ຍຸດທະສາດ ແລະ ວຽກຈຸດສຸມ 2026-2030

ສັງລວມຍຸດທະສາດ



ຍຸດທະສາດ ແລະ ວຽກຈຸດສຸມ ຂະແໜງການຍ່ອຍປະຖົມສຶກສາ

ການເຂົ້າເຖິງການສຶກສາ

1. ສົ່ງເສີມການເຂົ້າຮຽນຊັ້ນປະຖົມສຶກສາທຸກຄົນໃນເກນອາຍຸເຂົ້າຮຽນຢ່າງເທົ່າທຽມກັນ

  1. ໂຄສະນາເຜີຍແຜ່, ສ້າງ ແລະ ປັບປຸງ ນິຕິກໍາ ກ່ຽວກັບ ການຄຸ້ມ ຄອງໂຮງຮຽນ, ການສຶກສາຮຽນຮ່ວມ, ອາຫານທ່ຽງໃນໂຮງຮຽນລວມທັງວຽກງານສົ່ງເສີມແມ່ຍິງ ແລະ ຄວາມສະເໝີພາບບົດບາດຍິງຊາຍ;
  2. ປັບປຸງນິຕິກໍາຊ່ວຍຫຼຸດຜ່ອນລາຍຈ່າຍຄອບຄົວທີ່ຕິດພັນກັບການເຂົ້າຮຽນ;
  3. ການສະໜອງສິ່ງອໍານວຍຄວາມສະດວກໃນການເຂົ້າຮຽນ ລວມທັງການສຶກສາຮຽນຮ່ວມ;
  4. ສະໜອງອຸປະກອນ (ປຶ້ມແບບຮຽນ, ປຶ້ມຂຽນ, ກະດານດຳ, ພາຫານະ, ອຸປະກອນໄອຊີທີ, ຖົງປຶ້ມ, ປຶ້ມນິທານ, ປຶ້ມອ່ານເສີມ);
  5. ສະໜອງອຸປະກອນຊ່ວຍເຫຼືອສໍາລັບນັກຮຽນພິການ;
  6. ຕິດຕາມ ແລະ ຊຸກຍູ້ ແຜນງານການນໍານ້ອງກັບຄືນສູ່ໂຮງຮຽນ.

2. ສະໜອງສິ່ງຈູງໃຈໃຫ້ນັກຮຽນໃນເຂດຫ່າງໄກສອກຫຼີກ ເພື່ອຫຼຸດຜ່ອນອັດຕາການປະລະການຮຽນຂອງນັກຮຽນ

  1. ສົ່ງເສີມອາຫານທ່ຽງໃນໂຮງຮຽນໃຫ້ຖືກຫຼັກໂພຊະນາການ;
  2. ການສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນ ທີ່ດ້ອຍໂອກາດ ລວມທັງນັກຮຽນພິການ;
  3. ສ້າງລະບົບຕິດຕາມນັກຮຽນທີ່ມີຄວາມສ່ຽງທີ່ຈະອອກໂຮງຮຽນ;
  4. ສ້າງສິ່ງຈູງໃຈໃນການສົ່ງເສີມນັກຮຽນທີ່ມີຜົນການຮຽນດີ ແລະ ຮຽນເກັ່ງ.

3. ສົ່ງເສີມສະພາບແວດລ້ອມພາຍໃນໂຮງຮຽນທີ່ປອດໄພ

  1. ປັບປຸງນິຕິກໍາ ການພັດທະນາໂຮງຮຽນສີຂຽວ;
  2. ຊຸກຍູ້, ສົ່ງເສີມໂຮງຮຽນໃຫ້ກາຍເປັນໂຮງຮຽນສີຂຽວ;
  3. ສົ່ງເສີມຄວາມຮູ້ກ່ຽວກັບການໂຕ້ຕອບໄພພິບັດ ແລະ ການປ່ຽນແປງ ດິນຟ້າອາກາດ;
  4. ປົກປ້ອງການໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ເດັກ ແລະ ເດັກພິການໃນໂຮງຮຽນ.

4. ສົ່ງເສີມການມີສ່ວນຮ່ວມ ຂອງ ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຊຸມຊົນໃນພັດທະນາໂຮງຮຽນ

  1. ສ້າງຄວາມເຂັ້ມແຂງໃຫ້ແກ່ ຄະນະພັດທະນາການສຶກສາຂັ້ນບ້ານ;
  2. ຊຸກຍູ້ ສົ່ງເສີມ ຄະນະພັດທະນາການສຶກສາຂັ້ນບ້ານ ໃຫ້ສົ່ງເສີມລູກຫຼານໃນເກນອາຍຸເຂົ້າຮຽນ ລວມທັງ ນັກຮຽນທີ່ປະລະການຮຽນ ໃຫ້ກັບມາຮຽນຄືນ ແລະ ສືບຕໍ່ຮຽນຈົນຈົບຊັ້ນປະຖົມສຶກສາ.
  3. ຕິດຕາມຊ່ວຍເຫຼືອການປະຕິບັດໜ້າທີ່ຂອງຄະນະພັດທະນາການສຶກສາຂັ້ນບ້ານ.

5. ສົ່ງເສີມສຸຂະພາບ, ສຸຂະອະນາໄມ ແລະ ໂພຊະນະການໃນໂຮງຮຽນ

  1. ສ້າງຄວາມເຂັ້ມແຂງໃຫ້ແກ່ ຜຸ້ບໍລິຫານການສຶກສາ ຂັ້ນເມືອງ, ຂັ້ນແຂວງ ໃນການສົ່ງເສີມສຸຂະພາບ, ສຸຂະອະນາໄມ ແລະ ໂພຊະນະການ ລວມທັງອາຫານທ່ຽງໃນໂຮງຮຽນ;
  2. ສົ່ງເສີມທັກສະຄວາມຮູ້ໃຫ້ແກ່ນັກຮຽນກ່ຽວກັບເພດສຶກສາ, ບົດບາດຍິງ-ຊາຍ, ລະເບີດບໍ່ທັນແຕກ, ການໃຊ້ຄວາມຮຸນແຮງ, ການສຶກສາຮຽນຮ່ວມ ແລະ ການປ້ອງກັນສິ່ງເສບຕິດໃນໂຮງຮຽນ;
  3. ຕິດຕາມການປະເມີນວຽກງານສຸຂະພາບດີໃນໂຮງຮຽນ ຕາມຮູບແບບ 3 ດາວ.

6. ສົ່ງເສີມວຽກງານການຮຽນຮູ້ຕະຫຼອດຊີວິດໃນຊັ້ນປະຖົມສຶກສາ

  1. ສົ່ງເສີມການການຮຽນການສອນ ການຮຽນຮູ້ຕະຫຼອດຊີວິດ ທຸກຮູບແບບ;
  2. ການເຊື່ອມສານການສຶກສາທັງໃນ ແລະ ນອກໂຮງຮຽນຢ່າງເປັນລະບົບ;
  3. ສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນນອກໂຮງຮຽນ.


