ເອກະສານ ວຽກພັກ

ຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ X

ມະຕິ

ລ.ດ ເນື້ອໃນເອກະສານ ສະບັບເລກທີ / ລົງວັນທີ ດາວໂຫລດ
#   ມະຕິຕົກລົງ ຂອງ ຄະນະບໍລິຫານງານ ສູນກາງພັກ ວ່າດ້ວຍ ການປະກາດໃຊ້ ກົດລະບຽບພັກປະຊາຊົນລາວ ສະໄໝທີ XI 01 /ຄບສພ,
ລົງວັນທີ ວັນທີ 29 ມີນາ 2021
ມະຕິຕົກລົງ ຂອງ ຄະນະບໍລິຫານງານ ສູນກາງພັກ ວ່າດ້ວຍ ການປະກາດໃຊ້ ກົດລະບຽບພັກປະຊາຊົນລາວ ສະໄໝທີ XI
#   ມະຕິ ວ່າດ້ວຍ ການສ້າງແຜນກໍ່ສ້າງ-ບໍາລຸງພະນັກງານນໍາພາ-ຄຸ້ມຄອງ 073 /ກມສພ,
ລົງວັນທີ ວັນທີ 14 ພຶດສະພາ 2019
ມະຕິ ວ່າດ້ວຍ ການສ້າງແຜນກໍ່ສ້າງ-ບໍາລຸງພະນັກງານນໍາພາ-ຄຸ້ມຄອງ
#   ມະຕິ ວ່າດ້ວຍ ລະບອບການຮໍ່າຮຽນທິດສະດີການເມືອງ 072 /ກມສພ,
ລົງວັນທີ ວັນທີ 14 ພຶດສະພາ 2019
ມະຕິ ວ່າດ້ວຍ ລະບອບການຮໍ່າຮຽນທິດສະດີການເມືອງ
#   ມະຕິ ວ່າດ້ວຍ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ 032 /ກມສພ,
ລົງວັນທີ ວັນທີ 03 ມັງກອນ 2018
ມະຕິ ວ່າດ້ວຍ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ
#   ມະຕິ ວ່າດ້ວຍ ວຽກງານຄຸ້ມຄອງພະນັກງານ 031 /ກມສພ,
ລົງວັນທີ ວັນທີ 03 ມັງກອນ 2018
ມະຕິ ວ່າດ້ວຍ ວຽກງານຄຸ້ມຄອງພະນັກງານ
#   ມະຕິ ວ່າດ້ວຍ ມາດຕະຖານ ຂອງ ພະນັກງານ ນໍາພາ-ຄຸ້ມຄອງ 030 /ກມສພ,
ລົງວັນທີ ວັນທີ 03 ມັງກອນ 2018
ມະຕິ ວ່າດ້ວຍ ມາດຕະຖານ ຂອງ ພະນັກງານ ນໍາພາ-ຄຸ້ມຄອງ
#   ມະຕິ ຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍ ການປະຕິບັດນະໂຍບາຍເງິນອຸດໜູນກໍາມະການພັກເມືອງທີ່ບໍ່ມີເງິນເດືອນ 98 /ຄລສພ,
ລົງວັນທີ ວັນທີ ພະຈິກ 2014
ມະຕິ ຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍ ການປະຕິບັດນະໂຍບາຍເງິນອຸດໜູນກໍາມະການພັກເມືອງທີ່ບໍ່ມີເງິນເດືອນ

