ໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ
ນິຕິກໍາ
ກິດຈະກໍາ ອົງປະກອບທີ 3
ອົງປະກອບທີ 3 ການສະໜັບສະໜູນ ເດັກຍິງທີ່ມີຄວາມສ່ຽງຕໍ່ການປະລະການຮຽນໃນຊັ້ນມັດທະຍົມຕອນຕົ້ນ.
ກິດຈະກຳຫຼັກ 3.1 ການສະໜອງເບ້ຍລ້ຽງ
3.1.1 ທົບທວນແຜນງານການສະໜອງທຶນການສຶກສາທີ່ມີຢູ່.
- ໂດຍອີງໃສ່ການນໍາໃຊ້ຄູ່ມືແນະນໍາການສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນຂອງກະຊວງສຶກສາ ແລະ ຂໍ້ຕົກລົງ
ເບ້ຍລ້ຽງສະບັບປັບປຸງ ເລກທີ: 1609/ສສກ; ລົງວັນທີ: 07 ເມສາ 2025.
3.1.2 ຄັດເລືອກເດັກຍິງທີ່ມີຄວາມສ່ຽງໃນການປະລະ ຫຼື ອອກໂຮງຮຽນ.
- ໂດຍອີງໃສ່ເຄື່ອງມື ຂອງຄູ່ມືແນະນໍາການສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນຂອງກະຊວງສຶກສາ
ໃນການຄັດເລືອກເດັກໃນພື້ນທີ່ເປົ້າໝາຍເພື່ອສະໜອງເບ້ຍລ້ຽງ.
3.1.3 ສະໜອງທຶນການສຶກສາໃຫ້ແກ່ນ້ອງນັກຮຽນຍິງ ຈໍານວນ 800 ຄົນ.
- ການຈ່າຍແມ່ນໂອນເຂົ້າບັນຊີຫຼັກຂອງໂຮງຮຽນ ຫຼື ບັນຊີນັກຮຽນໂດຍກົງ (ນັກຮຽນຈຳເປັນຕ້ອງໄດ້ເປີດບັນຊີ)
3.1.4 ສະໜອງອຸປະກອນເຄື່ອງໄອຊີທີ
ກິດຈະກຳຫຼັກ 3.2 ການກຽມຄວາມພ້ອມກ່ອນເຂົ້າຮຽນຊັ້ນມັດທະຍົມສຶກສາ ແລະ ສະໂມສອນເດັກ.
3.2.1 ທົບທວນຄູ່ມືການຈັດກຽມຄວາມພ້ອມກ່ອນເຂົ້າຮຽນຊັ້ນມັດທະຍົມສຶກສາ.
3.2.2 ຝຶກອົບຮົມໃຫ້ຄູ ແລະ ຜູ້ອໍານວຍການໂຮງຮຽນ ຫຼື ຜູ້ນຳຄ້າຍ.
3.2.3 ສະໜອງເຄື່ອງອຳນວຍຄວາມສະດວກ, ອຸປະກອນການຈັດຕັ້ງຄ້າຍການກຽມຄວາມພ້ອມກ່ອນເຂົ້າຮຽນຊັ້ນມັດທະຍົມສຶກສາ.
- ສະໜອງອຸປະກອນຮັບໃຊ້ກິດຈະກຳ(ເຈ້ຍ, ບິກ, ສໍ, ສໍສີ, ມີດຕັດ, ກາວ, ສະກ໋ອດ, ລຳໂພງ, ໝາກບານເຕະ, ບານຕີ, ກະຕໍ້,
ຕາໜ່າງບານສົ່ງ ແລະ ກະຕໍ້) ໃຫ້ 68 ໂຮງຮຽນເປົ້າໝາຍ.
- ຈັດ 68 ສະໂມສອນອີງຕາມຈຳນວນໂຮງຮຽນ.
- ສະໂມສອນເດັກຍິງຈັດຕັ້ງປະຕິບັດ 08 ຊົ່ວໂມງ ເດືອນໜຶ່ງລວມ 2 ຄັ້ງ; ຄັ້ງລະ 4ຊົ່ວໂມງ (ກະກຽມ 2 ຊົ່ວໂມງ, ປະຕິບັດ 2 ຊົ່ວໂມງ).
