ວຽກງານ ນໍ້າ ແລະ ສຸຂະອານາໄມ ຕາມຮູບແບບ 3 ດາວ

ຂໍ້ຕົກລົງ

ລ.ດ ເນື້ອໃນເອກະສານ ລົງວັນທີ ດາວໂຫລດ
#   ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງ ຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມກອງປະຊຸມຮ່າງ ຄູ່ມືສະແດງຂໍ້ມູນ
  ວຽກງານນໍ້າ ແລະ ສຸຂະອະນາໄມ ຊັ້ນອະນຸບານ ແລະ ຊັ້ນປະຖົມສຶກສາ ໃນລະບົບ LESMIS
3168 /ສສກ,
ລົງວັນທີ ວັນທີ 05 ກໍລະກົດ 2023
ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມກອງປະຊຸມຮ່າງຄູ່ມືສະແດງຂໍ້ມູນ ວຽກງານນໍ້າ ແລະ ສຸຂະອະນາໄມ ຊັ້ນອະນຸບານ ແລະ ຊັ້ນປະຖົມສຶກສາ ໃນລະບົບ LESMIS

ລາຍການປະເມີນ


^ ເລື່ອນຂຶ້ນເທິງ



ດ້ານທີ 1 - ດ້ານນໍ້າໃຊ້ (Water for use)

ດາວ ຕົວຊີ້ບອກ ລະຫັດປະເມີນ ລາຍການປະເມີນ
1.1 1.1.1 ໂຮງຮຽນມີນໍ້າໃຊ້ ພຽງພໍສໍາລັບທຸກກິດຈະກໍາໃນໂຮງຮຽນ
1.2 1.2.1 ຄູ ແລະ ນັກຮຽນທຸກຄົນນໍາໃຊ້ນໍ້າຢ່າງປະຢັດ
★★ 1.3 1.3.1 ໃນບໍລິເວນໂຮງຮຽນມີແຫຼ່ງນໍ້າໃຊ້ທີ່ໄດ້ຮັບການປັບປຸງແລ້ວ ແລະ ນໍາໃຊ້ແຫຼ່ງນໍ້າຈາກພາຍນອກທີ່ໄດ້ຮັບການປັບປຸງແລ້ວ
★★ 1.4 1.4.1 ໃນແຜນພັດທະນາໂຮງຮຽນມີກິດຈະກໍາກ່ຽວກັບການປົກປັກຮັກສາ ແລະ ສ້ອມແປງລະບົບນໍ້າໃຊ້
★★ 1.4 1.4.2 ລະບົບນໍ້າ ໃຊ້ງານໄດ້ປົກກະຕິ
★★ 1.4 1.4.3 ອຸປະກອນໃສ່ນໍ້າ ໃຊ້ງານໄດ້ ແລະ ສະອາດ
★★★ 1.5 1.5.1 ແຫຼ່ງນໍ້າໃນໂຮງຮຽນເປັນແຫຼ່ງນໍ້າທີ່ໄດ້ຮັບການປັບປຸງແລ້ວ.
★★★ 1.6 1.6.1 ນັກຮຽນທຸກຄົນ ລວມທັງນັກຮຽນພິການສາມາດເຂົ້າເຖິງຈຸດແຈກນໍ້າ ໄດ້ສະດວກແລະ ປອດໄພ


^ ເລື່ອນຂຶ້ນເທິງ



ດ້ານທີ 2 - ດ້ານນໍ້າດື່ມສະອາດປອດໄພ (Drinking water)

ດາວ ຕົວຊີ້ບອກ ລະຫັດປະເມີນ ລາຍການປະເມີນ
2.1 2.1.1 ນັກຮຽນທຸກຄົນໄດ້ດື່ມນໍ້າສະອາດຢູ່ໂຮງຮຽນ
2.1 2.2.1 ພາຊະນະໃສ່ນໍ້າດື່ມ ຫຼື ຈອກຂອງນັກຮຽນ ສະອາດ.
★★ 2.3 2.3.1 ໂຮງຮຽນສາມາດສະໜອງນໍ້າດື່ມທີ່ສະອາດ, ປອດໄພໃຫ້ນັກຮຽນໄດ້ຢ່າງໜ້ອຍ 0.5 ລິດ/ຄົນ/ມື້
★★ 2.3 2.3.2 ນັກຮຽນທຸກຄົນມີຈອກ ຫຼື ຕຸກໃສ່ນໍ້າເປັນຂອງຕົນເອງ
★★ 2.4 2.4.1 ໂຮງຮຽນວາງບ່ອນນໍ້າດື່ມເໝາະສົມ, ປອດໄພ ແລະ ນັກຮຽນສາມາດເອົານໍ້າດື່ມໄດ້ຢ່າງສະດວກທຸກເວລາ
★★ 2.4 2.4.2 ພາຊະນະໃສ່ນໍ້າດື່ມສະອາດ ແລະ ໃຊ້ງານໄດ້
★★★ 2.5 2.5.1 ໂຮງຮຽນສະໜອງນໍ້າດື່ມສະອາດ, ປອດໄພ ແລະ ພຽງພໍຢ່າງໜ້ອຍ 1 ລິດ/ຄົນ/ມື້