^ ເລື່ອນຂຶ້ນເທິງ

ຄຸນນະພາບ ແລະ ການຮຽນຮູ້

1. ພັດທະນາລະບົບຄຸ້ມຄອງວິຊາຊີບແບບຕໍ່ເນື່ອງຊັ້ນປະຖົມສຶກສາ

  1. ຊຸກຍູ້, ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ຄູໄດ້ໄປຍົກລະດັບ ແລະ ຝຶກອົບຮົມ;
  2. ສ້າງຄວາມເຂັ້ມແຂງໃຫ້ຄູກ່ຽວກັບຄວາມຮູ້ ແລະ ເຕັກນິກການສິດສອນລວມທັງການສຶກສາຮຽນຮ່ວມ;
  3. ສ້າງຄວາມເຂັ້ມແຂງໃຫ້ຄູກ່ຽວກັບວິທີການສອນຫ້ອງຄວບ;
  4. ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມໂຮງຮຽນ, ຜູ້ອຳນວຍການ, ຄູປະຈໍາການ ແລະ ຜູ້ເຮັດວຽກສຶກສານິເທດ, ນິເທດພາຍໃນ ລວມທັງການສຶກສາຮຽນຮ່ວມ;
  5. ຕິດຕາມຊຸກຍູ້ຊ່ວຍເຫຼືອ ແລະ ປະເມີນການປະຕິບັດໜ້າທີ່ ຂອງຜູ້ເຮັດວຽກສຶກສານິເທດ, ນິເທດກຸ່ມໂຮງຮຽນ, ຜູ້ອຳນວຍການ, ຄູປະຈໍາການ, ຄູສອນຫ້ອງຄວບ ແລະ ຄູທີ່ໄດ້ຮັບຕຳແໜ່ງວິຊາການຄູ ລວມທັງການສຶກສາຮຽນຮ່ວມ.

2. ປັງປຸງການປະເມີນຜົນເພື່ອ ສອດ ຄ່ອງກັບຫຼັກສູດຊັ້ນປະຖົມສຶກສາ

  1. ສ້າງມາດຕະຖານການອອກຫົວບົດການສອບເສັງ ແລະ ຕິດຕາມການສອບເສັງນັກຮຽນເກັ່ງ ແລະ ຈົບຊັ້ນ ປ.5;
  2. ທົບທວນນະໂຍບາຍການເລື່ອນຂັ້ນແບບຕໍ່ເນື່ອງເພື່ອໃຫ້ສອດຄ່ອງກັບຫຼັກສູດ ຊັ້ນປະຖົມສະບັບປັບປຸງໃໝ່;
  3. ສ້າງຄວາມເຂັ້ມແຂງໃນການປະເມີນ ເພື່ອປັບປຸງການຮຽນການສອນ (Formative Assessment) ແລະ ປະເມີນຕົນເອງຕາມມາດຕະຖານຄຸນນະພາບຂັ້ນພື້ນຖານ;
  4. ປັບປຸງ ການສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນໃຫ້ມີຄຸນນະພາບ;
  5. ປະເມີນຜົນສຳເລັດການຮຽນຂອງນັກຮຽນຊັ້ນປະຖົມສຶກສາ.

3. ປັບປຸງຄຸນນະພາບການຮຽນ-ການສອນ

  1. ສ້າງ ແລະ ສະໜອງ ສື່ການຮຽນການສອນ ສຳລັບຊັ້ນປະຖົມສຶກສາ;
  2. ສົ່ງເສີມ ແລະ ຊຸກຍູ້ຊ່ວຍເຫຼືອການຮຽນການສອນພາສາຕ່າງປະ ເທດ;
  3. ສົ່ງເສີມການນໍາໃຊ້ການຮຽນຮູ້ດ້ານດີຈີຕອນ, ICT ເຂົ້າໃນ ການຮຽນການສອນ ລວມທັງ ການສຶກສາຮຽນຮ່ວມ ໂດຍຫັນເປັນດີຈີຕອນ ແລະ ປັນຍາປະດິດ;
  4. ພັດທະນາຫຼັກສູດ, ປື້ມແບບຮຽນ ແລະ ຄູ່ມືຄູ ຊັ້ນປະຖົມສຶກສາ ລວມທັງການສຶກສາຮຽນຮ່ວມ ຕາມການປະຕິຮູບລະບົບການສຶກສາ;
  5. ສົ່ງເສີມການຮຽນການສອນດ້ານວິທະຍາສາດ, ກິລາ ແລະ ສີລະປະ;
  6. ຊຸກຍູ້, ສົ່ງເສີມ ແລະ ຕິດຕາມການສອບເສັງນັກຮຽນເກັ່ງ ແລະ ສອບເສັງຈົບຊັ້ນ;
  7. ຕິດຕາມການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ.

4. ປັບປຸງການຮຽນຮູ້ ການອ່ານອອກ ຂຽນໄດ້ ແລະ ຄິດໄລ່ເປັນ ໃນຊັ້ນປະຖົມຂັ້ນຕົ້ນ

  1. ສ້າງຄວາມເຂັ້ມແຂງໃຫ້ແກ່ຄູ ໃນການບໍາລຸງນັກຮຽນທີ່ມີຜົນການຮຽນຕໍ່າ ວິຊາພາສາລາວ ແລະ ຄະນິດສາດ;
  2. ສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນພາສາລາວ ແລະ ຄະນິດສາດໃນຊັ້ນປະຖົມຂັ້ນຕົ້ນ;
  3. ຕິດຕາມການຈັດຕັ້ງການຮຽນການສອນ ແລະ ການບຳລຸງນັກຮຽນທີ່ມີຜົນການຮຽນຕໍ່າ.