^ ເລື່ອນຂຶ້ນເທິງ

ຄໍາສັ່ງ

ລ.ດ ເນື້ອໃນເອກະສານ ສະບັບເລກທີ / ລົງວັນທີ ດາວໂຫລດ
#   ຄໍາສັ່ງ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ 411 /ຄລສພ,
ລົງວັນທີ ວັນທີ 08 ສິງຫາ 2023
ຄໍາສັ່ງ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ
#   ຄໍາສັ່ງ ຂອງ ຄະນະເລຂາທິການສຸນກາງພັກ ວ່າດ້ວຍ ການກະກຽມດໍາເນີນກອງປະຊຸມໃຫຍ່ ຂອງ ອົງຄະນະພັກ ກະຊວງ-ອົງການ,
  ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານ ໃນຂອບເຂດທົ່ວປະເທດ
04 /ຄລສພ,
ລົງວັນທີ ວັນທີ 07 ພຶດສະພາ 2018
ຄໍາສັ່ງ ຂອງ ຄະນະເລຂາທິການສຸນກາງພັກ ວ່າດ້ວຍ ການກະກຽມດໍາເນີນກອງປະຊຸມໃຫຍ່ ຂອງ ອົງຄະນະພັກ ກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານ ໃນຂອບເຂດທົ່ວປະເທດ
#   ຄໍາສັ່ງ ວ່າດ້ວຍ ການເພີ່ມທະວີ ການກໍ່ສ້າງ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 01 /ກມສພ,
ລົງວັນທີ ວັນທີ 03 ມັງກອນ 2018
ຄໍາສັ່ງ ວ່າດ້ວຍ ການເພີ່ມທະວີ ການກໍ່ສ້າງ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ
#   ຄໍາສັ່ງ ວ່າດ້ວຍ ການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງ ຄະນະບໍລິຫານງານພັກ ແຕ່ລະຂັ້ນ 268 /ຄລສພ,
ລົງວັນທີ ວັນທີ 20 ມັງກອນ 2023
268.ຄລສພ 20.01.2023 - ຄໍາສັ່ງ ວ່າດ້ວຍ ການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງ ຄະນະບໍລິຫານງານພັກ ແຕ່ລະຂັ້ນ

^ ເລື່ອນຂຶ້ນເທິງ

ຄໍາແນະນໍາ

ລ.ດ ເນື້ອໃນເອກະສານ ສະບັບເລກທີ / ລົງວັນທີ ດາວໂຫລດ
#   ຄໍາແນະນໍາ ການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການກະຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ 211 /ຄຈສພ,
ລົງວັນທີ ວັນທີ 16 ສິງຫາ 2023
ຄໍາແນະນໍາການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ
#   ຄໍາແນະນໍາ ການຈັດຕັ້ງປະຕິບັດ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການດໍາເນີນກອງປະຊຸມຄົບຄະນະກາງສະໄໝ
  ຂອງ ຄະນະບໍລິຫານງານພັກ ແຕ່ລະຂັ້ນ
25 /ຄຈສພ,
ລົງວັນທີ ວັນທີ 24 ມັງກອນ 2023
ຄໍາແນະນໍາ ການຈັດຕັ້ງປະຕິບັດ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງ ຄະນະບໍລິຫານງານພັກ ແຕ່ລະຂັ້ນ
#   ຄຳແນະນຳ ກ່ຽວກັບ ການຈັດຕັ້ງປະຕິບັດຂອງກົມການເມືອງສູນກາງພັກ 204 /ຄຈສພ,
ລົງວັນທີ ວັນທີ 05 ພະຈິກ 2019
ຄຳແນະນຳ ກ່ຽວກັບ ການຈັດຕັ້ງປະຕິບັດຂອງກົມການເມືອງສູນກາງພັກ
#   ຄໍາແນະນໍາ ກ່ຽວກັບ ການຈັດຕັ້ງປະຕິບັດຄຳສັ່ງແນະນຳຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການກະກຽມດຳເນີນກອງປະຊຸມໃຫຍ່
  ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ໃນຂອບເຂດທົ່ວປະເທດ.
784 /ຄຈສພ,
ລົງວັນທີ ວັນທີ 14 ກັນຍາ 2018
ຄໍາແນະນໍາ ກ່ຽວກັບ ການຈັດຕັ້ງປະຕິບັດຄຳສັ່ງແນະນຳຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ໃນຂອບເຂດທົ່ວປະເທດ
#   ຄໍາແນະນໍາ ກ່ຽວກັບ ການຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍ ມາດຕະຖານຂອງພະນັກງານນຳພາ 292 /ຄຈສພ,
ລົງວັນທີ ວັນທີ 26 ເມສາ 2018
ຄໍາແນະນໍາ ກ່ຽວກັບ ການຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍ ມາດຕະຖານຂອງພະນັກງານນຳພາ
#   ຄໍາແນະນໍາ ກ່ຽວກັບ ການຈັດຕັັ້ງປະຕິບັດ ຄໍາສັ່ງຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ການເພີ່ມທະວີ ກໍ່ສ້າງໜ່ວຍພັກປອດໃສ,
  ເຂັ້ມແຂງ, ໜັກແໜ້ນ
291 /ຄຈສພ,
ລົງວັນທີ ວັນທີ 26 ເມສາ 2018
 ຄໍາແນະນໍາ ກ່ຽວກັບ ການຈັດຕັັ້ງປະຕິບັດ ຄໍາສັ່ງຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