^ ເລື່ອນຂຶ້ນເທິງ



ດ້ານທີ 3 - ດ້ານວິດຖ່າຍ ແລະ ໂຖຍ່ຽວ (Latrine and Urinals)

ດາວ ຕົວຊີ້ບອກ ລະຫັດປະເມີນ ລາຍການປະເມີນ
3.1 3.1.1 ວິດຖ່າຍ ແລະ ໂຖຍ່ຽວຢູ່ໃນໂຮງຮຽນໄດ້ມາດຕະຖານ ແລະ ສາມາດນໍາໃຊ້ໄດ້ປົກກະຕິ
3.1 3.1.2 ວິດຖ່າຍ ແລະ ໂຖຍ່ຽວສະອາດ ແລະ ປອດໄພ
3.1 3.1.3 ນັກຮຽນໄດ້ນໍາໃຊ້ວິດຖ່າຍ ແລະ ໂຖຍ່ຽວ
3.2 3.2.1 ມີຕາຕະລາງອະນາໄມວິດຖ່າຍ ແລະ ໂຖຍ່ຽວປະຈໍາວັນ
3.2 3.2.2 ໂຮງຮຽນມີການປົກປັກຮັກສາ ແລະ ສ້ອມແປງວິດຖ່າຍ ແລະ ໂຖຍ່ຽວ
★★ 3.3 3.3.1 ວິດຖ່າຍໄດ້ແຍກຍິງ-ຊາຍ
★★ 3.3 3.3.2 ວິດຖ່າຍເພດຍິງມີສິ່ງອໍານວຍຄວາມສະດວກໃນການນໍາໃຊ້
★★ 3.3 3.3.3 ຢູ່ບໍລິເວນໃກ້ວິດຖ່າຍມີບ່ອນລ້າງມື ທີ່ມີສະບູ ແລະ ນໍ້າ
★★★ 3.4 3.4.1 ສະເລ່ຍຈຳນວນນັກຮຽນ ກັບວິດຖ່າຍ ບໍ່ເກີນ 50 ຄົນຕໍ່ຫົວວິດ
★★★ 3.4 3.4.2 ມີໂຖຍ່ຽວເໝາະສົມສຳລັບນັກຮຽນຊາຍ ບໍ່ເກີນ 100 ຄົນຕໍ່ 1 ບ່ອນ
★★★ 3.4 3.4.3 ມີວິດຖ່າຍ ແລະ ໂຖຍ່ຽວທີ່ນັກຮຽນພິການສາມາດນຳໃຊ້ໄດ້


^ ເລື່ອນຂຶ້ນເທິງ



ດ້ານທີ 4 - ດ້ານສະພາບແວດລ້ອມ (School Environment)

ດາວ ຕົວຊີ້ບອກ ລະຫັດປະເມີນ ລາຍການປະເມີນ
4.1 4.1.1 ໃນ ແລະ ນອກຫ້ອງຮຽນມີຄວາມສະອາດ
4.1 4.1.2 ນັກຮຽນຖິ້ມຂີ້ເຫຍື້ອໃສ່ກະຕ່າ
4.1 4.1.3 ໂຮງຮຽນມີຕາຕະລາງອະນາໄມໃນ ແລະ ນອກຫ້ອງຮຽນທຸກວັນ
4.1 4.1.4 ໂຮງຮຽນມີບ່ອນຖີ້ມຂີ້ເຫຍື້ອລວມ
4.1 4.1.5 ມີອຸປະກອນ ແລະ ສິ່ງອຳນວຍຄວາມສະດວກໃນການອະນາໄມ ເປັນປົກກະຕິ
★★ 4.2 4.2.1 ຮ້ານອາຫານ ແລະ ເຮືອນຄົວມີຄວາມສະອາດ
★★ 4.3 4.3.1 ໂຮງຮຽນ ມີລະບົບລະບາຍນໍ້າເປື້ອນ
★★ 4.3 4.3.2 ມີການກໍາຈັດແຫຼ່ງເພາະພັນຍຸງ
★★ 4.3 4.3.3 ໂຮງຮຽນໄດ້ແຍກ ແລະ ກໍາຈັດຂີ້ເຫຍື້ອ
★★★ 4.4 4.4.1 ຜູ້ປຸງແຕ່ງ ແລະ ຜູ້ເສີບອາຫານແຕ່ງກາຍເໝາະສົມ ແລະ ມີຄວາມສະອາດ
★★★ 4.4 4.4.2 ພາຊະນະປຸງແຕ່ງ ແລະ ບັນຈຸອາຫານມີຄວາມສະອາດ ແລະ ປອດໄພ
★★★ 4.5 4.5.1 ໂຮງຮຽນ ຮ່ວມມືກັບ ຄະນະພັດທະນາການສຶກສາຂັ້ນບ້ານ ສະມາຄົມພໍ່ແມ່ນັກຮຽນ ໃນການບູລະນະ ແລະ ປົກປັກຮັກສາສະພາບແວດລ້ອມໃນໂຮງຮຽນ


