ຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກຸ່ມໂຮງຮຽນ

ລ.ດ ເນື້ອໃນເອກະສານ ສະບັບເລກທີ / ລົງວັນທີ ດາວໂຫລດ
#   ຂໍ້ຕົກລົງ ວ່າດ້ວຍ ກຸ່ມໂຮງຮຽນຕົວແບບ ຊັ້ນປະຖົມສຶກສາ 9154/ສສກ,
ລົງວັນທີ ວັນທີ 06 ທັນວາ 2024
ຂໍ້ຕົກລົງ ວ່າດ້ວຍ ກຸ່ມໂຮງຮຽນຕົວແບບ ຊັ້ນປະຖົມສຶກສາ
#   ຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກຸ່ມໂຮງຮຽນມັດທະຍົມ 3683/ສສກ,
ລົງວັນທີ ວັນທີ 05 ສິງຫາ 2019
PDF
#   ຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກຸ່ມໂຮງຮຽນປະຖົມ 4868/ສສກ.ອປ
ລົງວັນທີ ວັນທີ 15 ກັນຍາ 2016
PDF

ຄູ່ມືແນະນໍາ ການຈັດຕັ້ງ ແລະ ເຄື່ອນໄຫວ ກຸ່ມໂຮງຮຽນ

ລ.ດ ເນື້ອໃນເອກະສານ ສະບັບເລກທີ / ລົງວັນທີ ດາວໂຫລດ
#   ຄູ່ມືແນະນໍາ ການຈັດຕັ້ງ ແລະ ເຄື່ອນໄຫວ ກຸ່ມໂຮງຮຽນປະຖົມ
ລົງວັນທີ ວັນທີ 22 ສິງຫາ 2019 PDF
#   ຄູ່ມືແນະນໍາ ການຈັດຕັ້ງ ແລະ ເຄື່ອນໄຫວ ກຸ່ມໂຮງຮຽນມັດທະຍົມ
ລົງວັນທີ ວັນທີ 30 ທັນວາ 2020 PDF

ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບການສ້າງຕັ້ງກຸ່ມໂຮງຮຽນມັດທະຍົມ ໂຄງການ EESDP

ລ.ດ ເນື້ອໃນເອກະສານ ສະບັບເລກທີ / ລົງວັນທີ ດາວໂຫລດ
#   ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບການສ້າງຕັ້ງກຸ່ມໂຮງຮຽນມັດທະຍົມ
  ພາຍໃນ ເມືອງ ແລະ ແຂວງ ເປົ້າໝາຍ ຂອງ ໂຄງການພັດທະນາຂະແໜງການຍ່ອຍການສຶກສາ
  ເພື່ອການຈ້າງງານ (EESDP)
923/ສສກ
ລົງວັນທີ ວັນທີ 10 ມີນາ 2023
ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບການສ້າງຕັ້ງກຸ່ມໂຮງຮຽນມັດທະຍົມ ພາຍໃນ ເມືອງ ແລະ ແຂວງ ເປົ້າໝາຍ <br>
										ຂອງ ໂຄງການພັດທະນາຂະແໜງການຍ່ອຍການສຶກສາ ເພື່ອການຈ້າງງານ (EESDP)

^ ເລື່ອນຂຶ້ນເທິງ

ສະຖິຕິ

^ ເລື່ອນຂຶ້ນເທິງ

ຄວາມເປັນມາ

ການຈັດຕັ້ງກຸ່ມໂຮງຮຽນສະແດງໃຫ້ເຫັນເຖິງຮູບແບບ ລັກສະນະຂອງລະບົບການສຶກສາ ທີ່ມີຈຸດປະສົງເພື່ອແນ່ໃສ່ ປັບປຸງຄຸນນະພາບການສຶກສາ ຢູ່ໃນໂຮງຮຽນ. ການຈັດຕັ້ງກຸ່ມໂຮງນຽນແມ່ນຮູບແບບໜຶ່ງ ທີ່ໂຮງຮຽນໃຈກາງ ແລະ ໂຮງຮຽນສະມາຊິກກຸ່ມ ເຮັດວຽກຢ່າງປະສົມກົມກຽວກັນ ເພື່ອຮວບຮວມ ແລະ ຊົມໃຊ້ຊັບພະຍາກອນທີ່ມີຢູ່ຮ່ວມກັນ, ແລກປ່ຽນວິທີສອນຮ່ວມກັນ, ຊ່ວຍເຫຼືອກັນ, ແຂ່ງຂັນກັນ ແລະ ຮ່ວມມືກັນເປັນຢ່າງດີ.