^ ເລື່ອນຂຶ້ນເທິງ

ບໍລິຫານ-ຄຸ້ມຄອງ

1. ຍົກສູງປະສິດທິພາບລະບົບການຄຸ້ມຄອງໂຮງຮຽນປະຖົມ

  1. ປັບປຸງນິຕິກຳໃນການບໍລິຫານຄຸ້ມຄອງ ໂຮງຮຽນປະຖົມ ແລະ ການນຳໃຊ້ ICT ເຂົ້າໃນການຄຸ້ມຄອງໂຮງຮຽນ;
  2. ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານແຕ່ລະຂັ້ນໃນການບໍລິຫານຄຸ້ມຄອງ ໂຮງຮຽນປະຖົມ;
  3. ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ອຳນວຍການໂຮງຮຽນດ້ານວິຊາການ, ດ້ານນະໂຍບາຍ ແລະ ດ້ານການບໍລິຫານຄຸ້ມຄອງໂຮງຮຽນ ລວມທັງແຜນງານການຂະຫຍາຍ ແລະ ການສະໜອງອາຫານທ່ຽງໃນໂຮງຮຽນ;
  4. ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານແຕ່ລະຂັ້ນ ແລະ ໃຫ້ຄວາມຮູ້ແກ່ນັກຮຽນກ່ຽວກັບວຽກງານຕ້ານການຄ້າມະນຸດໃນໂຮງຮຽນ;
  5. ສົ່ງເສີມຄວາມຮູ້ໃຫ້ແກ່ໂຮງຮຽນ ແລະ ທ້ອງຖິ່ນ ໃນການຜະລິດກະສິກຳທຸກຮູບແບບ ໃນການສະໜອງ ອາຫານທ່ຽງໃນໂຮງຮຽນ;
  6. ສົ່ງເສີມຄວາມຮູ້ດ້ານອາຫານທີ່ຖືກຫຼັກໂພຊະນາການ ແລະ ການຄຸ້ມຄອງອາຫານທີ່ປອດໄພໃນໂຮງຮຽນ;
  7. ສົ່ງເສີມການມີສ່ວນຮ່ວມຈາກຫຼາຍພາກສ່ວນໃນການພັດທະນາໂຮງຮຽນ;
  8. ສ້າງລະບົບການຕິດຕາມຜົນໄດ້ຮັບໃນການບໍລິຫານຄຸ້ມຄອງໂຮງຮຽນ ລວມແຜນງານອາຫານທ່ຽງໃນໂຮງຮຽນ;
  9. ສ້າງຄວາມເຂັ້ມແຂງໃຫ້ຜູ້ບໍລິຫານການສຶກສາແຕ່ລະຂັ້ນໃນການຄຸ້ມຄອງການຮຽນການສອນ ແລະ ປັບປຸງການສ້າງແຜນທີ່ການສຶກສາຄືນໃໝ່;
  10. ກະກຽມການປັບປຸງລະບົບການສຶກສາຊັ້ນປະຖົມຈາກ 5 ປີ ເປັນ 6 ປີ;
  11. ຍົກສູງປະສິດທິພາບໃຫ້ແກ່ລະບົບການນິເທດພາຍໃນ, ກຸ່ມໂຮງຮຽນ ແລະ ພາຍໃນສຶກສາຕາແສງ;
  12. ກຳນົດນະໂຍບາຍໃນການສົ່ງເສີມຍ້ອງຍໍຄູ, ນັກຮຽນ, ໂຮງຮຽນຕົວແບບ, ກຸ່ມໂຮງຮຽນຕົວແບບ.

2. ບັນຈູ, ສັບຊ້ອນ ແລະ ຈັດສັນຄູ ຊັ້ນປະຖົມສຶກສາ

  1. ຊຸກຍູ້ຜູ້ບໍລິຫານການສຶກສາແຕ່ລະຂັ້ນໃນການຈັດຕັ້ງເຜີຍແຜ່ ແຜນຄວາມຕ້ອງການຄູ ແລະ ແຜນກໍ່ສ້າງ ຄູ, ການທົດແທນຄູຊັ້ນປະຖົມສຶກສາ;
  2. ຊຸກຍູ້ຜູ້ບໍລິຫານການສຶກສາແຕ່ລະຂັ້ນໃນການຈັດສັນຄູສອນໃຫ້ຄົບຕາມຂັ້ນຮຽນ ຊັ້ນປະຖົມສຶກສາ ລວມທັງ ການສຶກສາຮຽນຮ່ວມ.

3. ການຄຸ້ມຄອງຄວາມສ່ຽງຕໍ່ໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດໃນຂະແໜງການສຶກສາ

  1. ສ້າງຄວາມເຂັ້ມແຂງໃຫ້ແກ່ ຜູ້ບໍລິຫານການສຶກສາ ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ໃນການປ້ອງກັນໄພພິບັດໃນໂຮງຮຽນ;
  2. ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ອໍານວຍການໂຮງຮຽນ ແລະ ຄູສອນ ໃນການໂຕ້ຕອບໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ;
  3. ພັດທະນາລະບົບ ໃນການຕິດຕາມ ຄວາມສ່ຽງໄພພິບັດ ທີ່ອາດຈະເກີດຂຶ້ນໃນໂຮງຮຽນ.

4. ສົ່ງເສີມການສ້າງຕັ້ງໂຮງຮຽນຕົວແບບ ແລະ ກຸ່ມໂຮງຮຽນປະຖົມຕົວແບບ

  1. ສົ່ງເສີມການພັດທະນາໂຮງຮຽນ ໃຫ້ເປັນໂຮງຮຽນຕົວແບບ ແລະ ກຸ່ມໂຮງຮຽນຕົວແບບ;
  2. ສົ່ງເສີມການພັດທະນາໂຮງຮຽນຕົວແບບດ້ານການສຶກສາຮຽນຮ່ວມ;
  3. ສົ່ງເສີມການພັດທະນາໂຮງຮຽນຕົວແບບອາຫານທ່ຽງໃນໂຮງຮຽນ.


^ ເລື່ອນຂຶ້ນເທິງ



ຍຸດທະສາດ ແລະ ວຽກຈຸດສຸມ ຂະແໜງການຍ່ອຍມັດທະຍົມສຶກສາຕອນຕົ້ນ

ການເຂົ້າເຖິງການສຶກສາ

1. ທົບທວນ ນິຕິກໍາ ກ່ຽວກັບການຊຸກຍູ້, ສົ່ງເສີມການເຂົ້າຮຽນຂອງນັກຮຽນທຸກຄົນທີ່ຮຽນຈົບປະຖົມເຂົ້າຮຽນຕໍ່ຊັ້ນມັດທະຍົມສຶກສາຕອນຕົ້ນຢ່າງມີຄຸນນະພາບ

  1. ປັບປຸງນິຕິກຳໃຫ້ສອດຄ່ອງກັບການບໍລິຫານຄຸ້ມຄອງໂຮງຮຽນ.
  2. ສ້າງ, ປັບປຸງ ນິຕິກໍາ ເພື່ອຊ່ວຍຫຼຸດຜ່ອນລາຍຈ່າຍຂອງຄອບຄົວ ໃນໂຮງຮຽນມັດທະຍົມສຶກສາຕອນຕົ້ນທີ່ຊ່ວຍຫຼຸດຜ່ອນລາຍຈ່າຍຂອງຄອບຄົວ ແລະ ເງື່ອນໄຂການເຂົ້າເຖິງ ທີ່ຕິດພັນກັບການເຂົ້າຮຽນ.
  3. ສ້າງມາດຕະຖານຄຸນນະພາບຂັ້ນພື້ນຖານສໍາລັບຊັ້ນມັດທະຍົມສຶກສາຕອນຕົ້ນ.