^ ເລື່ອນຂຶ້ນເທິງ



ດ້ານທີ 5 - ດ້ານອານາໄມສ່ວນບຸກຄົນ (Personal Hygiene)

ດາວ ຕົວຊີ້ບອກ ລະຫັດປະເມີນ ລາຍການປະເມີນ
5.1 5.1.1 ໂຮງຮຽນມີຂະບວນການເຜີຍແຜ່ການຮັກສາອະນາໄມສ່ວນບຸກຄົນ
5.1 5.1.2 ນັກຮຽນທຸກຄົນໄດ້ເຮັດກິດຈະກໍາລ້າງມືໃສ່ສະບູເປັນກຸ່ມທຸກວັນ
5.1 5.1.3 ຄູປະຈໍາຫ້ອງກວດກາ ຄວາມສະອາດຂອງນັກຮຽນ ປົກກະຕິທຸກວັນ
★★ 5.1 5.1.4 ຄູໄດ້ແນະນໍາວີທີຮັກສາອະນາໄມຕົນເອງໃຫ້ແກ່ນັກຮຽນໃນເວລາເປັນປະຈຳເດືອນ ແລະ ການກໍາຈັດຜ້າອະນາໄມທີ່ໃຊ້ແລ້ວ
★★ 5.2 5.2.1 ນັກຮຽນສ່ວນຫຼາຍໄດ້ລ້າງມືໃສ່ສະບູທຸກຄັ້ງກ່ອນກິນອາຫານ ແລະ ຫຼັງໃຊ້ວິດຖ່າຍ
★★ 5.2 5.2.2 ນັກຮຽນສ່ວນຫຼາຍໄດ້ຖູແຂ້ວຢູ່ໂຮງຮຽນທຸກວັນ
★★ 5.2 5.2.3 ນັກຮຽນສ່ວນຫຼາຍມີຄວາມສະອາດທາງດ້ານຮ່າງກາຍ ແລະ ເຄື່ອງນຸ່ງ
★★★ 5.3 5.3.1 ນັກຮຽນທຸກຄົນໄດ້ລ້າງມືໃສ່ສະບູທຸກຄັ້ງກ່ອນກິນອາຫານ ແລະ ຫຼັງໃຊ້ວິດຖ່າຍ
★★★ 5.3 5.3.2 ນັກຮຽນທຸກຄົນໄດ້ຖູແຂ້ວຢູ່ໂຮງຮຽນທຸກວັນ
★★★ 5.3 5.3.3 ໂຮງຮຽນມີຜ້າອະນາໄມແຮກໍລະນີສຸກເສີນ ເວລານັກຮຽນຍິງເປັນປະຈຳເດືອນ
★★★ 5.3 5.3.4 ນັກຮຽນທຸກຄົນມີຄວາມສະອາດທາງດ້ານຮ່າງກາຍ ແລະ ເຄື່ອງນຸ່ງ


^ ເລື່ອນຂຶ້ນເທິງ



ດ້ານທີ 6 - ດ້ານກິນຢາຂ້າແມ່ທ້ອງ (Deworming)

ດາວ ຕົວຊີ້ບອກ ລະຫັດປະເມີນ ລາຍການປະເມີນ
6.1 6.1.1 ໂຮງຮຽນມີຂະບວນການເຜີຍແຜ່ການຮັກສາອະນາໄມສ່ວນບຸກຄົນ
6.2 6.2.1 ນັກຮຽນທຸກຄົນໄດ້ເຮັດກິດຈະກໍາລ້າງມືໃສ່ສະບູເປັນກຸ່ມທຸກວັນ
6.3 6.3.1 ຄູປະຈໍາຫ້ອງກວດກາ ຄວາມສະອາດຂອງນັກຮຽນ ປົກກະຕິທຸກວັນ


^ ເລື່ອນຂຶ້ນເທິງ