ການສະໜອງອາຫານທ່ຽງໃນໂຮງຮຽນ

ການສະໜອງອາຫານທ່ຽງໃນໂຮງຮຽນ

ດໍາລັດ

ລ.ດ ເນື້ອໃນເອກະສານ ສະບັບເລກທີ / ລົງວັນທີ ດາວໂຫລດ
#   📢 ດໍາລັດ ວ່າດ້ວຍ ການສົ່ງເສີມອາຫານທ່ຽງໃນໂຮງຮຽນ 283 /ລບ,
ລົງວັນທີ ວັນທີ 11 ສິງຫາ 2022
#   📙 ປື້ມ ດໍາລັດ ວ່າດ້ວຍ ການສົ່ງເສີມອາຫານທ່ຽງໃນໂຮງຮຽນ 283 /ລບ,
ລົງວັນທີ ວັນທີ 11 ສິງຫາ 2022
ປື້ມດໍາລັດ ວ່າດ້ວຍ ການສົ່ງເສີມອາຫານທ່ຽງໃນໂຮງຮຽນ

^ ເລື່ອນຂຶ້ນເທິງ

ຂໍ້ຕົກລົງ

ລ.ດ ເນື້ອໃນເອກະສານ ສະບັບເລກທີ / ລົງວັນທີ ດາວໂຫລດ
#   📌 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງໂຮງຮຽນທີ່ມີອາຫານທ່ຽງໃນໂຮງຮຽນ 2877 /ລບ,
ລົງວັນທີ ວັນທີ 22 ມິຖຸນາ 2023
ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງໂຮງຮຽນທີ່ມີອາຫານທ່ຽງໃນໂຮງຮຽນ
#   📌 ຂໍ້ຕົກລົງ ວ່າດ້ວຍ ໂຮງຮຽນຕົວແບບ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນປະຖົມສຶກສາ 2876 /ລບ,
ລົງວັນທີ ວັນທີ 22 ມິຖຸນາ 2023
ຂໍ້ຕົກລົງ ວ່າດ້ວຍ ໂຮງຮຽນຕົວແບບວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນປະຖົມສຶກສາ
#   📌 ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ເຂົ້າຮ່ວມ ກອງປະຊຸມເຜີຍແຜ່ ດໍາລົດ ວ່າດ້ວຍ ການສົ່ງເສີມອາຫານທ່ຽງໃນໂຮງຮຽນ 3290 /ສສກ,
ລົງວັນທີ ວັນທີ 11 ກໍລະກົດ 2023
ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ເຂົ້າຮ່ວມກອງປະຊຸມເຜີຍແຜ່ດໍາລົດ ວ່າດ້ວຍ ການສົ່ງເສີມອາຫານທ່ຽງໃນໂຮງຮຽນ

^ ເລື່ອນຂຶ້ນເທິງ

ຄໍາແນະນໍາ

ລ.ດ ເນື້ອໃນເອກະສານ ສະບັບເລກທີ / ລົງວັນທີ ດາວໂຫລດ
#   ⭐ ຄໍາແນະນໍາ ກ່ຽວກັບ ການສ້າງ ແລະ ປະເມີນ ໂຮງຮຽນຕົວແບບ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນປະຖົມສຶກສາ 2875 /ລບ,
ລົງວັນທີ ວັນທີ 22 ມິຖຸນາ 2023
ຄໍາແນະນໍາ ກ່ຽວກັບ ການສ້າງ ແລະ ປະເມີນ ໂຮງຮຽນຕົວແບບວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນປະຖົມສຶກສາ

^ ເລື່ອນຂຶ້ນເທິງ

ຂຶ້ນແຜນງົບປະມານ

ລ.ດ ເນື້ອໃນເອກະສານ ສະບັບເລກທີ / ລົງວັນທີ ດາວໂຫລດ
#   📌 ຂໍ້ຕົກລົງ ວ່າດ້ວຍ ການມອບຄວາມຮັບຜິດຊອບໃນການຂຶ້ນແຜນງົບປະມານ ແລະ ເບີກຈ່າຍເງິນ ອາຫານທ່ຽງໃນໂຮງຮຽນ 1584 /ສສກ,
ລົງວັນທີ ວັນທີ 03 ພຶດສະພາ 2023
ຂໍ້ຕົກລົງ ວ່າດ້ວຍ ການມອບຄວາມຮັບຜິດຊອບໃນການຂຶ້ນແຜນງົບປະມານ ແລະ ເບີກຈ່າຍເງິນອາຫານທ່ຽງໃນໂຮງຮຽນ
#   📢 ແຈ້ງການ ການຂຶ້ນແຜນແບ່ງປັນຄ່າອາຫານທ່ຽງ ໃນໂຮງຮຽນ ແລະ ລົງຕິດຕາມ, ຊຸກຍູ້, ກວດກາ ແລະ ປະເມີນ
  ວຽກງານດັ່ງກ່າວ ປະຈໍາປີ 2023 ເປັນຕົ້ນໄປ
1924 /ຫກ,
ລົງວັນທີ ວັນທີ 09 ພຶດສະພາ 2023
ແຈ້ງການ ການຂຶ້ນແຜນແບ່ງປັນຄ່າອາຫານທ່ຽງໃນໂຮງຮຽນ ແລະ ລົງຕິດຕາມ, ຊຸກຍູ້, ກວດກາ ແລະ ປະເມີນວຽກງານດັ່ງກ່າວ ປະຈໍາປີ 2023 ເປັນຕົ້ນໄປ

^ ເລື່ອນຂຶ້ນເທິງ

ບົດສະຫຼຸບ

ລ.ດ ເນື້ອໃນເອກະສານ ດາວໂຫລດ
#   ⭐ ຜົນວິໄຈການໄດ້ຮັບຈາກການລົງທືນໃສ່ວຽກງານອາຫານໃນໂຮງຮຽນ ໃນ ສປປ ລາວ ( ບົດສະຫຼຸບຜົນໄດ້ຮັບໂດຍສັງເຂບ)
       "Saving Lives Changing Lives"
ຜົນວິໄຈການໄດ້ຮັບຈາກການລົງທືນໃສ່ວຽກງານອາຫານໃນໂຮງຮຽນ ໃນ ສປປ ລາວ Saving Lives Changing Lives

^ ເລື່ອນຂຶ້ນເທິງ

ຄວາມເປັນມາ

• ໃນປີ 2009, ອົງການອາຫານໂລກ ໄດ້ສະໜອງອາຫານວ່າງໃຫ້ນັກຮຽນ (ໃນເວລາເລີກຫຼິ້ນຕອນເຊົ້າ ເຊັ່ນ: ແປ້ງສາລີປະສົມຖົ່ວເຫຼືອງ, ນໍ້າຕານ, ນໍ້າມັນພືດ);
• ໃນປີ 2011 ໄດ້ປ່ຽນຈາກອາຫານເສີມມາເປັນອາຫານທ່ຽງໃນໂຮງຮຽນພາຍໃຕ້ຮູບແບບການສະໜອງອາຫານ
ເຊັ່ນ: ເຂົ້າສານຈ້າວ, ປາກະປ໋ອງ, ນ້ຳມັນພືດ, ໃນຖົ່ວຂຽວ. ນອກຈາກນັ້ນ ທາງໂຄງການຍັງສະໜັບສະໜູນການປູກການລ້ຽງຂະໜາດນ້ອຍໃນໂຮງຮຽນ;
• ສົກຮຽນ 2021-2022 ອົງການອາຫານໂລກໄດ້ມອບໃຫ້ລັດຖະບານ ແລະ ຊຸມຊົນຄຸ້ມຄອງ ຈຳນວນໜຶ່ງ (ລັດຖະບານສະໜອງງົບປະມານໃຫ້ 800ກີບ/ຄົນ/ຄາບ).
• ສົກຮຽນ2022-2023 ເປັນຕົ້ນມາແມ່ນໄດ້ຮັບງົບປະມານຈາກລັດຖະບານ 1000 ກີບ/ຄົນ/ຄາບ;