3.2.5 ເງີນອຸດໜູນພິເສດສຳລັບເດັກ
- ສະໜອງ 1,000,000 ກີບ ຕໍ່ເດັກ ສໍາລັບ 800 ຄົນ ໄດ້ຮັບທຶນ, ເພື່ອຊື້ອຸປະກອນການຮຽນ ປື້ມ, ບິກ, ສໍ, ໄມ້ບັນທັດ, ກ່ອມປ້າ, ເກີບນັກຮຽນ ແລະ ຊຸດນັກຮຽນ
3.2.7-3.2.8 ສສກ ແລະ ສກຂ ລົງຕິດຕາມຊຸກຍູ້ກິດຈະກຳການກຽມຄວາມພ້ອມກ່ອນເຂົ້າຮຽນຊັ້ນມັດທະຍົມສຶກສາ.
- ສສກ ແລະ ສູນກາງ ລົງຕິດຕາມຊຸກຍູ້ກິດຈະກຳຂັ້ນທ້ອງຖິ່ນ 2 ຄັ້ງ/ປີ
- ສກມ ລົງຕິດຕາມຊຸກຍູ້ກິດຈະກຳຂັ້ນທ້ອງຖິ່ນ 4 ຄັ້ງ/ປີ ຫຼື ອີງຕາມໜ້າວຽກ ແລະ ງົບປະມານ.
3.2.9 ກອງປະຊຸມປະຈໍາປີ
- ຈັດຢູ່ ຂັ້ນແຂວງ ຫຼື ຂັ້ນສູນກາງ.
ເປົ້າໝາຍ ແລະ ຜູ້ໄດ້ຮັບຜົນປະໂຫຍດຂອງອົງປະກອບທີ 3
ກິດຈະກຳ ຈັດຕັ້ງປະຕິບັດຜ່ານມາ
ກິດຈະກຳຫຼັກ 3.1 ສະໜອງເບ້ຍລ້ຽງໃຫ້ເດັກຍິງທີ່ມີຄວາມສ່ຽງ
3.1.1 ທົບທວນແຜນງານການສະໜອງທຶນການສຶກສາທີ່ມີຢູ່.- ສຳເລັດການຈັດກອງປະຊຸມທົບທວນເຜີຍແຜ່ກ່ຽວກັບຄູ່ມືເບ້ຍລ້ຽງ
3.1.2 ຄັດເລືອກເດັກຍິງທີ່ມີຄວາມສ່ຽງທຸກຍາກ, ປະລະ ແລະ ດ້ອຍໂອກາດ.
- ສຳເລັດກອງປະຊຸມ ຝຶກອົບຮົມການນຳໃຊ້ແບບຟອມຄັດເລືອກເປົ້າໝາຍເດັກທຸກຍາກ, ປະລະ ແລະ ດ້ອຍໂອກາດ ໃນວັນທີ 4-5 ກັນຍາ 2025
ທີ່ຫ້ອງປະຊຸມສູນພັດທະນາຜູ້ບໍລິຫານການສຶກສາເມືອງວັງວຽງ; ມີຜູ້ເຂົ້າຮ່ວມທັງໝົດ 25 ທ່ານ ຍິງ 6 ທ່ານ. ສກມ ໄດ້ສ້າງແຜນເພື່ອລົງສົບທົບກັບ ຄພສບ, ໂຮງຮຽນ ໃນການຄັດເລືອກເດັກທີ່ມີຄວາມສ່ຽງ.
- ໂຄງການໄດ້ສະໜອງເງີນອຸດໜູນໃຫ້ແກ່ ສກມ ໃນການລົງເກັບຂໍ້ມູນນັກຮຽນ 09 ເມືອງເປົ້າໝາຍ ຈຳນວນ 600,000ກີບ/ໂຮງຮຽນ ອີງຕາມຈໍານວນໂຮງຮຽນຂອງເມືອງເປົ້າໝາຍ.
3.1.3 ສະໜອງທຶນການສຶກສາໃຫ້ແກ່ນ້ອງນັກຮຽນຍິງຈຳນວນ 800 ຄົນ.
- ກົມສາມັນສຶກສາແຈ້ງການຫາແຂວງ ແລະ ເມືອງ ເພື່ອແຈ້ງໃຫ້ເປົ້າໝາຍໂຮຽຮຽນແນະນຳຜູ້ປົກຄອງ ແລະ ນັກຮຽນ ທີ່ໄດ້ຮັບທຶນເພື່ອໄປເປີດບັນຊີ, ເມືອງສັງລວມບັນຊີນັກຮຽນສົ່ງໃຫ້ກົມສາມັນ ແລະ ໂຄງການ.
- ຂື້ນງົບປະມານໃນການກຽມເບີກຈ່າຍໃຫ້ເດັກທີ່ໄດ້ຮັບທຶນ ນັບແຕ່ເດືອນພະຈິກ-ພຶດສະພາ ສົກຮຽນ 2025-2026.