມິຖຸນາ 2024
ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດການແນະນໍາຄະນະຮັບຜິດຊອບຊີ້ນໍາ ແລະ ຕັດສິນຜົນ ການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ສົກຮຽນ 2023-2024
ວັນທີ 3 ມິຖຸນາ 2024
ບັນຍາກາດ ການເປີດບັ້ນການສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7) ເອກະະພາບທົ່ວປະເທດ ປະຈໍາ ສົກຮຽນ 2023-2024
ວັນທີ 1 ມິຖຸນາ 2024
ພິທີສະຫຼອງ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ
ວັນທີ 8 ເມສາ 2024
ກະຊວງສຶກສາທິການ ແລະ ກິລາ ປະກາດ ພະນັກງານການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກ
ວັນທີ 12 ມີນາ 2024
ວັນທີ 2-5 ເມສາ 2024
ບັນຍາກາດ ການສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ປະຈໍາ ສົກຮຽນ 2023-2024
ວັນທີ 7 ກັນຍາ 2023
ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມ ຖອດຖອນບົດຮຽນ ວຽກງານ 3 ສ້າງ ປະຈໍາປີ 2022-2023
ວັນທີ 4 ກັນຍາ 2023
ພິທີເປີດ ສົກຮຽນໃໝ່ 2023-2024 ວັນທີ 04 ກັນຍາ 2023 ທີ່ ກະຊວງສຶກສາທິການ ແລະ ກິລາ
ວັນທີ 4 ກັນຍາ 2023
ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2023-2024
ວັນທີ 1 ກັນຍາ 2023
ພະແນກສືກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຈັດພິທີໄຂສົກຮຽນໃໝ່ ສົກຮຽນ 2023-2024 ຢ່າງເປັນທາງການ
ວັນທີ 1 ກັນຍາ 2023
ພະແນກສືກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ ຈັດພິທີໄຂສົກຮຽນໃໝ່ ສົກຮຽນ 2023-2024 ຢ່າງເປັນທາງການ
ວັນທີ 21-22 ສິງຫາ 2023
ກອງປະຊຸມ ຜູ້ບໍລິຫານການສຶກສາ, ວີທະຍາສາດ ແລະ ກິລາ ທົ່ວປະເທດ ສົກຮຽນ 2022-2023
ວັນທີ 21-23 ມິຖຸນາ 2023
ຄະນະນໍາກະຊວງສຶກສາທິການ ແລະ ກິລາ ລົງຕິດຕາມ ການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ທົ່ວປະເທດ ສົກຮຽນ 2022-2023 ທີ່ ແຂວງ ວຽງຈັນ
ວັນທີ 31 ພຶດສະພາ 2023
ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມ ໃຫ້ທິດຊີ້ນໍາການເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7)
ສົກຮຽນ 2022-2023
ໃນວັນທີ 31 ພຶດສະພາ 2023 ທີ່ຫ້ອງປະຊຸມ ຕຶກໄອຊີທີ ຊັ້ນທີ 4
ກະຊວງສຶກສາທິການ ແລະ ກິລາ (ຮູບແບບເຊິ່ງໜ້າ ແລະ ອອນລາຍ)
ວັນທີ 23 ພຶດສະພາ 2023 ຫາ 7 ມິຖຸນາ 2023
ຄະນະນັກຮຽນລາວ ສໍາເລັດເຂົ້າຮ່ວມກິດຈະກໍາ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ທັດສະນະສຶກສາຢູ່ ສປ ຈີນ
ວັນທີ 22 ພຶດສະພາ 2023
ນັກຮຽນເກັ່ງລະດັບຊາດ ຂັ້ນປະຖົມສຶກສາ ຂອງ ສປປ ລາວ ຈຳນວນ 100 ນ້ອງ ພ້ອມຄູອາຈານ 25 ທ່ານ ກຽມເຂົ້າຮ່ວມສະເຫຼີມສະຫຼອງວັນເດັກນ້ອຍສາກົນ (1 ມິຖຸນາ)
ພາຍໃຕ້ "ຂໍ້ລິເລີ່ມໜຶ່ງແລວ-ໜຶ່ງເສັ້ນທາງ ເຊື່ອມໂຍງເຊື່ອມຈອດ ປະຊາຊົນສອງຊາດ ລາວ-ຈີນ" ຮ່ວມໃຈຈັບມືກັນ ຄັ້ງທີ 6 ທີ່ ສປ ຈີນ.