ຈຸດປະສົງ

1. ແມ່ນເພື່ອສົ່ງເສີມອັດຕາເຂົ້າຮຽນໃນຊັ້ນປະຖົມ ແລະ ເພີ່ມອັດຕາເຂົ້າຮຽນໃນຊັ້ນມັດທະຍົມ ໃນສະຖານການສຶກສາທີ່ມີອັດຕາເຂົ້າຮຽນຕໍ່າ ແລະ ປະລະການຮຽນສູງ;
2. ສົ່ງເສີມໂພຊະນາການທາງກົງ ແລະ ທາງອ້ອມໃຫ້ແກ່ເດັກ;
3. ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະ ອົງການປົກຄອງທ້ອງຖິ່ນ.

ຂອບເຂດຂອງການໃຫ້ບໍລິການ

ເພື່ອເຮັດໃຫ້ການບໍລິການອາຫານທ່ຽງແຈກຢາຍໃນທົ່ວປະເທດ ໃນເຂດທີ່ມີຄວາມຈຳເປັນ ຈຶ່ງໄດ້ມີການແບ່ງເຂດບໍລິການ ລະຫວ່າງ ທຶນລັດຖະບານ ແລະ ຄູ່ຮ່ວມພັດທະນາແຕກຕ່າງກັນ ປັດຈຸບັນ ກວມເອົາ 16 ແຂວງ, ນະຄອນຫຼວງ (ເມືອງ ສັງທອງ), 67 ເມືອງ, 2,921 ໂຮງຮຽນ ໃນນັ້ນ ແມ່ນໂຮງຮຽນ ອະນຸບານ 36,566 ແຫ່ງ, ຈຳນວນຫ້ອງກຽມປະຖົມ 14,284 ຫ້ອງ, ຈຳນວນນ້ອງນັກຮຽນທີ່ໄດ້ຮັບຜົນປະໂຫຍດ 257,461 ນ້ອງ, ເປັນຍິງ 126,666 ນ້ອງ ແລະ ເປັນຊາຍ 130,795 ນ້ອງ. (ຂໍ້ມູນສູນສະຖິຕິການສຶກສາ ແລະ ກິລາ)

ການສະໜອງທຶນ

1. ລັດຖະບານ: ງົບປະມານລັດຖະບານ, ກະຊວງການເງິນ, ກະຊວງແຮງງານສະຫວັດດີການ-ສັງຄົມ, ກະຊວງສາທາລະນະສຸກ ແລະ ອົງການປົກຄອງທ້ອງຖິ່ນ.
2. ຄູ່ຮ່ວມພັດທະນາ ແລະ ເພື່ອນມິດສາກົນ: ອົງການອາຫານໂລກ, ທະນາຄານໂລກ, GIZ ເຢຍລະມັນ, ກອງທຶນຮ່ວມມືສາກົນເພື່ອການສຶກສາ, ອົງການບັນເທົາທຸກກາໂຕລິກ, ມູນນິທິການສຶກສາເພື່ອການພັດທະນາ (ບໍລິສັດໄຟຟ້ານ້ຳເທີນ 2), ເພື່ອນມິດສາກົນ ແລະ ອື່ນໆ;
3. ການປະກອບສ່ວນຂອງຊຸມຊົນ ແລະ ພໍ່ແມ່ຜູ້ປົກຄອງ.