2. ສະໜອງສິ່ງຈູງໃຈໃຫ້ນັກຮຽນ ໃນເຂດຫ່າງໄກສອກຫຼີກ ເພື່ອຫຼຸດຜ່ອນອັດຕາການ ການປະລະການຮຽນ

  1. ສະໜອງເງິນເບ້ຍລ້ຽງໃຫ້ແກ່ນັກຮຽນທຸກຍາກ, ດ້ອຍໂອກາດ.
  2. ສ້າງສິ່ງຈຸງໃຈໃນການສົ່ງເສີມນັກຮຽນ ທີ່ມີຜົນການຮຽນດີ ແລະ ຮຽນເກັ່ງ
  3. ສົ່ງເສີມອາຫານທ່ຽງໃນໂຮງຮຽນມັດທະຍົມຕອນຕົ້ນທີ່ມີອັດຕາຈົບຊັ້ນຕໍ່າກວ່າ 35%.
  4. ຕິດຕາມຊຸກຍູ້ການສະໜອງເບ້ຍລ້ຽງ ແລະ ການຕິດຕາມຜົນການຮຽນ ແລະ ອາຫານທ່ຽງ.
  5. ສະໜອງສິ່ງອໍານວຍຄວາມສະດວກໃຫ້ນັກຮຽນທີ່ນອນໃນຫໍພັກ.

3. ສະໜອງສິ່ງອໍານວຍຄວາມສະດວກໃນການຮຽນການສອນ ພ້ອມທັງ ພັດທະນາ ແລະ ປັບປຸງສະພາບ ແວດລ້ອມທີ່ປອດໄພ ສໍາລັບນັກຮຽນທຸກຄົນ ລວມທັງການສຶກສາຮຽນຮ່ວມ

  1. ປັບປຸງ ພຶ້ນຖານໂຄງລ່າງ, ສະພາບແວດລ້ອມ ແລະ ສິ່ງອໍານວຍຄວາມສະດວກ ໃຫ້ໄດ້ຕາມມາດຕະຖານຄຸນນະພາບ ຂັ້ນພຶ້ນຖານຊັ້ນມັດທະຍົມສຶກສາຕອນຕົ້ນ.
  2. ສະໜອງອຸປະກອນການຮຽນການສອນ (ປຶ້ມແບບຮຽນ, ປຶ້ມຂຽນ, ກະດານດຳ, ອຸປະກອນໄອຊີທີ, ປຶ້ມນິທານ, ປຶ້ມອ່ານເສີມ ແລະ ອື່ນໆ) ແລະອຸປະກອນຊ່ວຍເຫຼືອສໍາລັບນັກຮຽນພິການ.
  3. ສະໜອງ ນໍ້າສະອາດ, ຫ້ອງນໍ້າ (ແຍກ ຍິງ-ຊາຍ) ແລະ ໄຟຟ້າ ໃນໂຮງຮຽນ.
  4. ປັບປຸງສະພາບແວດລ້ອມ ທີ່ປອດໄພພາຍໃນໂຮງຮຽນ ລວມທັງການສຶກສາຮຽນຮ່ວມ.

4. ສົ່ງເສີມການມີສ່ວນຮ່ວມຂອງ ສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຊຸມຊົນໃນພັດທະນາໂຮງຮຽນ

  1. ສ້າງ, ປັບປຸງ ແລະ ເຜີຍແຜ່ ນິຕິກໍາ ກ່ຽວກັບການມີສ່ວນຮ່ວມຂອງ ຊຸມຊົນ ແລະ ສັງຄົມ, ການສ້າງແຜນພັດທະນາໂຮງຮຽນ ແລະ ປະກອບສ່ວນໃນການຈັດຕັ້ງປະຕິບັດ.
  2. ສ້າງຄວາມເຂັ້ມແຂງໃຫ້ແກ່ ສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຊຸມຊົນ.
  3. ຊຸກຍູ້, ສົ່ງເສີມ ສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຊຸມຊົນ ໃຫ້ສົ່ງເສີ່ມລູກຫຼານໃນເກນອາຍຸເຂົ້າຮຽນ ລວມທັງ ນັກຮຽນທີ່ປະລະການຮຽນ ໃຫ້ກັບມາຮຽນຄືນ ແລະ ສືບຕໍ່ຮຽນຈົນຈົບຊັ້ນມັດທະຍົມສຶກສາຕອນຕົ້ນ.
  4. ຕິດຕາມ ຊຸກຍູ້ຊ່ວຍເຫຼືອການປະຕິບັດໜ້າທີ່ຂອງສະມາຄົມພໍ່ແມ່ນັກຮຽນ,ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຊຸມຊົນ.

5. ສົ່ງເສີມວຽກງານສຸຂະອະນາໄມ, ເພດສຶກສາ ແລະ ໂພຊະນາການໃນໂຮງຮຽນ

  1. ປັບປຸງສ້າງ, ປັບປຸງ ແລະ ເຜີຍແຜ່ ນິຕິກໍາ ກ່ຽວກັບວຽກງານສົ່ງເສີມສຸຂະພາບໃນໂຮງຮຽນ.
  2. ຊຸກຍູ້, ສົ່ງເສີມ ທັກສະ, ຄວາມຮູ້ ກ່ຽວກັບ ເພດສຶກສາ, ບົດບາດ ຍິງ-ຊາຍ ລະເບີດບໍ່ທັນແຕກ, ການໃຊ້ຄວາມຮຸນແຮງ, ການສຶກສາຮຽນຮ່ວມ ແລະ ການປ້ອງກັນສິ່ງເສບຕິດໃນໂຮງຮຽນ.
  3. ສົ່ງເສີມ ວຽກງານດ້ານສຸຂະອະນາໄມ, ສຸຂະພາບ ແລະ ໂພຊະນາການໃນໂຮງຮຽນ

6. ສົ່ງເສີມການຮຽນຮູ້ຕະຫຼອດຊີວິດໃນຊັ້ນມັດທະຍົມສຶກສາຕອນຕົ້ນ

  1. ສົ່ງເສີມການການຮຽນການສອນ ການຮຽນຮູ້ຕະຫຼອດຊີວິດ ທຸກຮູບແບບ
  2. ການເຊື່ອມສານການສຶກສາທັງໃນ ແລະ ນອກໂຮງຮຽນຢ່າງເປັນລະບົບ
  3. ສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນນອກໂຮງຮຽນ


^ ເລື່ອນຂຶ້ນເທິງ

ຄຸນນະພາບ ແລະ ການຮຽນຮູ້

1. ສົ່ງເສີມການພັດທະນາ ວິຊາຊີບແບບຕໍ່ເນື່ອງ

  1. ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມໂຮງຮຽນ, ຜູ້ອຳນວຍການ, ຄູປະຈໍາການ, ຜູ້ເຮັດວຽກ ສຶກສານິເທດ ແລະ ນິເທດພາຍໃນ ລວມທັງການສຶກສາຮຽນຮ່ວມ;
  2. ຕິດຕາມ ຊຸກຍູ້ຊ່ວຍເຫຼືອ ແລະ ປະເມີນ ການປະຕິບັດໜ້າທີ່ຜູ້ເຮັດວຽກສຶກສານິເທດ, ນິເທດກຸ່ມໂຮງຮຽນ, ຜູ້ອໍານວຍການໂຮງຮຽນ ແລະ ຄູປະຈໍາການ, ລວມທັງການສຶກສາຮຽນຮ່ວມ;
  3. ຊຸກຍູ້ ແລະ ສົ່ງເສີມໃຫ້ຄູໄດ້ຮັບ ຕໍາແໜ່ງວິຊາການຄູ.