^ ເລື່ອນຂຶ້ນເທິງ

ຂໍ້ກໍານົດ

ລ.ດ ເນື້ອໃນເອກະສານ ສະບັບເລກທີ / ລົງວັນທີ ດາວໂຫລດ
#   ຂໍ້ກໍານົດ ວ່າດ້ວຍ ການຢັ້ງຢືນລະດັບທິດສະດີການເມືອງ 01 /ຄລສພ,
ລົງວັນທີ ວັນທີ 15 ພຶດສະພາ 2019
ຂໍ້ກໍານົດ ວ່າດ້ວຍ ການຢັ້ງຢືນລະດັບທິດສະດີການເມືອງ


5 ຫຼັກການ

  1. ພັກປະຊາຊົນ ປະຕິວັດລາວ ຕ້ອງຢຶດໝັ້ນ ລັດທິມາກ-ເລນິນ ແນວຄິດປະທານໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ ທິດສະດີຂອງພັກ ເສີມຂະຫຍາຍລັກສະນະ ນໍາໜ້າ ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ ຂອງຊົນຊັ້ນກໍາມະກອນ ກໍ່ສ້າງ ປັບປຸງຕົນເອງ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ.
  2. ພັກປະຊາຊົນ ປະຕິວັດລາວ ຕ້ອງຈັດຕັ້ງຫຼັກການ ລວມສູນປະຊາທິປະໄຊ ນໍາພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບ ພັກ ມີລະບຽບວິໄນຢ່າງເຂັ້ມງວດ ເຄົາລົບ ແລະ ປະຕິບັດລະບຽບ ກົດໝາຍ ແລະ ລັດຖະທໍາມະນູນ ສະມາຊິກພັກ ສະເໝີພາບກັນ ບົນພື້ນຖານກົດລະບຽບພັກ ແລະ ກົດໝາຍຂອງລັດ.
  3. ພັກປະຊາຊົນ ປະຕິວັດລາວ ຕ້ອງຖືເອົາຄວາມສາມັກຄີເປັນປຶກແຜ່ນ ເປັນຫຼັກການພຶ້ນຖານ ຂອງພັກ ບົນພື້ນຖານແນວທາງ ນະໂຍບາຍ ແລະ ກົດລະບຽບພັກ ຮັບປະກັນ ຄວາມເປັນເອກະພາບ ທາງດ້ານການເມືອງ-ແນວຄິດ ການຈັດຕັ້ງ ແລະ ການນໍາພາຂອງພັກ.
  4. ພັກປະຊາຊົນ ປະຕິວັດລາວ ຕ້ອງຖືເອົາປະຊາຊົນເປັນກົກ ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດສັດຊື່ ເຄື່ອນໄຫວຕາມແນວທາງຂອງມະຫາຊົນ ອີງໃສ່ ມະຫາຊົນ ແລະ ຜ່ານຂະບວນການປະຕິວັດຂອງມະຫາຊົນ ເພື່ອກໍ່ສ້າງ ແລະ ຂະຫຍາຍພັກ.
  5. ພັກປະຊາຊົນ ປະຕິວັດລາວ ຕ້ອງຖືເອົາ ການຕິຊົມຕົນເອງ ຕິຊົມກັນເປັນກົດເກນແຫ່ງການ ຄົງຕົວ ແລະ ຂະຫຍາຍຕົວຂອງພັກ.


