15 ຄາດໝາຍ ຂະແໜງການສຶກສາທິການ ແລະ ກິລາ ທີ່ສະພາຮັບຮອງ

  1. ອັດຕາເຂົ້າຮຽນ ຂອງເດັກ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນ ສະເລ່ຍທົ່ວປະເທດ ໃຫ້ໄດ້ 83 % ຂຶ້ນໄປ;
  2. ອັດຕາເຂົ້າຮຽນເຂົ້າໃໝ່ ປ.1 ທຽບໃສ່ເດັກ 6 ປີ ໃຫ້ບັນລຸ 98.6% ຂຶ້ນໄປ;
  3. ອັດຕາເຂົ້າຮຽນໃໝ່ລວມ ປ.5 ໃຫ້ບັນລຸ 97.4% ຂຶ້ນໄປ;
  4. ອັດຕາປະລະການຮຽນຂອງນັກຮຽນ ປ.1 ໃຫ້ຫຼຸດຕໍ່າກວ່າ 5.3 %;
  5. ອັດຕາຈົບຊັ້ນປະຖົມສຶກສາ ໃຫ້ໄດ້ 92.2 % ຂຶ້ນໄປ;
  6. ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 ໃຫ້ບັນລຸ 85 % ຂຶ້ນໄປ;
  7. ອັດຕາປະລະການຮຽນ ຂອງນັກຮຽນ ຊັ້ນປະຖົມ ໃຫ້ຫຼຸດຕໍ່າກວ່າ 4 %;
  8. ດັດສະນີຄວາມສະເໝີພາບ ຍິງ-ຊາຍ ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 ໃຫ້ບັນລຸໄດ້ ລະຫວ່າງ 0.99 (ໃຫ້ບັນລຸໄດ້ 0.97-1.03);
  9. ອັດຕາເຂົ້າຮຽນໃໝ່ລວມ ມ.4 ບໍ່ໃຫ້ຫຼຸດ 70 %;
  10. ອັດຕາປະລະການຮຽນຂອງນັກຮຽນ ຊັ້ນມັດທະຍົມຕອນຕົ້ນ ບໍ່ໃຫ້ເກີນ 10 %;
  11. ປະຊາກອນໜຸ່ມ, ຜູ້ປະລະການຮຽນ ໃຫ້ໄດ້ບໍາລຸງ ຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ ໃຫ້ໄດ້ 30.000 ຄົນ;
  12. ຄູຊັ້ນປະຖົມ ແລະ ມັດທະຍົມສຶກສາ ໃຫ້ໄດ້ຮັບການຝຶກອົບຮົມບໍ່ໃຫ້ຫຼຸດ 10 % ຂອງຈໍານວນຄູທັງໝົດ;
  13. ນັກຮຽນທີ່ຮຽນຈົບຊັ້ນມັດທະຍົມຕອນຕົ້ນ ໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ບໍ່ໃຫ້ຫຼຸດ 3.5%;
  14. ສົ່ງເສີມໃຫ້ນັກສຶກສາທີ່ສະໝັກເຂົ້າຮຽນລະດັບມະຫາວິທະຍາໄລ ໄດ້ເຂົ້າຮຽນໃນສາຍວິທະຍາສາດທໍາມະຊາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ ໃຫ້ໄດ້ 2500 ຄົນ;
  15. ສົ່ງເສີມມວນຊົນທຸກເພດ, ທຸກໄວ ໄດ້ເຂົ້າຮ່ວມການຫັດກາຍະບໍລິຫານ, ການອອກກຳລັງກາຍ ແລະ ການຫຼິ້ນກິລາກາຍະກໍາ ໃຫ້ໄດ້ 33 % ຂອງພົນລະເມືອງ.
    1. ^ ເລື່ອນຂຶ້ນເທິງ