2. ປັບປຸງຄຸນນະພາບການຮຽນ ການສອນ ແລະ ການຮຽນຮູ້ດ້ານວິທະຍາສາດ, ດ້ານດີຈີຕອນ, ນໍາໃຊ້ ICT ໃນໂຮງຮຽນ

  1. ສ້າງຄວາມເຂັ້ມແຂງ ກ່ຽວກັບ ການປະເມີນຜົນການຮຽນໃນຫ້ອງຮຽນ;
  2. ຊຸກຍູ້ ສົ່ງເສີມການສອນບໍາລຸງໃຫ້ນັກຮຽນທີ່ມີຜົນການຮຽນຕໍ່າ;
  3. ສອບເສັງ ນັກຮຽນເກັ່ງລະດັບຊາດ ແລະ ຈົບຊັ້ນມັດທະຍົມສຶກສາຕອນຕົ້ນ;
  4. ສົ່ງເສີມ ແລະ ຊຸກຍູ້ຊ່ວຍເຫຼືອ ການຮຽນການສອນພາສາ ຕ່າງປະເທດ;
  5. ສົ່ງເສີມ ການນໍາໃຊ້ການຮຽນຮູ້ດ້ານດີຈີຕອນ, ICT ເຂົ້າໃນ ການຮຽນການສອນ ລວມທັງການສຶກສາຮຽນຮ່ວມ;
  6. ສົ່ງເສີມການຮຽນ ການສອນດ້ານວິທະຍາສາດ, ກິລາ ແລະ ສີລະປະ;
  7. ຕິດຕາມ ການຈັດຕັ້ງປະຕິບັດຫຼັກສູດ ແລະ ປະເມີນຜົນການຮຽນ ການສອນ.

3. ທົບທວນການຄົ້ນຄວ້າ ແລະ ວິໄຈ ກ່ຽວກັບ ການປະຕິຮູບລະບົບການສຶກສາ ໃນຊັ້ນມັດທະຍົມສຶກສາຕອນຕົ້ນຈາກ4 ປີ ມາເປັນ 3 ປີ

  1. ສໍາຫຼວດ ແລະ ສຶກສາຜົນກະທົບຕໍ່ຄູ ແລະ ນັກຮຽນ;
  2. ປັບປຸງ, ພັດທະນາໂຄງສ້າງ ແລະ ເນື້ອໃນຫຼັກສູດ;
  3. ສ້າງຄວາມເຂັ້ມແຂງໃຫ້ແກ່ຄູ;
  4. ປັບປຸງ ແລະ ຈັດສັນອາຄານສະຖານທີ່ ລວມທັງສິ່ງອໍານວຍຄວາມສະດວກທາງດ້ານການຮຽນການສອນ.

4. ການສົ່ງເສີມ ການສ້າງຕັ້ງກຸ່ມໂຮງຮຽນ, ໂຮງຮຽນຕົວແບບ ແລະ ກຸ່ມໂຮງຮຽນຕົວແບບ

  1. ປັບປຸງ ນິຕິກໍາ ໃນການຈັດຕັ້ງປະຕິບັດກຸ່ມໂຮງຮຽນ, ໂຮງຮຽນຕົວແບບ ແລະ ກຸ່ມໂຮງຮຽນຕົວແບບ;
  2. ສົ່ງເສີມການພັດທະນາໂຮງຮຽນຕົວແບບ ແລະ ກຸ່ມໂຮງຮຽນຕົວແບບ;
  3. ສ້າງຄວາມເຂັ້ມແຂງ ໃຫ້ແກ່ກຸ່ມໂຮງຮຽນ, ໂຮງຮຽນຕົວແບບ ແລະ ກຸ່ມໂຮງຮຽນຕົວແບບ;
  4. ຕິດຕາມ, ຊຸກຍູ້ຊ່ວຍເຫຼືອການຈັດຕັ້ງປະຕິບັດກຸ່ມໂຮງຮຽນ, ໂຮງຮຽນຕົວແບບ ແລະ ກຸ່ມໂຮງຮຽນຕົວແບບ.

5. ການສະໜອງອຸປະກອນການຮຽນການສອນ ແລະ ຫ້ອງທົດລອງວິທະຍາສາດ, ຫ້ອງຮຽນໄອຊີທີ, ຫ້ອງຮຽນພາສາ, ຫ້ອງຮຽນພອນສະຫວັນ, ຫ້ອງຝຶກປະຕິບັດ, ຫ້ອງສະໝຸດໃຫ້ພຽງພໍ

  1. ສະໜອງ ປື້ມແບບຮຽນ, ຄູ່ມືຄູ, ປື້ມອ່ານເສີມ, ສື່, ອຸປະກອນການຮຽນການສອນ ແລະ ອຸປະກອນ ICT;
  2. ສະໜອງ ຫ້ອງທົດລອງວິທະຍາສາດ, ຫ້ອງຮຽນໄອຊີທີ, ຫ້ອງຮຽນພາສາຕ່າງປະເທດ, ຫ້ອງຮຽນພອນສະຫວັນ, ຫ້ອງຝຶກປະຕິບັດ, ຫ້ອງສະໝຸດ.


^ ເລື່ອນຂຶ້ນເທິງ

ບໍລິຫານ-ຄຸ້ມຄອງ

1. ຍົກສູງປະສິດທິພາບໃຫ້ແກ່ລະບົບການບໍລິຫານຄຸ້ມຄອງໂຮງຮຽນມັດທະຍົມຕອນຕົ້ນ

  1. ປັບປຸງ ນິຕິກໍາ ການບໍລິຫານຄຸ້ມຄອງ ໂຮງຮຽນມັດທະຍົມຕອນຕົ້ນ ແລະ ການນໍາໃຊ້ ICT ເຂົ້າໃນການຄຸ້ມຄອງໂຮງຮຽນທັງພາກລັດ ແລະ ເອກະຊົນ;
  2. ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານແຕ່ລະຂັ້ນໃນການບໍລິຫານຄຸ້ມຄອງໂຮງຮຽນລວມທັງການສຶກສາຮຽນຮ່ວມ;
  3. ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານແຕ່ລະຂັ້ນ ແລະ ໃຫ້ຄວາມຮູ້ແກ່ນັກຮຽນກ່ຽວກັບວຽກງານຕ້ານການຄ້າມະນຸດໃນໂຮງຮຽນ
  4. ສ້າງຄວາມເຂັ້ມແຂງໃນການນໍາໃຊ້ ICT ເຂົ້າໃນການບໍລິຫານຄຸ້ມຄອງໂຮງຮຽນ;
  5. ຕິດຕາມຜົນໄດ້ຮັບໃນການບໍລິຫານຄຸ້ມຄອງໂຮງຮຽນ;
  6. ຍົກສູງປະສິດທິພາບໃຫ້ແກ່ລະບົບການນິເທດພາຍໃນ, ກຸ່ມໂຮງຮຽນ ແລະ ພາຍໃນສຶກສາຕາແສງ;
  7. ກຳນົດນະໂຍບາຍໃນການສົ່ງເສີມຍ້ອງຍໍຄູ, ນັກຮຽນ, ໂຮງຮຽນຕົວແບບ, ກຸ່ມໂຮງຮຽນຕົວແບບ;