3 ທິດຊີ້ນໍາ

  1. ກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ການຈັດຕັ້ງ ແລະ ແບບແຜນ ວິທີນໍາພາຂອງພັກ ເພີ່ມທະວີວຽກງານປ້ອງກັນພັກ ເດັດດ່ຽວຕ້ານການເສື່ອມຄຸນທາດການເມືອງ ພາຍໃນພັກ.
  2. ກໍ່ສ້າງ ປັບປຸງພັກ ຕ້ອງຖືເອົາຄຸນນະພາບເປັນກົກ ຮັບເອົາຜູ້ທີ່ດີເດັ່ນ ມີມາດຖານ ແລະ ເງື່ອນໄຂຄົບຖ້ວນ ເຂົ້າເປັນສະມາຊິກພັກ ເດັດດ່ຽວເອົາຜູ້ເສື່ອມຄຸນທາດອອກຈາກພັກ ພັກບູລະນະ ແລະ ພັດທະນາຕົນເອງ ຢ່າງບໍ່ຢຸດຢັ້ງ ເພື່ອທຽມທັນກັບຄວາມຮຽກຮ້ອງຕ້ອງການແຫ່ງການນໍາພາຂອງພັກໃນແຕ່ລະໄລຍະ.
  3. ສົມທົບແໜ້ນລະຫວ່າງ ການເພີ່ມທະວີການນໍາພາຂອງພັກກັບການເຊີດຊູຄວາມສັກສິດໃນການຄຸ້ມຄອງ ຂອງລັດເສີມຂະຫຍາຍບົດບາດເປັນ ເຈົ້າການຂອງແນວລາວສ້າງຊາດ ບັນດາອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ.


