ຍິນດີຕ້ອນຮັບ ເຂົ້າສູ່ເວັບໄຊ້ ກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ
01 ກັນຍາ 2025 ວັນໄຂສົກຮຽນໃໝ່ ສົກຮຽນ 2025-2026
ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ມື້ໄຂສົກຮຽນໃໝ່ ສົກຮຽນ 2025-2026
ນໍານ້ອງຄືນສູ່ໂຮງຮຽນ
ການສຶກສາ ແມ່ນ ຄວາມຈໍາເປັນພຶ້ນຖານ ສໍາລັບ ທຸກໆອາຊີບ, ການເຂົ້າຮຽນໃນວັນນີ້ ຈະນໍາໄປສູ່ຊີວິດທີ່ສົດໃສ ແລະ ໝັ້ນຄົງໃນອະນາຄົດ." ການສຶກສາ ແມ່ນ ກຸນແຈ ສຳລັບ ອະນາຄົດລູກຫຼານຂອງພວກເຮົາ, ເມື່ອພວກເຮົາໃຫ້ ເຂົາເຈົ້າໄດ້ສືບຕໍ່ຮຽນໜັງສື
ນັ້ນຄືການໃຫ້ ໂອກາດທີ່ບໍ່ມີມື້ສິ້ນສຸດ ເພື່ອໃຫ້ພວກເຂົາມີ ວຽກເຮັດງານທຳທີ່ດີຂຶ້ນ ແລະ ນຳເອົາອະນາຄົດທີ່ສົດໃສມາສູ່ຄອບຄົວຂອງພວກເຮົາ.
ຈົ່ງມີ ຄວາມຮັບຜິດຊອບຮ່ວມກັນ ເພື່ອໃຫ້ລູກຫຼານຂອງພວກເຮົາໄດ້ຮັບການສຶກສາຕາມ ສິດທິ ຂອງເຂົາເຈົ້າ ".
" ການສຶກສາ ແມ່ນ ເສັ້ນທາງໄປສູ່ອະນາຄົດທີ່ດີກວ່າ ຂອງ ລູກຫຼານພວກເຮົາ. ຈົ່ງສົ່ງເຂົາເຈົ້າໄປເຂົ້າໂຮງຮຽນໃນມື້ນີ້
ເພື່ອໃຫ້ເຂົາເຈົ້າໄດ້ມີ ການພັດທະນາການທີ່ດີ, ມີການສຶກສາຢ່າງຮອບດ້ານ ແລະ ເຕີບໃຫຍ່ໄປ ພ້ອມກັບອະນາຄົດທີ່ສົດໃສ.
ພັດທະນາການຂອງເດັກນ້ອຍທຸກໆມື້ຢູ່ໃນໂຮງຮຽນ ແມ່ນບາດກ້າວໄປສູ່ການພັດທະນາທາງດ້ານ ຮ່າງກາຍ, ຈິດໃຈ ແລະ ມັນສະໝອງ
ເພື່ອໃຫ້ເຂົາເຈົ້າເຕີບໂຕເປັນຜູ້ໃຫຍ່ທີ່ມີຄວາມຮູ້ ແລະ ຄວາມສາມາດໃນການດຳລົງຊີວິດຢູ່ໃນສັງຄົມທີ່ສົດໃສໃນອະນາຄົດ ".
ບົດເລື່ອງ 2 ເສັ້ນທາງ
ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບ ລັດຖະບານອົດສະຕຣາລີ ໄດ້ສ້າງວິດີໂອທຳອິດ ຂອງແຜນສ້າງວິດີໂອການສົ່ງເສີມການສຶກສາ ໃນທົ່ວປະເທດຄັ້ງໃໝ່.
ວິດີໂອສົ່ງເສີມການສຶກສາ ເລື່ອງ 2 ເສັ້ນທາງ ແມ່ນເລີ່ມຕອນທຳອິດດ້ວຍເລື່ອງລາວທີ່ເປັນແຮງບັນດານໃຈໃຫ້ ນັກຮຽນ, ພໍ່ແມ່ຜູ້ປົກຄອງ ແລະ ຊຸມຊົນ ເຫັນໄດ້ເຖິງຄຸນຄ່າ ແລະ ຊ່ວຍກັນສະໜັບສະໜູນການສຶກສາ.