2. ບັນຈຸ, ສັບຊ້ອນ ແລະ ຈັດສັນຄູຊັ້ນມັດທະຍົມສຶກສາຕອນຕົ້ນ

  1. ຊຸກຍູ້ຜູ້ບໍລິຫານການສຶກສາແຕ່ລະຂັ້ນໃນການຈັດຕັ້ງເຜີຍແຜ່ ແຜນຄວາມຕ້ອງການຄູ ແລະ ແຜນກໍ່ສ້າງຄູ ແລະ ການທົດແທນຄູ;
  2. ຊຸກຍູ້ຜູ້ບໍລິຫານການສຶກສາແຕ່ລະຂັ້ນໃນການຈັດສັນຄູສອນໃຫ້ຄົບຕາມຂັ້ນຮຽນ ຊັ້ນມັດທະຍົມສຶກສາ ລວມທັງ ການສຶກສາຮຽນຮ່ວມ.

3. ຄຸ້ມຄອງຄວາມສ່ຽງຕໍ່ໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ໃນຂະແໜງການສຶກສາ

  1. ສ້າງຄວາມເຂັ້ມແຂງໃຫ້ແກ່ ຜູ້ບໍລິຫານການສຶກສາ ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ໂຮງຮຽນ ໃນການປ້ອງກັນໄພພິບັດ ໃນໂຮງຮຽນ;
  2. ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ອໍານວຍການໂຮງຮຽນ ແລະ ຄູສອນ ໃນການໂຕ້ຕອບໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ;
  3. ພັດທະນາລະບົບ ໃນການຕິດຕາມ ຄວາມສ່ຽງໄພພິບັດ ທີ່ອາດຈະເກີດຂຶ້ນໃນໂຮງຮຽນ.


^ ເລື່ອນຂຶ້ນເທິງ



ຍຸດທະສາດ ແລະ ວຽກຈຸດສຸມ ຂະແໜງການຍ່ອຍມັດທະຍົມສຶກສາຕອນປາຍ

ການເຂົ້າເຖິງການສຶກສາ

1. ເພີ່ມອັດຕາ ການເຂົ້າຮຽນ ຊັ້ນມັດທະຍົມຕອນປາຍໃຫ້ຫຼາຍຂຶ້ນ

  1. ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການສົ່ງເສີມນັກຮຽນເຂົ້າຮຽນຊັ້ນມັດທະຍົມສຶກສາຕອນປາຍ;
  2. ສະໜອງທຶນການສຶກສາ ໃຫ້ແກ່ ນັກຮຽນມັດທະຍົມຕອນປາຍ ທີ່ມາຈາກຄອບຄົວທີ່ມີລາຍໄດ້ຕໍ່າ ແລະ ມີແນວໂນ້ມທີ່ຈະປະລະການຮຽນ;
  3. ສະໜອງທຶນການສຶກສາ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ນັກ ຮຽນ ທີ່ມີຜົນການຮຽນດີຮຽນເກັ່ງ;
  4. ຕິດຕາມ ແລະ ປະເມີນຜົນ ການສະໜອງທຶນການສຶກສາ.

2. ສົ່ງເສີມ ການເຂົ້າຮຽນສາມັນວິຊາຊີບ ຢ່າງເທົ່າທຽມ

  1. ຂະຫຍາຍການຈັດຕັ້ງການຮຽນ-ການສອນສາມັນວິຊາຊີບ ຢູ່ບັນດາໂຮງຮຽນສາມັນກິນນອນຊົນເຜົ່າ ແລະ ໂຮງຮຽນສາມັນໃນການສອນວິຊາຊີບຄວບຄູ່ໃຫ້ກວ້າງຂວາງ ແລະ ມີຈຸດສຸມ ໃຫ້ມີຫຼາຍທາງເລືອກຕາມຄວາມຕ້ອງການຂອງຜູ້ຮຽນ;
  2. ສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນທີ່ເຂົ້າຮຽນ ຫ້ອງສາມັນວິຊາຊີບ;
  3. ສົ່ງເສີມການແນະນໍາເສັ້ນທາງໄປສູ່ອາຊີບ ໃນຊັ້ນມັດທະຍົມສຶກສາ;
  4. ສຶກສາ ແລະ ຄົ້ນຄວ້າ ແຜນຄວາມຕ້ອງການຮຽນວິຊາຊີບຂອງນັກຮຽນຊັ້ນມັດທະຍົມສຶກສາ;
  5. ຕິດຕາມ ແລະ ປະເມີນຜົນ ການສະໜອງເບ້ຍລ້ຽງ ແລະ ການຈັດການຮຽນການສອນສາມັນວິຊາຊີບ.

3. ພັດທະນາ ແລະ ປັບປຸງ ສະພາບແວດລ້ອມຂອງທັງໃນແລະ ນອກໂຮງຮຽນໃຫ້ມີຄວາມປອດໄພ ສໍາລັບນັກຮຽນທຸກຄົນ ລວມທັງການສຶກສາຮຽນຮ່ວມ

  1. ສະໜອງ ປຶ້ມແບບຮຽນ, ຄູ່ມືຄູ, ອຸປະກອນ ແລະ ສື່ການຮຽນການສອນ ໃຫ້ແກ່ ໂຮງຮຽນມັດທະຍົມ ຢ່າງມີຈຸດສຸມ;
  2. ສະໜອງ ອຸປະກອນໄອຊີທີ, ຄອມພິວເຕີ, ເຄື່ອງທົດລອງ, ຫ້ອງທົດລອງວິທະຍາສາດ, ຫ້ອງສະໝຸດ, ຫ້ອງຮຽນໄອຊີທີ, ຫ້ອງຮຽນພາສາຕ່າງປະເທດ, ຫ້ອງຝຶກປະຕິບັດ, ສິ່ງອຳນວຍຄວາມສະດວກສຳລັບຄົນພິການ, ຊົນເຜົ່າ ແລະ ອື່ນໆ;
  3. ສະໜອງນໍ້າສະອາດ, ສິ່ງອຳນວຍຄວາມສະດວກ, ອາຄານຮຽນ, ຫໍພັກນັກຮຽນ(ແຍກ ຍິງ-ຊາຍ), ຫ້ອງນໍ້າ(ແຍກ ຍິງ-ຊາຍ), ວິດຖ່າຍທີ່ປອດໄພ(ແຍກ ຍິງ-ຊາຍ), ຫ້ອງນໍ້າສຳລັບຄົນພິການໃຫ້ແກ່ໂຮງຮຽນ ນັບທັງໂຮງຮຽນໃນເຂດຫ່າງໄກສອກຫຼີກ;
  4. ຕິດຕາມ ການສະໜອງສິ່ງອໍານວຍຄວາມສະດວກ ໃຫ້ແກ່ໂຮງຮຽນ ລວມທັງການສຶກສາຮຽນຮ່ວມ.