ວັນທີ 7 ເມສາ 2023
ພິທີສະຫຼຸບ ການແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ສົກຮຽນ 2022-2023
ວັນທີ 4 ເມສາ 2023
ພິທີເປີດ ການແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ສົກຮຽນ 2022-2023
ວັນທີ 30-31 ມີນາ 2023
ກະຊວງສຶກສາທິການ ແລະ ກິລາ ໄດ້ຖອດຖອນບົດຮຽນວຽກງານຮ່ວມມຶກັບອົງການຈັດຕັ້ງສາກົນ ທີ່ໃຫ້ການຊ່ວຍເຫຼືອຂະແໜງການສຶກສາ ແລະ ກິລາ
ວັນທີ 30 ມີນາ 2023
ໂຮງຮຽນ ມ.ສ ເພຍວັດ ໄດ້ຮັບອາຄານຮຽນຫຼັງໃໝ່ ສາມາດຮອງຮັບນັກຮຽນໄດ້ 1.400 ຄົນ
ວັນທີ 20 ກຸມພາ 2023
ພິທີປະກາດການແຕ່ງຕັ້ງ ທ່ານ ກິ່ງມະໂນ ພົມມະຫາໄຊ ເປັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄົນໃໝ່
ວັນທີ 13 ກຸມພາ 2023
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ມູນນິທິຍີ່ປຸ່ນ ກວດຜ່ານຮັບຮອງຫຼັກສຸດ ປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູພາສາຍີ່ປຸ່ນ
ວັນທີ 7-8 ກຸມພາ 2023
ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຂູມ ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈໍາປີ 2022 ທີ່ ແຂວງ ຫຼວງພະບາງ
ວັນທີ 7 ກຸມພາ 2023
ຄະນະຜູ້ແທນຜູ້ບໍລິຫານ ສສກ ທົ່ວປະເທດ ຢ້ຽມຢາມພ້ອມມອບເຄື່ອງຊ່ວຍເຫຼືອ ໂຮງຮຽນສຶກສາພິເສດ ແຂວງຫຼວງພະບາງ
ວັນທີ 31 ມັງກອນ 2023
ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຂູມສະໄໝສາມັນຄົບຄະນະ ເປີດກວ້າງ ຄັ້ງທີ V ສະໄໝທີ IX ແລະ ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກກະຊວງ
ວັນທີ 30 ມັງກອນ 2023
ກະຊວງສຶກສາທິການ ແລະ ກິລາ ປະດັບຫຼຽນ ແລະ ຍ້ອງຍໍຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 2016-2020 ພ້ອມເປີດບັ້ນແຂ່ງຂັນ ຮອດປີ 2025
ວັນທີ 25 ມັງກອນ 2023
ກອງປະຊຸມ ກວດຜ່ານ ແລະ ຮັບຮອງເນື້ອໃນຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູ ປ.5 ສະບັບປັບປຸງໃໝ່
ວັນທີ 19 ມັງກອນ 2023
ເຜີຍແຜ່ ແລະ ເຊື່ອມຊຶມ ວຽກງານຕ້ານ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ
ວັນທີ 16 ມັງກອນ 2023
ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ພາຍໃນສໍານັກ ແລະ ອ້ອມຂ້າງ ສສກ ບໍາລຸງທິດສະດີການເມືອງ-ການປົກຄອງ 45 ວັນ
ວັນທີ 13 ມັງກອນ 2022
ກະຊວງສຶກສາທິການ ແລະ ກິລາ ຫາລືຄະນະຊີ້ນໍາໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາ ໄລຍະ III
ວັນທີ 19 ທັນວາ 2022
ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມວິສາມັນຄົບຄະນະ ຂອງຄະນະກໍາມາທິການແຫ່ງຊາດເພື່ອການພັດທະນາຊັບພະຍາກອນມະນຸດ