ຮູບແບບການດຳເນີນ

1. ຄູ ແລະ ຄະນະພັດທະນາການສຶກສາຂັ້ນບ້ານໄດ້ສົມທົບວາງແຜນຮ່ວມກັນກ່ຽວກັບວຽກງານອາຫານທ່ຽງແລ້ວເອົາເຂົ້າແຜນພັດທະນາໂຮງຮຽນ
2. ເຜີຍແຜ່ແຜນພັດທະນາໂຮງຮຽນໃຫ້ຊຸມຊົນໄດ້ຮັບຮູ້ເພື່ອຄວາມເປັນເອກະພາບ(ໃຫ້ຊຸມຊົນໄດ້ສະແດງຄວາມຄິດເຫັນ)
3. ແບ່ງໜ້າທີ່ຄວາມຮັບຜິດຊອບລະວ່າງອົງການຈັດຕັ້ງບ້ານ, ໂຮງຮຽນ ແລະຊຸມຊົນ
4. ມີການຕິດຕາມກວດກາ
5. ສະຫຼູບຖອດຖອນບົດຮຽນ 1 ຄັ້ງ/ເດືອນ (ອີງຕາມ ສະພາບເງື່ອນໄຂຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ)

ປັດຈຸບັນໄດ້ຮັບການສະໜອງ

ລັດຖະບານ ສະໜອງ
ລັດຖະບານອະນຸມັດ 5000 ກີບ/ຄົນ/ວັນ ເປັນພື້ນຖານໃນການຄິດໄລ່

ໂຄງການ/ອົງການ ສະໜອງ
• ແປ້ງສາລີ
• ນຳມັນ
• ສານອາຫານ
• ປ໋ອງປາ
• ເຂົ້າຈ້າວ
• ຖົ່ວເຫຼືອງ

ຊຸມຊົນປະກອບສ່ວນ

• ແມ່ຄົວໝູນວຽນ, ນາຍສາງ, ເຮັດສວນຄົວ, ປຸກສ້າງເຮືອນຄົວ, ຫໍອາຫານ, ສາງອາຫານ, ຮົ້ວອ້ອມໂຮງຮຽນ, ຕັດຫຍ້າເດີ່ນໂຮງຮຽນ;
• ປະກອບສ່ວນທຶນຮອນ ( ຕາມການເຫັນດີພາຍໃນຊຸມຊົນ ໂດຍທົ່ວໄປແມ່ນຍົກເວັ້ນຄອບຄົວທຸກຍາກ)
• ຊຸມຊົນຍັງໄດ້ປະກອບສ່ວນເປັນເຂົ້າສານ, ອາຫານ, ພືດຜັກ ແລະ ໝາກໄມ້ (ຕາມລະດູການ);
• ການສ້ອມແປງບູລະນະອາຄານສະຖານທີ່ຂອງໂຮງຮຽນ.

ຜົນປະໂຫຍດຂອງວຽກງານອາຫານທ່ຽງ

ເຮັດໃຫ້ອັດຕາເຂົ້າຮຽນຂອງເດັກໃນເກນອາຍຸປະຖົມເພີ່ມຂຶ້ນ, ອັດຕາປະລະການຮຽນຊັ້ນປະຖົມຫຼຸດລົງ, ນັກຮຽນທີ່ຈົບຈາກຊັ້ນປະຖົມແລ້ວໄປຮຽນຕໍ່ຊັ້ນມັດທະຍົມເພີ່ມຂຶ້ນ, ເດັກໄດ້ກິນອາຫານຖືກຕາມຫຼັກໂພຊະນາການ ມີສຸຂະພາບດີ, ຜູ້ປົກຄອງໄດ້ຮຽນຮູ້ການແຕ່ງອາຫານ ທີ່ຖືກຕ້ອງຕາມຫຼັກໂພຊະນາການ, ຊຸມຊົນ - ພໍ່ແມ່ຜູ້ປົກຄອງ ແລະ ສະຖານການສຶກສາ ມີຄວາມສາມັກຄີຮັກແພງກັນດີ. ແຫຼ່ງຂໍ້ມູນ: ສູນສະຖິຕິການສຶກສາ ແລະ ກິລາ, ກະຊວງສຶກສາທິການ ແລະ ກິລາ

^ ເລື່ອນຂຶ້ນເທິງ