^ ເລື່ອນຂຶ້ນເທິງ

ຄຸນນະພາບ ແລະ ການຮຽນຮູ້

1. ພັດທະນາ ວິຊາຊີບແບບຕໍ່ເນື່ອງ ແລະ ຮັບປະກັນໃຫ້ ສະຖານການສຶກສາ ທີ່ມີຄຸນນະພາບ ຊັ້ນມັດທະຍົມຕອນປາຍ

  1. ຊຸກຍູ້, ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ຄູໄດ້ໄປຍົກລະດັບ;
  2. ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມໂຮງຮຽນ, ຜູ້ອຳນວຍການ, ຄູປະຈໍາການ ແລະ ຜູ້ເຮັດວຽກສຶກສານິເທດ, ນິເທດພາຍໃນ ລວມທັງການສຶກສາຮຽນຮ່ວມ;
  3. ຊຸກຍູ້ ແລະ ສົ່ງເສີມໃຫ້ຄູ ໄດ້ຮັບຕໍາແໜງວິຊາການຄູ;
  4. ຕິດຕາມ, ຊຸກຍູ້, ຊ່ວຍເຫຼືອ ແລະ ປະເມີນ ຄູປະຈໍາການ, ຄູທີ່ໄດ້ຮັບ ຕໍາແໜງວິຊາການ, ຜູ້ເຮັດວຽກສຶກສານິເທດ ແລະ ນິເທດພາຍໃນ.

2. ຄົ້ນຄວາ ແລະ ວິໄຈ ໃນການແຍກສາຍຮຽນ ໃນຊັ້ນມັດທະຍົມຕອນປາຍ

  1. ສໍາຫຼວດ ແລະ ສຶກສາຜົນກະທົບຕໍ່ຄູ ແລະ ນັກຮຽນ;
  2. ປັບປຸງ, ພັດທະນາໂຄງສ້າງ ແລະ ເນື້ອໃນຫຼັກສູດ;
  3. ສ້າງຄວາມເຂັ້ມແຂງໃຫ້ແກ່ຄູ;
  4. ທົດລອງ ການຈັດຕັ້ງປະຕິບັດການແຍກສາຍຮຽນ ໃນໂຮງຮຽນມັດທະຍົມ ສຶກສາສົມບູນ ຫຼື ມັດທະຍົມສຶກສາຕອນປາຍ ທີ່ມີເງື່ອນໄຂ;
  5. ປະເມີນຜົນຂອງການທົດລອງການຈັດຕັ້ງປະຕິບັດການແຍກສາຍຮຽນໃນຊັ້ນມັດທະຍົມສຶກສາຕອນປາຍ;
  6. ຂະຫຍາຍການຈັດຕັ້ງປະຕິບັດການແຍກສາຍຮຽນ ໃນໂຮງຮຽນມັດທະຍົມ ສືຶກສາສົມບູນ ຫຼື ມັດທະຍົມສຶກສາຕອນປາຍ.

3. ສົ່ງເສີມການຮຽນ ວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດ(STEM), ການຮຽນຮູ້ດ້ານດິຈິຕອນ ແລະ ນໍາໃຊ້ ICT ເຂົ້າໃນການຮຽນການສອນ ແລະ ການບໍລິຫານຄຸ້ມຄອງ

  1. ສົ່ງເສີມ ການຮຽນການສອນລະບົບ STEM ໃນຊັ້ນມັດທະຍົມສຶກສາ;
  2. ສົ່ງເສີມ ແລະ ຊຸກຍູ້ຊ່ວຍເຫຼືອ ການຮຽນການສອນພາສາຕ່າງປະເທດ;
  3. ສົ່ງເສີມການຮຽນ ການສອນດ້ານວິທະຍາສາດ, ກິລາ ແລະ ສີລະປະ;
  4. ການນໍາໃຊ້ ICT (ດິຈິຕອນ ແລະ ປັນຍາປະດິດ) ເຂົ້າໃນການຮຽນການສອນ ແລະ ການບໍລິຫານ-ຄຸ້ມຄອງ ໂຮງຮຽນມັດທະຍົມ;
  5. ຕິດຕາມ ແລະ ປະເມີນຜົນ ການຮຽນການສອນລະບົບ STEM, ການສຶກສາຮຽນຮ່ວມ, ການນໍາໃຊ້ ICT ແລະ ພາສາຕ່າງປະເທດ.

4. ສ້າງ ໂຮງຮຽນມັດທະຍົມຕົວແບບ

  1. ປັບປຸງ ແລະ ພັດທະນາ ນິຕິກຳ ແລະ ກຳນົດ ມາດຕະຖານໃນການສ້າງເປັນໂຮງຮຽນຕົວແບບ ແລະ ກຸ່ມໂຮງຮຽນສາມັນຕົວແບບ;
  2. ສ້າງຄວາມເຂັ້ມແຂງໃຫ້ແກ່ໂຮງຮຽນ ເພື່ອພັດທະນາໂຮງຮຽນສາມັນ ໃຫ້ກາຍເປັນໂຮງຮຽນສາມັນຕົວແບບ;
  3. ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມ ໂຮງຮຽນມັດທະຍົມ ເພື່ອພັດທະນາກຸ່ມໂຮງຮຽນ ມັດທະຍົມໃຫ້ກາຍເປັນກຸ່ມໂຮງຮຽນມັດທະຍົມຕົວແບບ;
  4. ສະໜອງພື້ນຖານໂຄງລ່າງ ແລະ ອຸປະກອນ ທີ່ຈໍາເປັນ ໃຫ້ແກ່ໂຮງຮຽນມັດທະຍົມ ກາຍເປັນໂຮງຮຽນຕົວແບບ;
  5. ຕິດຕາມ, ກວດກາ, ປະເມີນຜົນ ໂຮງຮຽນຕົວແບບ ແລະ ກຸ່ມໂຮງຮຽນມັດທະຍົມ;
  6. ສ້າງລະບົບຄຸ້ມຄອງການຮຽນການສອນ ແບບເອເລັກໂຕຣນິກ;
  7. ສົ່ງເສີມ ການນໍາໃຊ້ ແພຼັດຟອມການຮຽນການສອນ “ຄັງປັນຍາລາວ”.

5. ຕິດຕາມ, ກວດກາ, ປະເມີນຜົນ ແລະ ປະກັນຄຸນນະພາບ ການຮຽນການສອນ ໃນຊັ້ນມັດທະຍົມສຶກສາຕອນປາຍ

  1. ສ້າງ ແລະ ພັດທະນາ ເຄື່ອງມືໃນການຕິດຕາມ, ຊຸກຍູ້ ຊ່ວຍເຫຼືອ ແລະ ປະເມີນຜົນການຮຽນການສອນ ແລະ ສ້າງລະບົບຕິດຕາມນັກຮຽນທີ່ມີຄວາມສ່ຽງທີ່ຈະອອກໂຮງຮຽນໃນຊັ້ນມັດທະຍົມສຶກສາ;
  2. ພັດທະນາຂໍ້ສອບເສັງຈົບຊັ້ນມັດທະຍົມສຶກສາ;
  3. ສົ່ງເສີມ ການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ແລະ ຕິດຕາມ ການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7);
  4. ຕິດຕາມ, ກວດກາ, ປະເມີນຜົນ ແລະ ປະກັນຄຸນນະພາບການປະຕິບັດຫຼັກສູດ, ຫຼັກສູດສາມັນວິຊາຊີບ ໂຮງຮຽນມັດທະຍົມສຶກສາ.