ກຸ່ມໂຮງຮຽນປະຖົມ

ການສ້າງຕັ້ງກຸ່ມໂຮງຮຽນປະຖົມ ໄດ້ເລີ່ມການທົດລອງ ໃນສົກຮຽນ 1989-1990 ໃນໂຮງຮຽນປະຖົມປາກຫາງ ບ້ານພະທາວ, ເມືອງທຸລະຄົມ, ແຂວງວຽງຈັນ. ໃນປີ 1992 ການສ້າງຕັ້ງກຸ່ມໂຮງຮຽນ ຈຶ່ງໄດ້ຂະຫຍາຍອອກໄປອີກ 7 ແຂວງ ແຂວງລະ 1 ກຸ່ມ ໂດຍແມ່ນອົງການອຸຍແນັດສະໂກ ໃຫ້ການສະໜັບສະໜູນ.

ຈາກນັ້ນ, ອົງການອຸຍນີເຊັບ, ອົງການຊ່ວຍເຫຼືອເດັກສາກົນ ແລະ ອົງການຈັດຕັ້ງຕ່າງໆ ໄດ້ຊ່ວຍສະໜັບສະໜູນ ການສ້າງຕັ້ງ ແລະ ຂະຫຍາຍ ກຸ່ມໂຮງຮຽນ, ໃນປີ 2006 ມີຈໍານວນກຸ່ມໂຮງຮຽນປະຖົມ ທັງໝົດ 352 ກຸ່ມ.

ໃນປີ 2016 ອົງການອຸຍນີເຊັບ ແລະ ອົງການຊ່ວຍເຫຼືອເດັກສາກົນ ໄດ້ໃຫ້ການສະໜັບສະໜູນໃນການສ້າງ ຂໍ້ຕົກວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງກຸ່ມໂຮງຮຽນປະຖົມ ສະບັບເລກທີ 4868/ສສກ.ອປ, ລົງວັນທີ 15 ກັນຍາ 2016 ແລະ ຄູ່ມືແນະນໍາ ການຈັດຕັ້ງ ແລະ ເຄື່ອນໄຫວ ກຸ່ມໂຮງຮຽນປະຖົມ.

ໃນປີ 2019 ປັບປຸງ ຄູ່ມືແນະນໍາ ການຈັດຕັ້ງ ແລະ ເຄື່ອນໄຫວ ກຸ່ມໂຮງຮຽນປະຖົມ ແລະ ມາຮອດປັດຈຸບັນນີ້ມີກຸ່ມໂຮງຮຽນທັງໝົດ 1.444 ກຸ່ມ.

ກຸ່ມໂຮງຮຽນມັດທະຍົມ

ກຸ່ມໂຮງຮຽນມັດທະຍົມ ເລີ່ມສ້າງຕັ້ງກຸ່ມໂຮງຮຽນ ໃນປີ 2001 ໂດຍຖືເອົາໂຮງຮຽນ ມສ ໂພນໝີ ເມືອງ ວຽງຄໍາ, ແຂວງວຽງຈັນ ເປັນໂຮງຮຽນໃຈກາງກຸ່ມ ເປັນກຸ່ມທີ່ບໍ່ຢູ່ໃນເມືອງດຽວກັນ. ໃນປີ 2011 ໄດ້ສ້າງຕັ້ງ 2 ກຸ່ມໂຮງຮຽນ ໃນເມືອງປາກກະດິງ, ແຂວງບໍລິຄໍາໄຊ ເຊິ່ງມີໂຮງຮຽນ ມສ ປາກກະດິງ ແລະ ມສ ວຽງຄໍາ ເປັນໂຮງຮຽນໃຈກາງກຸ່ມ. ໃນປີ 2019 ໄດ້ສ້າງ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ກຸ່ມໂຮງຮຽນມັດທະຍົມ ສະບັບເລກທີ 3683/ສສກ, ລົງວັນທີ 5 ສິງຫາ 2019. ໃນປີ 2020 ໄດ້ສ້າງ ຄູ່ມື ການຈັດຕັ້ງ ແລະ ເຄື່ອນໄຫວ ກຸ່ມໂຮງຮຽນມັດທະຍົມ.

^ ເລື່ອນຂຶ້ນເທິງ