11 ຂໍ້ຫ້າມ

  1. ຫ້າມເອົາຂໍ້ມູນ, ຂ່າວສານ ແລະ ເອກະສານ ຕ່າງໆ ທີ່ເປັນຄວາມລັບຂອງຊາດ,ຂອງພັກ, ຂອງລັດ ຂອງກົມກອງອອກເຜີຍແຜ່, ແຈກຢາຍດ້ວຍຮູບການຕ່າງໆ.
  2. ຫ້າມກໍ່ພັກແຍກພວກ, ແບ່ງແຍກຄວາມ ສາມັກຄີພາຍໃນພັກ, ຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນບັນດາເຜົາ ແລະ ການກະ ທຳຫຼາຍເຄົ້າ, ຫຼາຍພັກການເມືອງ.
  3. ຫ້າມແກ້ແຄ້ນ, ປາບປາມ, ດ້ານບັງຄັບ, ນາບຂູ່ທຸກຮູບແບບ ຕໍ່ຜູ້ກ່າວຟ້ອງ, ຜູ້ຕຳນິສົ່ງຂ່າວ ແລະ ຜູ້ສະເໜີຂໍ້ມູນລາຍງານຫຍໍ້ທໍ້ຕ່າງໆຂອງ ຕົນ ໃຫ້ແກ່ການຈັດຕັ້ງພັກ ແລະ ຂັ້ນເທິງ.
  4. ຫ້າມຈັດຕັ້ງ,ເຄຶ່ອນໄຫວ, ເຂົ້າຮ່ວມຊຸມນຸມປະທ້ວງດ້ານການຈັດຕັ້ງພັກ-ລັດ ແລະ ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີແນວທາງນະໂຍບາຍຂອງພັກ, ທັບຖົມໂຈມຕີບຸກຄົນ ຫຼື ການຈັດຕັ້ງ ແລະ ລະບອບປະຊາປະໄຕປະຊາຊົນລາວ.
  5. ຫ້າມສວຍໃຊ້ໜ້າທີ່ຕຳແໜ່ງ ສິດອໍານາດຂອງ ຕົນ ຫຼື ແອບອ້າງຖານະຊື່ສຽງຂອງບຸກຄົນອື່ນ ເພື່ອສະແຫວງຫາຜົນປະໂຫຍດແກ່ຕົນເອງ, ຄອບຄົວ, ຍາດພີ່ນ້ອງ ແລະ ບຸກຄົນອຶ່ນ ເຊິ່ງເປັນພຶດຕິກຳການ ສໍ້ລາດບັງຫຼວງ.
  6. ຫ້າມສະມາຊິກພັກ ທີ່ເປັນພະນັກງານ ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານລັດວິສາຫະກິດທີ່ມີຖານະຕຳແໜ່ງ,ອຳນາດ ລວມູທັງເລຂາໜ່ວຍພັກ ແລະ ນາຍບ້ານ ແຕ່ງຕັ້ງ,ບັນຈຸສັບຊ້ອນ ຜົວ ຫຼື ເມຍ, ລູກ ຫຼື ຍາດ ໃກ້ຊິດ
       ຮັບຜິດຊອບວຽກງານຈັດຕັ້ງ-ພະນັກງານ ວຽກງານກວດກາ, ເປັນເລຂາ, ບັນຊີການເງິນ, ນາຍຄັງ ນາຍສາງ ຫຼືເປັນຜູ້ຈັດຊື້ ແລະ ຈັດຈ້າງຕ່າງໆ ຢູ່ໃນການຈັດຕັ້ງທີ່ຕົນຮັບຜິດຊອບ.
  7. ຫ້າມສະມາຊິກພັກ ທີ່ເປັນພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດທີ່ຍັງປະຈຳການ ເປັນຜູ້ອຳນວຍການ, ເປັນຄະນະອຳນວຍການ, ເປັນຜູ້ຈັດການວິສາຫະກິດ, ເປັນທີ່ປຶກສາໃຫ້ແກ່ວິສາຫະກິດເອກະຊົນ
       ທັງພາຍໃນ ແລະ ຕ່າງປະເທດ(ຍົກເວັ້ນຜູ້ທີ່ໄດ້ຖືກແຕ່ງຕັ້ງມອບໝາຍຈາກການຈັດຕັ້ງ)
  8. ຫ້າມປອມແປງເອກະສານ, ນຳໃຊ້ເອກະສານປອມ, ກົດໜ່ວງ ຖ່ວງດຶງເອກະສານຕ່າງໆ ເພື່ອຫາຜົນປະໂຫຍດສ່ວນຕົວ, ຄອບຄົວ, ຍາດພີ່ນ້ອງ ແລະ ບຸກຄົນອື່ນໆ; ປົກປິດ, ເຊື່ອງອຳຂໍ້ມູນ, ຫຼັກຖານ ຫຼື ລາຍງານບໍ່ຖືກກັບຄວາມຈິງ,
       ບໍ່ໃຫ້ການຮ່ວມມືກັບການຈັດຕັ້ງທີ່ກ່ຽວຂ້ອງ ໃນການປະຕິບັດໜ້າທີ່.
  9. ຫ້າມຍັກຍອກ, ສໍ້ໂກງເອົາຊັບສິນ, ເງິນຄຳຂອງລັດ, ລວມໝູ່ ຫຼື ຂອງພົນລະເມືອງ; ຫ້າມນຳໃຊ້ງົບປະມານ, ຊັບສິນຂອງລັດ, ລວມໝູ່ ຫຼື ປຸກລະດົມ ການອຸປະຖຳໃນທຸກຮູບແບບ ເພື່ອຈັດງານຕ່າງໆ ຫຼື ເອົາໄປເຮັດຂອງຂວັນ,
        ຂອງຕ້ອນຮັບໃຊ້ສ່ວນຕົວ, ຄອບຄົວ, ຍາດພີ່ນ້ອງ ແລະ ບຸກຄົນອື່ນໆ.
  10. ຫ້າມຄອບຄອງ ນຳໃຊ້ສັບສິນຂອງລັດ, ລວມໝູ່ ເກີນກຳນົດທີ່ອະນຸຍາດ; ຫ້າມຫັນ, ໂອນ, ໃຫ້ຜູ້ອື່ນເຊົ່າ ຫຼື ເອົາໄປນຳໃຊ້ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບຂອງລັດ.
  11. ຫ້າມຫຼິ້ນກິນຟຸມເຟືອຍ, ຈັດງານປະເພນີ ທີ່ເປັນການສ້າງຄ່ານິຍົນທີ່ບໍ່ຖືກຕ້ອງ; ຫ້າມຫຼິ້ນ ແລະ ສ້າງເງື່ອນໄຂອຳນວນຄວາມສະດວກໃນການຫຼິ້ນພະນັນທີ່ຕ້ອງຫ້າມ; ຫ້າມເຄື່ອນໄຫວເປັນ ໝໍຜີ, ໝໍດູ ແລະ ສວຍໃຊ້
         ສາດສະໜາເຄື່ອນໄຫວທີ່ຜິດຕໍ່ກົດໝາຍ; ການຢູ່ຮ່ວມກັບບຸກຄົນອື່ນສະຖານະຜົວ ຫຼື ເມຍ ແລະ ຫ້າມແຕ່ງງານ ກັບຄົນຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.
         ສະມາຊິກພັກທີ່ມີການລະເມີດຂໍ້ຫ້າມດັ່ງກ່າວ ຈະຖືກສຳຫຼວດ, ກວດກາ, ສຶກສາອົບຮົມ ແລະ ລົງວິໄນຢ່າງເຂັ້ມງວດ.



^ ເລື່ອນຂຶ້ນເທິງ