^ ເລື່ອນຂຶ້ນເທິງ

ບໍລິຫານ-ຄຸ້ມຄອງ

1. ຍົກສູງປະສິດທິພາບໃຫ້ແກ່ລະບົບການບໍລິຫານຄຸ້ມຄອງໂຮງຮຽນມັດທະຍົມຕອນປາຍ

  1. ສ້າງ ແລະ ພັດທະນາ ນິຕິກໍາ ໃນການຄຸ້ມຄອງໂຮງຮຽນສາມັນ;
  2. ສ້າງຄວາມເຂັ້ມແຂງ ໃຫ້ແກ່ ຜູ້ບໍລິຫານໂຮງຮຽນ, ຄູສອນ, ການນິເທດພາຍໃນ, ການຈັດການສອນ ຫ້ອງຮຽນສາມັນວິຊາຊີບ ແລະ ການປະເມີນຜົນ ເພື່ອປັບປຸງການຮຽນການສອນ;
  3. ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານແຕ່ລະຂັ້ນ ແລະ ໃຫ້ຄວາມຮູ້ແກ່ນັກຮຽນກ່ຽວກັບວຽກງານຕ້ານການຄ້າມະນຸດໃນໂຮງຮຽນ

2. ກໍານົດນະໂຍບາຍໃນການບັນຈຸ, ສັບຊ້ອນ ແລະ ຈັດສັນ ຄູ ຊັ້ນມັດທະຍົມສຶກສາ

  1. ສ້າງ ແລະ ພັດທະນາ ນິຕິກຳ ໃຫ້ສອດຄ່ອງກັບຄວາມຕ້ອງການຄູ ໃນລະດັບໂຮງຮຽນຕາມຄວາມຕ້ອງການໃນລະດັບໂຮງຮຽນ ເພື່ອຫຼຸດຜ່ອນຄວາມແຕກໂຕນ;
  2. ສ້າງ ແລະ ພັດທະນາ ນິຕິກໍາ ກ່ຽວກັບ ຕໍາແໜ່ງວິຊາການຄູ;
  3. ສະໜອງຄູຕາມຄວາມຕ້ອງການ ຕາມລາຍວິຊາທີ່ຈັດການຮຽນການສອນ ໃນຊັ້ນມັດທະຍົມສຶກສາ.

3. ພັດທະນາຜູ້ບໍລິຫານໃຫ້ມີຄຸນນະພາບ

  1. ສ້າງຄວາມເຂັ້ມແຂງໃຫ້ແກ່ ຜູ້ບໍລິຫານໂຮງຮຽນ ກ່ຽວກັບ ບໍລິຫານ ແລະ ຄຸ້ມຄອງ ແລະ ການເປັນຜູ້ນໍາດ້ານການສິດສອນ;
  2. ຕິດຕາມ, ຊຸກຍູ້, ຊ່ວຍເຫຼືອ ແລະ ປະເມີນ ຜູ້ບໍລິຫານໂຮງຮຽນ.

4. ສົ່ງເສີມ ການມີສ່ວນຮ່ວມຂອງຊຸມຊົນ ຕໍ່ວຽກງານການສຶກສາ

  1. ສ້າງ ແລະ ປັບປຸງ ນິຕິກໍາ ກ່ຽວກັບ ການມີສ່ວນຮ່ວມຂອງຊຸມຊົນ ຕໍ່ວຽກງານການສຶກສາ;
  2. ພັດທະນາ ນິຕິກໍາ ທີ່ສົ່ງເສີມໃຫ້ນັກຮຽນທີ່ຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ໄປຕໍ່ຊັ້ນມັດທະຍົມສຶກສາຕອນປາຍ ໂດຍເນັ້ນໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍຂອງຄອບຄົວ;
  3. ສ້າງ ແລະ ປັບປຸງ ນິຕິກໍາ ແລະ ລະບຽບການ ກ່ຽບກັບ ການຮັບຮູ້, ການຢັ້ງຢືນ ຜົນການຮຽນທຸກຮູບແບບ (ການຮຽນຮູ້ຕະຫຼອດຊີວິດ);
  4. ສ້າງຄວາມເຂັ້ມແຂງໃຫ້ແກ່ ສະມາຄົມພໍ່ແມ່ນັກຮຽນ ເພື່ອຊຸກຍູ້ລູກຫຼານເຂົ້າຮຽນ ແລະ ຮຽນຈົບມັດທະຍົມສຶກສາຕອນປາຍ ແລະ ເຂົ້າຮຽນຕໍ່ວິຊາຊີບ, ວິຊາສະເພາະ ຢູ່ ສະຖາບັນການສຶກສາແຫ່ງຕ່າງໆ;
  5. ສົ່ງເສີມນິຕິບຸກຄົນລົງທືນໃສ່ການພັດທະນາການສຶກສາຊັ້ນມັດທະຍົມສຶກສາ;
  6. ສົ່ງເສີມວຽກງານການຕ້ານ ແລະ ສະກັດກັ້ນການຄ້າມະນຸດໃຫ້ນັກຮຽນໃນຊັ້ນມັດທະຍົມສຶກສາ;
  7. ຕິດຕາມ ແລະ ປະເມີນຜົນ ການເຮັດວຽກຂອງ ສະມາຄົມພໍ່ແມ່ນັກຮຽນ.

5. ຄຸ້ມຄອງຄວາມສ່ຽງຕໍ່ໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ໃນຂະແໜງການສຶກສາ

  1. ສ້າງຄວາມເຂັ້ມແຂງໃຫ້ແກ່ ຜູ້ບໍລິຫານການສຶກສາ ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ໃນການປ້ອງກັນໄພພິບັດ ໃນຂະແໜງການສຶກສາ;
  2. ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ອໍານວຍການໂຮງຮຽນ ແລະ ຄູສອນ ໃນການໂຕ້ຕອບໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ;
  3. ພັດທະນາໂຮງຮຽນສີຂຽວໃນຊັ້ນມັດທະຍົມ;
  4. ພັດທະນາລະບົບ ໃນການຕິດຕາມ ຄວາມສ່ຽງໄພພິບັດ ທີ່ອາດຈະເກີດຂຶ້ນໃນຂະແໜງການສຶກສາ;
  5. ຕິດຕາມ ຄວາມສ່ຽງໄພພິບັດ ທີ່ອາດຈະເກີດຂຶ້ນໃນຂະແໜງການສຶກສາ.

^ ເລື່ອນຂຶ້ນເທິງ